ພົບການດໍາເນີນທຸລະກິດຜິດລະບຽບການຄຸ້ມຄອງການຄ້າເກືອບ 2 ພັນກໍລະນີ

97

ຜ່ານການກວດກາການດໍາເນີນທຸລະກິດທີ່ຜິດຕໍ່ລະບຽບການຄຸ້ມຄອງການຄ້າ, ກວດກາການດໍາເນີນທຸລະກິດທີ່ບໍ່ມີທະບຽນວິສາຫະກິດ, ການຄ້າສິນຄ້ານອກລະບົບໃນປີ 2018 ທົ່ວປະເທດມີທັງໝົດ 1.845 ກໍລະນີ ລວມມູນຄ່າປັບໃໝທັງໝົດ 2,6 ຕື້ກວ່າກີບ, ສ່ວນມູນຄ່າສິນຄ້າທໍາລາຍຖິ້ມທັງໝົດ 1,6 ຕື້ກວ່າກີບ.

ໃນກອງປະຊຸມຝຶກອົບຮົມ ແລະ ສະຫຼຸບວຽກງານການກວດກາການຄ້າ ແລະ ປົກປ້ອງຜູ້ຊົມໃຊ້ ຈັດຂຶ້ນໃນວັນທີ 21 ມິຖຸນາ 2019 ທີ່ຫ້ອງປະຊຸມ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມຈິດ ອິນທະມິດ ກ່າວວ່າ: ໃຫ້ພະນັກງານ ກໍຄືເຈົ້າໜ້າທີ່ກວດກາການຄ້າເອົາໃຈໃສ່ປະຕິບັດຕາມຄໍາສັ່ງ, ແຈ້ງການ ແລະ ການມອບໝາຍຂອງຂັ້ນເທິງຢ່າງເຂັ້ມງວດ  ພ້ອມທັງໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານກວດກາການຄ້າຕາມສິດ ແລະ ໜ້າທີ່ຂອງຕົນທີ່ໄດ້ກໍານົດໄວ້ໃນມາດຕາ 24 – 25 ຂອງດໍາລັດວ່າດ້ວຍການກວດກາການຄ້າ ສະບັບເລກທີ 508/ລບ ລົງວັນທີ 4 ທັນວາ 2019 ແລະ ຂໍ້ຕົກລົງວ່າດ້ວຍອົງການປະຕິບັດວຽກງານການຄ້າ ເລກທີ 1499/ອຄ.ຄພນ ລົງວັນທີ 8 ກັນຍາ 2019; ຂໍ້ຕົກລົງວ່າດ້ວຍອົງການປະຕິບັດວຽກງານການຄ້າ ເລກທີ 1418/ອຄ.ຄພນ ລົງວັນທີ 11 ຕຸລາ 2018. ນອກຈາກນີ້, ກໍໃຫ້ຄໍານຶງເຖິງຂໍ້ຫ້າມຂອງຕົນຕາມທີ່ໄດ້ລະບຸໄວ້ໃນດໍາລັດ, ພະນັກງານກວດກາການຄ້າຕ້ອງມີຈັນຍາບັນຕໍ່ໜ້າທີ່ວຽກງານ, ການຈັດຕັ້ງປະຕິບັດວຽກງານໃຫ້ຖືເອົາລະບຽບກົດໝາຍເປັນຫຼັກ, ບໍ່ເລືອກປະຕິບັດ, ກໍາແໜ້ນນິຕິກຳ, ມີ ຄວາມໂປ່ງໃສຕໍ່ໜ້າທີ່ວຽກງານ ແລະ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມກ້າວໜ້າຢູ່ສະເໝີ.

ທ່ານ ສູນທອນ ຈັນທິລາດ ຮອງຫົວໜ້າກົມການຄ້າພາຍໃນ ຂຶ້ນລາຍງານບົດສະຫຼຸບການເຄື່ອນໄຫວວຽກງານກວດກາການຄ້າ ແລະ ວຽກງານປົກປ້ອງຜູ້ຊົມໃຊ້ປະຈໍາປີ 2018 ແລະ ທິດທາງແຜນການປີ 2019 ໃຫ້ຮູ້ວ່າ: ປີຜ່ານມາ ຜ່ານການລົງຕິດຕາມກວດກາການເຄື່ອນໄຫວຂອງບັນດາຫົວໜ່ວຍທຸລະກິດໃນຂອບເຂດທົ່ວປະເທດ ໄດ້ກວດພົບການລະເມີດລະບຽບການຄຸ້ມຄອງການຄ້າ, ການດໍາເນີນທຸລະກິດທີ່ບໍ່ມີທະບຽນວິສາຫະກິດ, ການຄ້ານອກລະບົບ ແລະ ອື່ນໆ ຈໍານວນ 1.845 ກໍລະນີ. ໃນນັ້ນ, ແກ້ໄຂສໍາເລັດແລ້ວ 1.789 ກໍລະນີ, ຍັງຄ້າງ 52 ກໍລະນີ, ລວມມູນຄ່າສິນຄ້າທັງໝົດ 2,6 ຕື້ກວ່າກີບ. ໃນນີ້, ມູນຄ່າຂາຍເຄື່ອງຮິບ ຈໍານວນ 262 ລ້ານກວ່າກີບ, ມູນຄ່າປັບໃໝ 2,3ຕື້ກວ່າກີບ, ມອບເຂົ້າຄັງເງິນງົບປະມານແຫ່ງຊາດ 1,6 ຕື້ ກວ່າກີບ, ຫັກຄ່າສິ້ນເປືອງທັງໝົດ 506 ລ້ານກວ່າກີບ, ສ່ວນສິນຄ້າທີ່ໝົດອາຍຸ, ລອກຮຽນແບບ, ບໍ່ມີຄຸນນະພາບ, ຢາສູບເຖື່ອນ ທີ່ນໍາໄປທໍາລາຍຖິ້ມ ລວມມູນຄ່າ 1,6 ຕື້ກວ່າກີບ.

ທ່ານຮອງຫົວໜ້າກົມການຄ້າພາຍໃນກ່າວຕື່ມ ວ່າ: ທິດທາງແຜນການໃນຕໍ່ໜ້າຈະເພີ່ມທະວີການສຶກສາອົບຮົມດ້ານການເມືອງແນວຄິດ ໃຫ້ແກ່ພະນັກງານເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບນິຕິກໍາການຄ້າ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບວຽກງານການຄ້າ. ພ້ອມດຽວກັນນັ້ນ, ກໍຈະລົງຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານການຄ້າບັນດາແຂວງ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ, ເອົາໃຈໃສ່ລົງຕິດຕາມກວດກາການລະເມີດລະບຽບຄຸ້ມຄອງການຄ້າ, ການດໍາເນີນທຸລະກິດທີ່ບໍ່ມີທະບຽນວິສາຫະກິດ, ການຄ້າສິນຄ້ານອກລະບົບທີ່ເຫັນວ່າມີຄວາມຈໍາເປັນ ແລະ ຕາມການມອບໝາຍຂອງຂັ້ນເທິງ. ຄຽງຄູ່ກັນນັ້ນ, ກໍຈະລົງຕິດຕາມກວດກາ ແລະ ປະຕິບັດມາດຕະການຕໍ່ບັນດາຫົວໜ່ວຍທຸລະກິດຜູ້ຜະລິດ, ນໍາເຂົ້າ ແລະ ຈໍາໜ່າຍສິນຄ້າທີ່ບໍ່ຕິດສະຫຼາກສິນຄ້າເປັນພາສາລາວ ສະບັບເລກທີ 2501/ອຄ.ຄພນ ລົງວັນທີ 16/12/2019.

ນອກຈາກນີ້, ພາຍໃນກອງປະຊຸມຍັງໄດ້ມອບໃບຢັ້ງຢືນໃຫ້ແກ່ບັນດາຕົວແທນຂອງແຂວງໃນທົ່ວປະເທດທີ່ເຂົ້າຮ່ວມຝຶກອົບຮົມວຽກງານການກວດກາການຄ້າ ແລະ ປົກປ້ອງຜູ້ຊົມໃຊ້ໃນລະຫວ່າງວັນທີ 17 – 21 ມິຖຸນາທີ່ຜ່ານມາ ໂດຍມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 100 ກວ່າຄົນ.

( ຂ່າວ: ເອຢິບ, ຮູບ: ສຸກສະຫວັນ )