ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ຮັບຮອງເອົາ 4 ເອກະສານສໍາຄັນ

226

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ແບບຄົບຄະນະ ໄດ້ຮັບຮອງເອົາ 4 ເອກະສານສໍາຄັນ ທີ່ຈະເປັນພື້ນຖານໃນການສືບຕໍ່ຮ່ວມມືກັນພາຍໃນອາຊຽນ, ລະຫວ່າງອາຊຽນກັບຄູ່ເຈລະຈາ ແລະ ຮ່ວມມືພາຍນອກ ເພື່ອເຮັດໃຫ້ຂົງເຂດອາຊຽນ ກາຍເປັນຂົງເຂດແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນຕອນບ່າຍຂອງວັນທີ 22 ມິຖຸນາ 2019 ທີ່ບາງກອກ ປະເທດໄທ ໂດຍມີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະເຂົ້າຮ່ວມ ເຊິ່ງບັນດາຜູ້ນຳອາຊຽນໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນເພື່ອສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ເສດຖະກິດຂະຫຍາຍຕົວໄປຄຽງຄູ່ກັບການພັດທະນາແບບຍືນຍົງ ແລະ ບໍ່ປະປ່ອຍຜູ້ໃດໄວ້ທາງຫຼັງ ພາຍໃຕ້ຄຳຂວັນ “ ຮ່ວມແຮງຮ່ວມໃຈກ້າວໄກຍືນຍົງ ” ໃນນີ້, ຜູ້ນຳອາຊຽນໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດອາຊຽນ ຮອດປີ 2025 ເຊິ່ງກວມເອົາສາມເສົາຄ້ຳ ຄື: ການເມືອງ – ຄວາມໝັ້ນຄົງ, ເສດຖະກິດ ແລະ ສັງຄົມ – ວັດທະນະທຳ ແລະ ປຶກສາຫາລືກັນກ່ຽວກັບທິດທາງໃນຕໍ່ໜ້າຂອງອາຊຽນ.

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງກ່ຽວກັບຜົນສຳເລັດຂອງອາຊຽນໃນປີຜ່ານມາ ແລະ ສະເໜີໃຫ້ສືບຕໍ່ຜັນຂະຫຍາຍບັນດາບຸລິມະສິດໃນການສ້າງປະຊາຄົມອາຊຽນ ເຊັ່ນ: ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການເຊື່ອມຈອດອາຊຽນ, ການກະກຽມຄວາມພ້ອມຮອບດ້ານເພື່ອຮອງຮັບຍຸກເສດຖະກິດດິຈິຕອລ, ການປະຕິວັດອຸດສາຫະກຳ 4.0 ແລະ ການພັດທະນາເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ. ພ້ອມດຽວກັນນັ້ນ, ກອງປະຊຸມໄດ້ຮັບຮອງເອົາ 4 ເອກະສານສຳຄັນ ຄື: 1). ຖະແຫຼງການວິໄສທັດຂອງຜູ້ນຳອາຊຽນ ວ່າດ້ວຍການເປັນຄູ່ຮ່ວມເພື່ອ ຄວາມຍືນຍົງ; 2). ຖະແຫຼງການບາງກອກ ວ່າດ້ວຍການສະກັດກັ້ນຂີ້ເຫຍື້ອທະເລໃນພາກພື້ນອາຊຽນ; 3). ຖະແຫຼງການຂອງຜູ້ນໍາອາຊຽນ ວ່າດ້ວຍປີແຫ່ງວັດທະນະທຳອາຊຽນ 2019 ແລະ 4). ແນວຄວາມຄິດ ອິນໂດ – ປາຊີຟິກ ຂອງອາຊຽນ ເຊິ່ງທັງ 4 ເອກະສານນີ້ຈະເປັນພື້ນຖານໃນການສືບຕໍ່ຮ່ວມມືກັນພາຍໃນອາຊຽນ, ລະຫວ່າງອາຊຽນກັບຄູ່ເຈລະຈາ ແລະ ຮ່ວມມືພາຍນອກ ເພື່ອເຮັດໃຫ້ຂົງເຂດອາຊຽນ ກາຍເປັນຂົງເຂດແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນ ແລະ ຮັບຊາບເອກະສານຕ່າງໆອີກ 13 ສະບັບ.

ຫຼັງຈາກນັ້ນ, ວັນທີ 23 ມິຖຸນາ 2019 ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ແບບວົງແຄບ. ບັນດາຜູ້ນຳອາຊຽນໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບການພົວພັນຮ່ວມມືອາຊຽນກັບພາຍນອກ ແລະ ບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ. ໃນນີ້, ບັນດາຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການພົວພັນຮ່ວມມືກັບພາຍນອກໃນໄລຍະຜ່ານມາ ບົນພື້ນຖານຍົກສູງບົດບາດນຳພາ ແລະ ຄວາມເປັນແກນກາງຂອງອາຊຽນ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ລິເລີ່ມ. ຕໍ່ບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ບັນດາຜູ້ນຳອາຊຽນໄດ້ແລກປ່ຽນຄວາມຄິດເຫັນນຳກັນ ໂດຍສະເພາະສິ່ງທ້າທາຍຮູບແບບໃໝ່ຂ້າມຊາຍແດນ ເຊັ່ນ: ຄວາມໝັ້ນຄົງໄຊເບີ, ຂ່າວທີ່ບໍ່ມີມູນ ຄວາມຈິງ, ການກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ, ໄພພິບັດທຳມະຊາດ, ພະຍາດລະບາດ, ມົນລະພິດສິ່ງແວດລ້ອມ ແລະ ບັນຫາອື່ນໆ.

ໃນຕອນຄ່ຳຂອງວັນດຽວກັນ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເປັນກຽດເຂົ້າຮ່ວມງານລ້ຽງຈັດໂດຍລັດຖະບານໄທ, ສະຖາບັນຍຸດທະສາດຄິງສະລີ ຂອງມາເລເຊຍ ແລະ ຫ້ອງການເສດຖະກິດ – ການຄ້າຮົງກົງ ແລະ ຂຶ້ນຮັບລາງວັນກຽດຕິຄຸນ ເຊິ່ງເປັນລາງວັນສູງສົ່ງອັນໜຶ່ງຂອງອາຊຽນ ໂດຍຍ້ອງຍໍສະເພາະລະດັບຜູ້ນຳອາຊຽນ ທີ່ມີຜົນງານດີເດັ່ນໃນການຊີ້ນຳ – ນຳພາການພັດທະນາເສດຖະກິດ – ສັງຄົມຂອງປະເທດຕົນ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການສ້າງປະຊາຄົມອາຊຽນ.

ໃນໂອກາດດຽວກັນ, ບັນດາຜູ້ນຳອາຊຽນ ຍັງໄດ້ພົບປະກັບສະມັດຊາລັດຖະສະພາອາຊຽນ ( AIPA ), ສະພາທີ່ປຶກສາທຸລະກິດອາຊຽນ ( ASEAN BAC ) ແລະ ຊາວໜຸ່ມອາຊຽນ ເຊິ່ງບັນດາຜູ້ນຳໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນເຂົ້າໃນການສ້າງປະຊາຄົມອາຊຽນຂອງ 3 ອົງການຈັດຕັ້ງດັ່ງກ່າວ ແລະ ໄດ້ສະເໜີໃຫ້ສືບຕໍ່.

ເຖິງຢ່າງໃດກໍຕາມ, ກອງປະຊຸມສຸດຍອດອາຊຽນຄັ້ງຕໍ່ໄປຈະຈັດຂຶ້ນໃນໄລຍະວັນທີ 31 ຕຸລາ ເຖິງ 4 ພະຈິກ 2019 ທີ່ບາງກອກ ປະເທດໄທ.

 

( ຂ່າວ: ເອຢິບ )