ທຸ້ມທຶນເກືອບ 300 ຕື້ ສ້າງສູນການຄ້າສາກົນຈຳປາສັກອີກ 3 ປີພໍ້ກັນ

123

ໂຄງການກໍ່ສ້າງ ສູນກາງຄ້າສາກົນຈຳປາສັກໂສມໜ້າໃໝ່ທີ່ຈະເປີດໃຫ້ສັງຄົມໄດ້ເຊີຍຊົມໄດ້ເລີ່ມລົງມືກໍ່ສ້າງແລ້ວ ເຊື່ອຈະກາຍເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ ແລະ ຊ່ວຍໃຫ້ປະຊາຊົນມີວຽກເຮັດງານທໍາ ມີລາຍຮັບທີ່ເພີ່ມຂຶ້ນພາຍຫຼັງສ້າງສຳເລັດ.

 

 

ໂຄງການກໍ່ສ້າງສູນການຄ້າ​ສາກົນ​ ຈໍາປາສັກ​ ທີ່ມີມູນຄ່າກໍ່ສ້າງສູງ 280 ຕື້ກີບ ໂດຍນໍາໃຊ້ທຶນພາຍໃນ 100% ໄດ້ວາງສີລາລຶກກໍ່ສ້າງຢ່າງເປັນທາງການແລ້ວ ໃນຕອນເຊົ້າວັນທີ 23 ມິຖຸນາ 2019​ ຜ່ານມາ ແລະ ກໍ່ສ້າງໃຫ້ສຳເລັດພາຍໃນກຳນົດເວລາ 3 ປີ.

 

 

ໃຫ້ກຽດເຂົ້າຮ່ວມພິທີວາງສີລາລຶກ ມີທ່ານ​ ຄໍາພັນ ພົມມະທັດ ຫົວໜ້າຫ້ອງວ່າການສູນກາງພັກ,​ ທ່ານ​ ​ ບຸນຖອງ ດີວິໄຊ ເຈົ້າແຂວງໆຈໍາປາສັກ ​,ມີທ່ານ​ເຈົ້າ​ແຂວງໆສາລະວັນ,​ ເຊກອງ,​ ອັດຕະປື​, ເຈົ້ານະຄອນປາກເຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

 

ທ່ານ ຄຳໄໝ ຈິນດາວົງ ປະທານບໍລິສັດສູນການຄ້າສາກົນຈຳປາສັກ ໄດ້ກ່າວວ່າ: ສູນການຄ້າສາກົນຈຳປາສັກ ທີ່ຈະກໍ່ສ້າງແມ່ນຕັ້ງຢູ່ຫຼັກກິໂລແມັດທີ 9 ບ້ານໜອງບົວທອງ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ, ຕັ້ງຢູ່ແຄມເສັ້ນທາງ 13 ໃຕ້ປາກເຊ – ເວີນຄາມ ກົງກັນຂ້າມກັບ ວິທະຍາໄລເຕັກນິກວິຊາຊີບຈຳປາສັກ, ມີເນື້ອທີ່ກໍ່ສ້າງທັງໝົດ 13 ເຮັກຕາ, ມີທຶນຈົດທະບຽນວິສາຫະກິດ 100 ຕື້ກີບ.

 

 

ສູນການຄ້າສາກົນຈຳປາສັກ ອອກແບບໂດຍບໍລິສັດສະຖາປັດທີ່ປຶກສາສຳຫຼວດອອກແບບຈຳກັດຜູ້ດຽວ ແລະ ໄດ້ຜ່ານການຮອງຮັບມາດຕະຖານຕາມຂໍ້ກໍາເຕັກນິກ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງ.ສຳລັບການກໍ່ສ້າງມີ 4 ບໍລິສັດຮັບເໝົາຄື: ບໍລິສັດປາລະມີກໍ່ສ້າງຈໍາກັດຜູ້ດຽວ, ບໍລິສັດມະຫາຈະເລີນກໍ່ສ້າງ, ບໍລິສັດອານັນກໍ່ສ້າງ ແລະ ບໍລິສັດບິວເທັກກໍ່ສ້າງ.

 

 

ສູນການຄ້າສາກົນຈຳປາສັກ ເມື່ອກໍ່ສ້າງສໍາເລັດຈະປະກອບມີ 3 ກິດຈະການໃຫຍ່ຄື: ກິດຈະການຂາຍ ແລະ ໃຫ້ເຊົ່າເຮືອນ, ຫ້ອງແຖວ; ກິດຈະການໃຫ້ເຊົ່າຫ້ອງຂາຍສິນຄ້າໃນຕະຫຼາດ ແລະ ສູນການຄ້າທີ່ທັນສະໄໝ ແລະ ບໍລິການຈຸດພັກສິນຄ້າ, ສາງປ່ຽນຖ່າຍສິນຄ້າ ແລະ ບໍລິການຄີວລົດ.

 

 

ຈຸດປະສົງໃນການກໍ່ສ້າງແມ່ນເພື່ອຮອງຮັບສະພາບການຂະຫຍາຍຕົວຂອງເສດຖະກິດ ແລະ ສັງຄົມໃນ 4 ແຂວງພາກໃຕ້ເວົ້າລວມ, ເວົ້າສະເພາະແຂວງຈຳປາສັກ ເພື່ອເຮັດໃຫ້ມີສູນການຄ້າທີ່ໄດ້ມາດຕະຖານສາກົນ ເພື່ອບໍລິການລູກຄ້າທັງພາຍໃນ ແລະ ຕ່າງປະເທດ ກາຍເປັນໃຈກາງທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ທັງຊ່ວຍໃຫ້ປະຊາຊົນມີວຽກເຮັດງານທໍາ ແລະ ລາຍຮັບທີ່ ເພີ່ມຂຶ້ນ.

 

 

ນອກນີ້, ໃນພິທີ ທ່ານ ຄໍາພັນ ພົມມະທັດ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ເປັນກຽດຕີຄ້ອງ 9 ບາດ ຮ່ວມກັບບັນດາທ່ານການນຳແຂວງ 4 ແຂວງພາກໃຕ້, ປະທານ ຄະນະອຳນວຍການບໍລິສັດຕັດແຖບຜ້າປ່ອຍປ້າຍ, ຊ້ວນຊາຍລົງເສົາຂັວນຂອງອາຄານ ເພື່ອເປັນສີລິມຸງຄຸນ ແລະ ສັນຍາລັກໃນການເລີ່ມກໍ່ສ້າງສູນການຄ້າສາກົນຈຳປາສັກຢ່າງເປັນທາງການ.