ສາມແຂວງພາກເໜືອ ກໍານົດເອົາເຂົ້າ, ສາລີ ແລະ ຊາ ເພື່ອແຂ່ງຂັນໃນການສົ່ງອອກ

64

ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ເປີດໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ແຂວງຫຼວງນໍ້າທາ, ອຸດົມໄຊ ແລະ ຜົ້ງສາລີ ໄດ້ກໍານົດເອົາເຂົ້າ, ສາລີ ແລະ ຊາ ເພື່ອສ້າງຄວາມສະດວກໃນການແຂ່ງຂັນເພື່ອສົ່ງອອກ.

ພິທີເປີດໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ 3 ແຂວງພາກເໜືອ ແລະ ກອງປະຊຸມປຶກສາຫາລື ກ່ຽວກັບການສົ່ງອອກຜະລິດຕະພັນເປົ້າໝາຍ ( ECL ) ມີຂຶ້ນໃນວັນທີ 24 ມິຖຸນາ 2019 ທີ່ຫ້ອງວ່າການປົກຄອງແຂວງ ຫຼວງນໍ້າທາ ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ  ອຄ, ມີທ່ານຮອງເຈົ້າແຂວງ ຫຼວງນໍ້າທາ ແລະ ເຈົ້າໜ້າທີ່ຂະແໜງການຂອງລັດ 3 ແຂວງ ແລະ ພາກທຸລະກິດເຂົ້າຮ່ວມ.

ຈຸດປະສົງຂອງໂຄງການດັ່ງກ່າວ ແນໃສ່ສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກ ໂດຍປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດ ແລະ ສ້າງເວທີສົນທະນາລະຫວ່າງພາກລັດ ແລະ ພາກທຸລະກິດຂັ້ນແຂວງ ເຊິ່ງກໍານົດເອົາສິນຄ້າເປັນຕົ້ນແມ່ນ: ເຂົ້າຂອງແຂວງຫຼວງນໍ້າທາ, ສາລີແຂວງອຸດົມໄຊ ແລະ ຊາແຂວງຜົ້ງສາລີ.

ນອກນີ້, ຍັງໄດ້ມອບ – ຮັບອຸປະກອນຮັບໃຊ້ຫ້ອງການ, ພາຫະນະ ( ລົດຈັກ ) ໃຫ້ໜ່ວຍງານປະສານງານໂຄງການ ECL ປະຈໍາ 3 ແຂວງ ເພື່ອຮັບໃຊ້ເຂົ້າໃນກິດຈະກໍາຂອງໂຄງການ, ກອງປະຊຸມໄດ້ດໍາເນີນໄປເປັນເວລາ 2 ວັນ.

( ຂ່າວ: ພຸດຕີ້, ຂໍ້ມູນ: ບຸນທະວີ ອຄ ແຂວງອຸດົມໄຊ )