ກົດໝາຍຄຸ້ມຄອງໄພພິບັດ ຫວັງຫຼຸດຜ່ອນຜົນກະທົບ

102

ກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ສ້າງຂຶ້ນເພື່ອເຮັດໃຫ້ວຽກຄຸ້ມຄອງໄພພິບັດໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບປະສິດທິຜົນ ແນໃສ່ເຝົ້າລະວັງຫຼຸດຜ່ອນຜົນກະທົບທີ່ເກີດຈາກໄພພິບັດໄດ້ຖືກຮັບຮອງໃນວາລະກອງປະຊຸມສະພາແຫ່ງຊາດ, ພ້ອມດຽວກັນກໍກໍານົດເອົາ ວັນທີ 13 ຕຸລາ ຂອງທຸກປີເປັນວັນຄຸ້ມຄອງໄພພິບັດແຫ່ງຊາດ.

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ເມື່ອວັນທີ 24 ມິຖຸນາ 2019 ໄດ້ຮັບຟັງ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ( ສະບັບສ້າງໃໝ່ ) ທີ່ສະເໜີໂດຍ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ: ກົດໝາຍສະບັບດັ່ງກ່າວສ້າງຂຶ້ນເພື່ອເຮັດໃຫ້ວຽກຄຸ້ມຄອງໄພພິບັດໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບປະສິດທິຜົນ ແລະ ທັນສະໄໝ ແນໃສ່ເຝົ້າລະວັງຫຼຸດຜ່ອນຜົນກະທົບທີ່ເກີດຈາກໄພພິບັດຕໍ່ສຸຂະພາບ, ຊີວິດ,      ຊັບສິນຂອງລັດ, ລວມໝູ່, ປະຊາຊົນ, ສິ່ງແວດລ້ອມ ແລະ ພື້ນຖານໂຄງລ່າງ ພ້ອມທັງຟື້ນຟູບູລະນະ ແລະ ກໍ່ສ້າງຄືນໃໝ່ຫຼັງໄພພິບັດ, ຮັບປະກັນການສະໜອງຂໍ້ມູນ – ຂ່າວສານ, ວ່ອງໄວ, ຊັດເຈນ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງຊາດຕາມທິດສີຂຽວຍືນຍົງ.

ຮ່າງກົດໝາຍສະບັບນີ້ ປະກອບມີ 10 ພາກ 8 ໝວດ ແລະ 76 ມາດຕາ ແລະ ໄດ້ກຳນົດເອົາວັນທີ 13 ຕຸລາ ຂອງທຸກປີເປັນວັນຄຸ້ມຄອງໄພພິບັດແຫ່ງຊາດ.

ຫຼັງຈາກຮັບຟັງການລາຍງານຂອງລັດຖະມົນຕີກະຊວງ ຮສສ ບັນດາສະມາຊິກສະພາແຫ່ງຊາດ ໄດ້ຄົ້ນຄວ້າພິຈາລະນາປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບນີ້ຢ່າງກົງໄປກົງມາ ເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນ ແລະ ສອດຄ່ອງ.

ທ່ານ ສາຍທອງ ແກ້ວດວງດີ ສສຊ ເຂດ 1 ນະຄອນຫຼວງວຽງຈັນ ມີຄຳເຫັນວ່າ: ຕໍ່ກັບພາກທີ 3 ໝວດທີ 2 ຄວາມຮັບຜິດຊອບຂອງລັດ ແລະ ຂອງຊຸມຊົນຄວນເພີ່ມ ຫຼື ຄວນມີຄວາມຮັບຜິດຊອບຂອງຜູ້ປະກອບການໃນບັນຫາທັງໝົດທີ່ຄົນສ້າງຂຶ້ນ ແລະ ໃນກົດໝາຍພວກເຮົາຂຽນຈະແຈ້ງທຸກການພັດທະນາຖ້າມີຫຍັງແຕະຕ້ອງຜົນປະໂຫຍດຂອງປະຊາຊົນຜູ້ພັດທະນາຕ້ອງຮັບຜິດຊອບ 100%. ດັ່ງນັ້ນ, ຄວນຂຽນໃສ່ລະອຽດ ແລະ ເພີ່ມອີກມາດຕາໜຶ່ງ ຄື: ຄວາມຮັບຜິດຊອບຂອງຜູ້ປະກອບການ ເພາະໄພພິບັດນີ້ເກີດຈາກບຸກຄົນເປັນຜູ້ເຮັດ. ສຳລັບ ພາກທີ 5 ກອງທຶນຄຸ້ມຄອງໄພພິບັດ ມາດຕາ 46. ໃນນີ້, ຕ້ອງຂຽນໃຫ້ລະອຽດ ແລະ ຈະແຈ້ງ ເປັນຕົ້ນເງິນກອງທຶນຕ້ອງມາຈາກຜູ້ປະກອບການ ເປັນຕົ້ນ: ເຮັດເຂື່ອນໄຟຟ້າ, ທຸລະກິດບໍ່ແຮ່ ແລະ ທຸລະກິດອື່ນໆ.

ທ່ານ ອາລຸນໄຊ ສູນນະລາດ ສສຊ ເຂດ 8 ແຂວງຫົວພັນ ມີຄຳເຫັນວ່າ: ກົດໝາຍສະບັບນີ້ ເຫັນວ່າເປັນກົດໝາຍທີ່ສຳຄັນຂັ້ນຍຸດທະສາດ ເພາະມັນພົວພັນເຖິງຊີວິດໂດຍສະເພາະຊີວິດຂອງປະຊາຊົນລາວບັນດາເຜົ່າກໍຄືຊັບສິນ ເຊິ່ງມະນຸດຂອງພວກເຮົາກຳລັງປະເຊີນກັບບັນຫາໄພທຳມະຊາດ, ບັນຫາການຄຸ້ມຄອງຂອງລັດຂອງສັງຄົມດ້ວຍກົດໝາຍ, ຜິດຕ້ອງໄດ້ຮັບຜິດຊອບ ລັກສະນະແນວນີ້ຂ້າພະເຈົ້າຄິດວ່າມັນຈຶ່ງມີຄວາມສຳຄັນ. ດັ່ງນັ້ນ, ສິ່ງທີ່ດີທີ່ສຸດກົດໝາຍສະບັບນີ້ຄວນເນັ້ນໄປໃນລັກສະນະຂອງສອງຈຸດ ຄື: ມາດຕະການໃນການປ້ອງກັນເປັນບັນຫາຕົ້ນຕໍ ແລະ ການກຳນົດຄວາມຮັບຜິດຊອບຂອງທຸກພາກສ່ວນທີ່ກ່ຽວຂ້ອງຢ່າງເຂັ້ມງວດ ຜິດກໍຕ້ອງໄດ້ລົງໂທດ.

ຜ່ານການປະກອບຄຳເຫັນໃສ່ກົດໝາຍສະບັບດັ່ງກ່າວແລ້ວ ບັນດາ ສສຊ ໄດ້ເຫັນດີຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ດ້ວຍຄະແນນສຽງສ່ວນຫຼາຍ.

( ຂ່າວ: ສົມລົດ; ຮູບ: ສຸກສະຫວັນ )