ເຟດເອັກຊ໌ ຟ້ອງຮ້ອງລັດຖະບານ ທຣໍາ ຈາກກໍລະນີ ຂວໍ້າບາດຫົວເຫວີ່ຍ

0
110

ບໍລິສັດເຟດເອັກຊ໌ ຍື່ນຟ້ອງກະຊວງການຄ້າສະຫະລັດ ກ່ຽວກັບມາດຕະການຄວບຄຸມການຈັດສົ່ງສິນຄ້າ ເຊິ່ງເປັນມາຜົນຈາກມາດຕະການຂວໍ້າບາດບໍລິສັດຫົວເຫວີ່ຍ ຈົນສົ່ງຜົນໃຫ້ເຟດເອັກຊ໌ມີບັນຫາກັບລັດຖະບານຈີນ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນອັງຄານ ທີ 25 ມິຖຸນາ ວ່າ ບໍລິສັດເຟດເອັກຊ໌ຜູ້ໃຫ້ບໍລິການດ້ານການຂົນສົ່ງ ແລະ ຈັດສົ່ງສິນຄ້າດ່ວນ ລະຫວ່າງປະເທດລາຍໃຫຍ່ຂອງສະຫະລັດ ເຊິ່ງມີສໍານັກງານໃຫຍ່ຢູ່ເມືອງເມມຟິສ ໃນລັດເທນເນສຊີ ຍື່ນຕໍ່ສານແຂວງລັດຖະບານກາງ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນອັງຄານ ໄດ້ຟ້ອງຮ້ອງກະຊວງການຄ້າຂອງສະຫະລັດ ກ່ຽວກັບມາດຕະການຂວໍ້າບາດຕໍ່ບໍລິສັດຫົວເຫວີ່ຍ ເຊິ່ງຄວບຄຸມເຖິງການຈັດສົ່ງສິນຄ້າໃຫ້ກັບຜູ້ປະກອບການດ້ານເທັກໂນໂລຢີ ແລະ ການສື່ສານໂທລະຄົມມະນາຄົມລາຍໃຫຍ່ຂອງຈີນ.

ในภาพอาจจะมี 1 คน

ເນື້ອໃນຕອນຫນຶ່ງ ໃນເອກະສານປະກອບການຟ້ອງທີ່ລະບຸ ຊື່ ທ່ານວິລເບີ ຣອສ ລັດຖະມົນຕີວ່າການກະຊວງການຄ້າເປັນໜຶ່ງໃນຈໍາເລີຍຄົນສໍາຄັນ ກ່າວວ່າ ເຟດເອັກຊ໌ ເປັນບໍລິສັດຮັບຈັດສົ່ງສິນຄ້າບໍ່ແມ່ນໜ່ວຍງານທີ່ມີອໍານາດບັງຄັບໃຊ້ກົດໝາຍລັດຖະບານອາເມຣິກາ ຈຶ່ງບໍ່ຄວນຕັ້ງຄວາມຫວັງຫຼາຍຈົນເກີນໄປ ວ່າ ເຟດເອັກຊ໌ ຈະສາມາດຄວບຄຸມ ແລະ ກວດສອບສິນຄ້າທີ່ຜ່ານຂະບວນການວັນລະຫຼາຍລ້ານຢ່າງ ແລະ ມີຈຸດໝາຍໃນຫຼາຍຮ້ອຍປະເທດທົ່ວໂລກ. ນອກຈາກນີ້, ຍັງເປັນເລື່ອງບໍ່ສົມເຫດຜົນຢ່າງຍິ່ງ ໃນການທີ່ ເຟດເອັກຊ໌ ຕ້ອງຮັບຜິດຊອບແຕ່ພຽງຜູ້ດຽວຕໍ່ກໍລະນີການຈັດສົ່ງວັດສະດຸທີ່ທາງບໍລິສັດບໍ່ມີທາງຮູ້ລ່ວງໜ້າວ່າ “ມັນຄືຫຍັງ” ແລະ ກ່ຽວຂ້ອງກັບຄວາມຂັດແຍ່ງທາງການຄ້າລະຫວ່າງສະຫະລັດ ກັບ ຈີນ ຫຼື ບໍ່ ແລະ ເປັນຢ່າງໃດ.

ในภาพอาจจะมี 1 คน, สถานที่กลางแจ้ง

ທັງນີ້ ຄໍາຟ້ອງຂອງເຟດເອັກຊ໌ ຕໍ່ກະຊວງການຄ້າອາເມຣິກາ ບໍ່ໄດ້ພາດພິງຊື່ຫົວເຫວີ່ຍແບບກົງໄປກົງມາ ແຕ່ເປັນຄວາມເຄື່ອນໄຫວທີ່ເກີດຂຶ້ນພຽງວັນດຽວ ຫຼັງກະຊວງການຕ່າງປະເທດຈີນກົດດັນໃຫ້ເຟດເອກຊ໌ “ຊີ້ແຈງດ້ວຍເຫດຜົນ ແລະ ເປັນທາງການ” ຈາກກໍລະນີວັດສະດຸຂອງຫົວເຫວີ່ຍທີ່ສົ່ງ ເມື່ອບໍ່ດົນມານີ້ ທີ່ພາຍໃນເປັນສະມາດໂຟນໜ່ວຍໜຶ່ງ ແລະ ມີປາຍທາງຄືສະຫະລັດຖືກຕີກັບໄປຫາຕົ້ນທາງ ໃນສະຫະຣາຊະອານາຈັກ ເຊິ່ງ ເຟດເອັກຊ໌ ອອກມາຂໍໂທດ ເມື່ອວັນອາທິດ ຂະນະທີ່ ຢ້ອນກັບໄປເມື່ອທ້າຍເດືອນພຶດສະພາ ທີ່ຜ່ານມາ ເຟດເອັກຊ໌ອອກຖະແຫຼງການຂໍໂທດຕໍ່ຫົວເຫວີ່ຍ ແລະ ຍອມຮັບ “ຄວາມຜິດພະລາດ” ໃນການຈັດສົ່ງວັດສະດຸຂອງຫົວເຫວີ່ຍ ຈໍານວນ 4 ຫໍ່ ແຕ່ຢືນຢັນວ່າ ໄດ້ຈັດສົ່ງວັດສະດຸທັງໝົດໄປເຖິງປາຍທາງທີ່ຖືກຕ້ອງແລ້ວ.

ในภาพอาจจะมี สถานที่กลางแจ้ง

ໃນວັນດຽວກັນ ທ່ານເຟຣດ ສະມິດ ປະທານຄະນະເຈົ້າໜ້າທີ່ບໍລິຫານ (CEO) ຂອງເຟດເອັກຊ໌ ຖະແຫຼງການປັບຫຼຸດປະມານການເຕີບໂຕຂອງບໍລິສັດໃນປີງົບປະມານ 2020 ເຊິ່ງເປັນຜົນຈາກນະໂຍບາຍກີດກັນການຄ້າຕໍ່ຈີນຂອງປະທານາທິບໍດີໂດນັລ ທຣໍາ. ຂະນະທີ່ ກະຊວງການຄ້າຂອງສະຫະລັດອອກຖະແຫຼງການຕອບໂຕ້ຄໍາຟ້ອງຂອງ ເຟດເອັກຊ໌ ວ່າ “ກະຊວງການຄ້າເປັນໜຶ່ງໃນໜ່ວຍງານຍທີ່ມີບົດບາດໃນການປົກປ້ອງຄວາມປອດໄພຂອງຊາດ” ສ່ວນບັນດາສື່ຫຼັກໃນຈີນເລິ່ມອອກຂ່າວແລ້ວວ່າ ເຟຣດເອັກຊ໌ ຈະເປັນໜຶ່ງໃນບໍລິສັດຂອງອາເມຣິກາ ທີ່ຢູ່ໃນບັນຊີດໍາ ຂອງລັດຖະບານຈີນວ່າ “ເປັນໄພຄຸກຄາມ”.

LEAVE A REPLY

Please enter your comment!
Please enter your name here