ຢາກໄປຮຽນຕໍ່ຢູ່ຫວຽດນາມ  50 ທຶນລໍຖ້າທ່ານຢູ່ສະໝັກເລີຍ!!

119

ແຈ້ງຂ່າວດີ ມະຫາວິທະຍາໄລກຽນຢາງ ສສ ຫວຽດນາມ ສະໝັບສະໝູນໃຫ້ທຶນການສຶກສາແກ່ ພະນັກງານ ຫຼື ນັກສຶກສາຄົນລາວ ທີ່ມີຄວາມສົນໃຈຢາກໄປສຶກສາຕໍ່ໃນລະບົບປະລິນຍາຕີ ຫຼື ລະບົບເຊື່ອມຕໍ່ປະລິນຍາຕີ ຈຳນວນ 50 ທຶນ ໃນ13 ສາຂາວິຊາຮຽນ, ຮ່ວມສະໝັກກ່ອນ 30 ກໍລະກົດນີ້.

 

 

ຫ້ອງການກະຊວງສຶກສາທິການ ແລະ ກິລາ ໄດ້ແຈ້ງການເຖິງພະນັກງານ-ນັກສຶກສາຊາບວ່າ: ມະຫາວິທະຍາໄລກຽນຢາງ ສະເໜີທຶນການສຶກສາໃຫ້ແກ່ບັນດາພະນັກງານ-ນັກສຶກສາລາວທີ່ມີຄວາມສົນໃຈຢາກສຶກສາຕໍ່ໃນລະດັບເຊື່ອມປະລິນຍາຕີ ຈຳນວນ 20 ທຶນ (ທຶນ 100%) ແລະ ປະລິນຍາຕີ ຈຳນວນ 30 ທຶນ (ທຶນ 50%) ໃນ13 ວິຊາຮຽນຄື: ຄູຄະນິດສາດ, ພາສາອັງກິດ, ບັນຊີ, ບໍລິຫານທຸລະກິດ, ເຕັກໂນໂລຢີ, ຊີວະວິທະຍາ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຄຸ້ມຄອງຊັບພະຍາກອນສິ່ງແວດລ້ອມ, ເຕັກໂນໂລຢີເຕັກນິກສິ່ງແວດລ້ອມ, ເຕັກໂນໂລຢີເຕັກນິກການກໍ່ສ້າງ, ເຕັກໂນໂລຢີທາງດ້ານອາຫານ, ປູກຝັງ-ລ້ຽງສັດນໍ້າ, ວິທະຍາສາດການປູກພືດ ແລະ ລ້ຽງສັດ.

 

 

ເງື່ອນໄຂຂອງຜູ້ສະໝັກ ແລະ ເອກະສານສະໝັກປະກອບມີດັ່ງນີ້: ຕ້ອງເປັນຄົນລາວ ຖືສັນຊາດລາວ, ແບບຟອມສະໝັກຕາມທີ່ກຳນົດໃຫ້, ສຳເນົາໜັງສືຜ່ານແດນ (Passport), ສໍາເນົາໜັງສືແຈ້ງເກີດ (ພາສາອັງກິດ ຫຼື ພາສາຫວຽດນາມ), ສໍາເນົາໃບປະກາດ ແລະ ຄະແນນຈົບຊັ້ນ ມ7 ຫຼື ຊັ້ນສູງ (ພາສາອັງກິດ ຫຼື ພາສາຫວຽດນາມ), ປະຫວັດສ່ວນຕົວ (CV), ຮູບຖ່າຍຂະໜາດ 4×6 ຈຳນວນ 03 ໃບ, ໃບກວດສຸຂະພາບ (ພາສາອັງກິດ ຫຼື ພາສາຫວຽດນາມ) ແລະ ໜັງສືຢັ້ງຢືນການຮຽນພາສາຫວຽດນາມ (ຖ້າມີ).

 

 

ສຳລັບເງື່ອນໄຂຂອງທຶນຮັບຜິດຊອບ ມີ 02 ແບບຄື: ຫຼັກສູດເຊື່ອມຕໍ່ປະລິນຍາຕີ ແມ່ນຍົກເວັ້ນຄ່າຮຽນ 100%, ຄ່າຫໍພັກ, ບໍລິການຮັບ-ສົ່ງນັກສຶກສາໄປ ແລະ ກັບຢູ່ສະໜາມບິນເຕິນເຊິນເຍິດ ພາຍຫຼັງຮຽນພາສາຫວຽດນາມຈົບແລ້ວໄດ້ຮັບເບ້ຍລ້ຽງ ຈຳນວນ 2 ລ້ານດົງ/ຄົນ/ເດືອນ. ສ່ວນລະດັບປະລິນຍາຕີ ແມ່ນຍົກເວັ້ນຄ່າຮຽນ 50% ແລະ ຄ່າຫໍພັກ.

 

 

ທ່ານໃດສົນໃຈ ສາມາດພົວພັນນຳກົມກິດຈະການສຶກສາ (ພະແນກຄຸ້ມຄອງທຶນການສຶກສາ ແລະ ນັກສຶກສາ) ໃນເວລາໂມງລັດຖະການ ກ່ອນວັນທີ 30 ກໍລະກົດ 2019 ນີ້.