ໜຸ່ມ 24 ປີ ດັບອະນາຄົດດ້ວຍຢາບ້າ 89 ເມັດ

43

ທຸກຄົນທີ່ເກີດມາຕ່າງກໍ່ວາດຝັນຊີວິດຕົນເອງໄວ້ສວຍຫຼູ ບໍ່ຢາກທຸກຈິ່ງພາວະນາທຸກວັນຂໍໃຫ້ຮັ່ງມີ ເຊິ່ງມີຄວາມເປັນໄປໄດ້ສຳລັບຄົນທີ່ມີຝັນ ແລະ ກ້າວຖືກທາງ, ແຕ່ຖ້າຫາກວາງແຜນຊີວິດຜິດລະເມີເພີ້ຝັນໄປນຳລິດຢາສຸດທ້າຍໄດ້ບໍ່ຄຸ້ມເສຍດັ່ງໜຸ່ມ 24 ລາຍນີ້.

ໃນວັນທີ 19 ມີຖຸນາ 2019 ຜ່ານມາ ທີ່ສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊ ໄດ້ນຳເອົາໃບສັ່ງຟ້ອງຂອງອົງການໄອຍະການແຂວງທີ່ເປັນໂຈດຂຶ້ນມາໄຕ່ຕອງພິຈາລະນາຢ່າງລະອຽດທີ່ຖ້ວນລວມທັງຂໍ້ມູນຫຼັກຖານເອກະສານທີ່ພົວພັນຕໍ່ການກະທຳຜິດ ແລະ ຄຳຮັບສາລະພາບຕໍ່ຫ້ອງປະຊຸມສານ ຊື່ທ້າວ ສົມຈິດ ອາຍຸ 24 ປີ, ປະຊາຊົນ ບ້ານ ໂຮມໄຊ ເມືອງ ນາໝໍ້ ແຂວງ ອຸດົມໄຊ ທີ່ຖືກກັກຕົວໃນວັນທີ 19 ມັງກອນ 2019 ໃນຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງປະເພດຢາບ້າ ຈໍານວນ 89 ເມັດ, ນ້ຳໜັກ 8,7 ກຣາມ.

 

 

ຜ່ານການສືບສວນ-ສອບສວນເພີ່ມເຕີມແລ້ວ ທ້າວສົມຈິດ (ຈໍາເລີຍ) ໄດ້ຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນຂອງຕົນແທ້, ໃນຄັ້ງວັນທີ 17 ມັງກອນ 2019, ຕົນໄດ້ຂັບຂີ່ລົດຈັກໄປຊື້ຢາບ້ານຳຜູ້ຍິງຄົນໜຶ່ງ (ບໍ່ຮູ້ຊື່) ຢູ່ບ້ານຫຼັກ 22 ເມືອງໄຊ ແຂວງ ອຸດົມໄຊ ຈຳນວນ 100 ເມັດ ໃນລາຄາ 5.000 ກີບຕໍ່ໜຶ່ງເມັດ, ບັນຈຸໃສ່ຖົງສີແດງມ້ຽນໄວ້ຢູ່ເບາະລົດຈັກ. ພາຍຫຼັງຂັບຂີ່ລົດກັບມາເຮືອນກໍ່ໄດ້ເອົາຢາບ້າອອກມາເສບ ຈຳນວນ 11 ເມັດ, ຍັງເຫຼືອ 89 ເມັດ ສ່ວນທີ່ເຫຼືອແມ່ນເອົາມ້ຽນໄວ້ເບາະລົດຄືເກົ່າ

 

 

ມາຮອດວັນທີ 19 ມັງກອນ 2019 ຕົນໄດ້ຂັບຂີ່ລົດຈັກອອກຈາກເຮືອນເພື່ອໄປຊອກຮັບຈ້າງເປັນກຳມະກອນຢູ່ຕາມເຂດບ້ານໂຮມໄຊ ເມືອງນາໝໍ້ ຈຶ່ງຖືກເຈົ້າໜ້າທີ່ກວດພົບເຫັນ ແລະ ກັກຕົວມາດຳເດີນຄະດີຕາມລະບຽບກົດໝາຍ ຈຶ່ງເຫັນວ່າ (ຈຳເລີຍ) ມີເຈດຕະນາໃນການເຄື່ອນໄຫວກະທຳຜິດກົດໝາຍໃນມາດຕາ 146 ຂອງກົດໝາຍອາຍາ ແຫ່ງ ສປປ ລາວ.

 

 

ດັ່ງນັ້ນ, ຄະນະສານອາຍາຂັ້ນແຂວງອຸດົມໄຊຕັດອິດສະຫຼະພາບທ້າວສົມຈິດ ໃນຖານມີຢາເສບໄວ້ໃນຄອບຄອງ 5 ປີ, ປັບໃໝ 10.000.000 ກີບ; ຮິບຢາເສບຕິດຈຳນວນ 89 ເມັດ, ນ້ຳໜັກ 8,7 ກຣາມ ມາທຳລາຍຖິ້ມ, ຮິບລົດຈັກ ຍີ່ຫໍ້ HENSIM (ເຫັນຊິມ) ສີດຳ ບໍ່ມີທະບຽນ ມາເປັນຂອງລັດ ແລະ ສົ່ງໂທລະສັບ 01 ເຄື່ອງຄືນໃຫ້ຈຳເລີຍ.

 

 

ຂໍ້ມູນ: ຂ່າວ ປກສ ແຂວງອຸດົມໄຊ