ລາວສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າໄປໄທ ຫຼາຍກວ່າໝູ່

52

ປີ 2019 ນີ້ ສປປ ລາວ ສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າ ມີ 37 ປະເທດ ໃນນີ້ສົ່ງອອກຫຼາຍກວ່າໝູ່ແມ່ນ ໄທ, ສສ ຫວຽດນາມ ແລະ ສປ ຈີນ.

ທ່ານ ສຸລິຍົນ ພິລາວົງ ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ສຳພາດເມື່ອບໍ່ດົນມານີ້ ວ່າ: ສປປ ລາວ ໄດ້ຮັບສິດທິພິເສດທາງດ້ານການຄ້າພາຍໃຕ້ສິດທິພິເສດທາງດ້ານການຄ້າແບບຝ່າຍດຽວ ( GSPs ) ແລະ ແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ( FTAs ) ເຊິ່ງການສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າ ໃນປີ 2018 ບັນລຸໄດ້ 1,31 ຕື້ໂດລາສະຫະລັດ ກວມເອົາ 24,30% ຂອງມູນຄ່າການສົ່ງອອກທັງໝົດຂອງ ສປປ ລາວ ທີ່ມີມູນຄ່າ 5,41 ຕື້ໂດລາ. ບັນດາປະເທດທີ່ ສປປ ລາວ ສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າ ພາຍໃນປີ 2019 ນີ້ ມີທັງໝົດ 37 ປະເທດ. ໃນນັ້ນ, ປະເທດທີ່ມີການສົ່ງອອກຫຼາຍກວ່າໝູ່ແມ່ນ ໄທ ມີມູນຄ່າປະມານ 425,86 ລ້ານໂດລາ, ສສ ຫວຽດນາມ ມູນຄ່າປະມານ 332,85 ລ້ານໂດລາ ແລະ ສປ ຈີນ ມູນຄ່າປະມານ 250,95 ລ້ານໂດລາ.

ທັງນີ້, ດ້ານກຸ່ມສິນຄ້າທີ່ສົ່ງອອກຫຼາຍກວ່າໝູ່ 3 ອັນດັບຕົ້ນ ແມ່ນກຸ່ມສິນຄ້າອຸດສາຫະກຳ ເຊັ່ນ: ຢາງພາລາ, ຊີມັງ, ເຄື່ອງຕັດຫຍິບ ແລະ ອື່ນໆ ມີມູນຄ່າປະມານ 637,56 ລ້ານໂດລາ, ຮອງລົງມາແມ່ນພືດກະສິກຳ ເຊັ່ນ: ມັນຕົ້ນ, ເຂົ້າ, ກາເຟ ແລະ ອື່ນໆ ມີມູນຄ່າປະມານ 406,94 ລ້ານໂດລາ ແລະ ກຸ່ມສິນຄ້າຜະລິດແຮ່ທາດ ເຊັ່ນ: ທອງບໍລິສຸດ, ກົ່ວ, ອາລູມີນຽມ ແລະ ອື່ນໆ ມີມູນຄ່າປະມານ 89,50 ລ້ານໂດລາ.

ນອກຈາກນີ້, ການຈັດຕັ້ງປະຕິບັດບັນດາສັນຍາການຄ້າຂອງອົງການການຄ້າໂລກ ( WTO ) ກໍມີສ່ວນຊ່ວຍຊຸກຍູ້ການສົ່ງອອກ ເຊັ່ນ: ການຈັດຕັ້ງປະຕິບັດສັນຍາ ວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າ ( Trade Facilitation Agreement ) ທີ່ ສປປ ລາວ ໄດ້ລົງນາມໃນປີ 2015 ເຊິ່ງໄດ້ເປັນບ່ອນອີງທີ່ສຳຄັນໃຫ້ແກ່ການປັບປຸງວຽກງານອຳນວຍຄວາມສະດວກທາງດ້ານການຄ້າຂອງປະເທດ ເປັນຕົ້ນແມ່ນການປະຕິຮູບທາງດ້ານລະບຽບການ ເຊິ່ງປະກອບມີການປັບປຸງ ແລະ ການສ້າງນິຕິກຳໃໝ່ຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 02/ນຍ ລົງວັນທີ 1 ມັງກອນ 2018 ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ. ໃນໄລຍະຜ່ານມາ ກະຊວງອຸດສາຫະກຳ ແລະ ການຄ້າ ກໍຄືກົມການນຳເຂົ້າ ແລະ ສົ່ງອອກ ໄດ້ເປັນເຈົ້າການໃນການຜັນຂະຫຍາຍຄຳສັ່ງດັ່ງກ່າວ. ພ້ອມດຽວກັນ, ກໍໄດ້ປັບປຸງການອອກໃບອະນຸຍາດນຳເຂົ້າ ແລະ ສົ່ງອອກ ເຊັ່ນ: 1). ການຫັນເປັນທັນສະໄໝ ໂດຍການນຳໃຊ້ການອອກອະນຸຍາດ ຫຼື ຢັ້ງຢືນຕ່າງໆ ຜ່ານລະບົບເອເລັກໂຕຣນິກ ( ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າແບບເອເລັກໂຕຣນິກ ( e – CO ) ແລະ ລະບົບແຈ້ງພາສີປະຕູດຽວ ( LNSW  ) ສຳລັບການອອກໃບອະນຸຍາດນຳເຂົ້າຍານພາຫະນະເພື່ອມາຈຳໜ່າຍ ); 2). ສ້າງມາດຕະຖານການບໍລິການ ( Service Charter ) ໂດຍການກຳນົດລາຍລະອຽດຂັ້ນຕອນ, ເວລາ ແລະ ເອກະສານປະກອບໃນການຂໍອະນຸຍາດ ຫຼື ຢັ້ງຢືນຕ່າງໆຢູ່ກົມນຳເຂົ້າ ແລະ ສົ່ງອອກ. ພ້ອມທັງຄາດໝາຍຫຼຸດຂັ້ນຕອນ ແລະ ເວລາລົງເຄິ່ງໜຶ່ງ ພາຍໃນປີ 2019 ແລະ 3). ທົບທວນຄືນບັນດາມາດຕະການທາງການຄ້າທີ່ບໍ່ແມ່ນພາສີ ( NTMs ) ຈຳນວນໜຶ່ງທີ່ເຫັນວ່າຍັງບໍ່ແທດເໝາະໃນການຄຸ້ມຄອງ ແລະ ພິຈາລະນາລຶບລ້າງບາງອັນອອກ ເຊັ່ນ: ຢຸດຕິການອອກໃບອະນຸຍາດນຳເຂົ້າຊິ້ນສ່ວນພາຫະນະ, ນ້ຳມັນດິບ ແລະ ນ້ຳມັນເຄິ່ງສຳເລັດຮູບ ເພື່ອມາປະກອບ, ກັ່ນຕອງ ຫຼື ຜະລິດຢູ່ໂຮງງານ ( ຄຳສັ່ງເລກທີ 0535/ອຄ.ກຂອ ລົງວັນທີ 10 ເມສາ 2017 ) ແລະ ຢຸດຕິການອອກໃບອະນຸຍາດນຳເຂົ້າເຫຼັກ ແລະ ຊີມັງ ( ຄຳສັ່ງເລກທີ 1364/ອຄ.ກຂອ ລົງວັນທີ 28 ກັນຍາ 2018 ).

ການຈັດຕັ້ງປະຕິບັດບັນດາວຽກງານທີ່ໄດ້ກ່າວມາຂ້າງເທິງ ໄດ້ປະກອບສ່ວນສຳຄັນໃນການປັບປຸງສະພາບແວດລ້ອມຂອງການຄ້າຂ້າມແດນ ( Cross border trade ) ຂອງ ສປປ ລາວ ໂດຍອີງໃສ່ບົດລາຍງານກ່ຽວກັບການຈັດຄວາມສະດວກໃນການດຳເນີນທຸລະກິດ ( Ease of Doing Business ) ປີ 2019, ອັນດັບລວມຂອງຕົວຊີ້ວັດການຄ້າຂ້າມແດນຂອງ ສປປ ລາວ ແມ່ນດີຂຶ້ນ 48 ລະດັບ, ຈາກ 124 ໃນປີ 2018  ມາເປັນ 76 ໃນປີ 2019 ສົມທຽບໃນປະເທດອາຊຽນ ສປປ ລາວ ຈັດຢູ່ອັນດັບ 4 ( ຮອງຈາກສິງກະໂປ, ມາເລເຊຍ ແລະ ໄທ ).

[ ຂ່າວ: ສັນຕິ ]