ຊາວນາ 12 ບ້ານ ເມືອງໄຊພູທອງ ໄດ້ຮັບແນວພັນເຂົ້າ

97

ໃນທ້າຍອາທິດຜ່ານມານີ້ ປະຊາຊົນ12 ບ້ານ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຮັບແນວພັນເຂົ້າຈາກອົງການອາຫານ ແລະ ການກະເສດ ( FAO ).

ບ້ານທີ່ໄດ້ຮັບເຂົ້າດັ່ງກ່າວມີຄື: ບ້ານເຮືອນຫີນ, ບ້ານນາພານ, ບ້ານທ່າດ່ານ, ບ້ານໂພນທາດ, ບ້ານນາໝາກເກືອ, ບ້ານພູມມະເຈດີ, ບ້ານໂພນທັນ, ບ້ານນາຄໍາ, ບ້ານໂພນສົ້ມໂຮງ, ບ້ານຕາກແດດ, ບ້ານດອນຫວາຍ ແລະ ບ້ານທ່າໂພ ມີຈໍານວນ 215 ຄອບຄົວ ຂອງເມືອງໄຊພູທອງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນລະດູຝົນປີ 2018 ໃນເນື້ອທີ່ເສຍຫາຍ 548,75 ເຮັກຕາ ໂດຍໄດ້ຮັບແນວພັນເຂົ້າທ່າສະໂນ 07 ແລະ ທ່າສະໂນ 08 ເຊິ່ງລັກສະນະແນວພັນເຂົ້າແມ່ນລໍາຕົ້ນແຂງໃບຫຼາຍໃຫ້ຜົນຜະລິດສູງ.

ເຂົ້າຮ່ວມໃນພິທີມອບ – ຮັບແນວພັນເຂົ້າຂອງ ທ່ານ ແສງສະຫວັນ ອະນຸສິນ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໄຊພູທອງ ມີ ທ່ານ ສຸວັນ ໄຊຍະມັງດາລາ ຮອງຫົວໜ້າຫ້ອງການກະສິກໍາ – ປ່າໄມ້ເມືອງ, ພ້ອມດ້ວຍພະນັກງານຫ້ອງການກະສິກໍາ – ປ່າໄມ້ເມືອງ, ມີພະນັກງານວິຊາການຫ້ອງການທີ່ກ່ຽວຂ້ອງຕະຫຼອດຮອດເລຂາ – ນາຍບ້ານເຂົ້າຮ່ວມ.

ພາຍຫຼັງສໍາເລັດການມອບ – ຮັບແນວພັນເຂົ້າດັ່ງກ່າວແລ້ວ ທ່ານ ແສງສະຫວັນ ອະນຸສິນ ຮອງເຈົ້າເມືອງກໍໄດ້ມີຄໍາເຫັນ ເຊິ່ງກ່ອນອື່ນທ່ານໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງບ້ານນໍາເອົາແນວພັນເຂົ້າໄປມອບໃຫ້ແຕ່ລະຄອບຄົວຕາມ ຄວາມເໝາະສົມ, ໃນຄະນະບ້ານທີ່ໄດ້ຮັບແນວພັນກໍຕ້ອງເອົາໃຈໃສ່ເຮັດໃຫ້ຖືກຕ້ອງຕາມຫຼັກວິຊາການ ເພື່ອແນໃສ່ເຮັດໃຫ້ການຜະລິດໄດ້ທັງປະລິມານ ແລະ ຄຸນນະພາບທີ່ສູງຂຶ້ນກວ່າປີຜ່ານໆມາ.

( ຂ່າວ: ພັນທະມິດ ວົງສຸທິ )