ສ່ວຍສາອາກອນແຂວງບໍ່ແກ້ວ ວາງ 6 ມາດຕະການ ຍູ້ການເກັບລາຍຮັບໃຫ້ບັນລຸເປົ້າ

76

ປີຜ່ານມາ ສ່ວຍສາອາກອນປະຈຳແຂວງບໍ່ແກ້ວ ສາມາດເກັບລາຍຮັບໄດ້ 157 ຕື້ກວ່າກີບ ເທົ່າກັບ 131,02% ຂອງແຜນການປີ, ສ່ວນປີ 2019 ໄດ້ຮັບຕົວເລກການຈັດເກັບລາຍຮັບເຂົ້າງົບປະມານ 123 ຕື້ກວ່າກີບ ເພີ່ມຂຶ້ນຈາກປີຜ່ານມາ 3,66% ແຕ່ເພື່ອໃຫ້ບັນລຸຕາມເປົ້າທີ່ໄດ້ຮັບມອບໝາຍ ທາງສ່ວຍສາອາກອນປະຈຳແຂວງບໍ່ແກ້ວ ໄດ້ວາງ 6 ມາດຕະການ.

ທ່ານ ທອງລໍ່າ ຜູບົວວົງ ຮອງຫົວໜ້າສ່ວຍສາອາກອນ ປະຈຳແຂວງບໍ່ແກ້ວ ເປີດເຜີຍວ່າ: ປີ 2018 ທີ່ຜ່ານມາ ສ່ວຍສາອາກອນປະຈຳແຂວງບໍ່ແກ້ວ ໄດ້ຮັບຕົວເລກແຜນການ 119,9 ຕື້ກີບ ແຕ່ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ສາມາດປະຕິບັດໄດ້ທັງໝົດ 157,1 ຕື້ກີບ ເທົ່າກັບ 131,02% ຂອງແຜນການປີ. ໃນນີ້, ລາຍຮັບສູນກາງປະຕິບັດໄດ້ 36,7 ຕື້ກວ່າກີບ ເທົ່າກັບ 159,60% ລື່ນແຜນການປີ 13,7 ຕື້ກວ່າກີບ ລາຍຮັບທ້ອງຖິ່ນ ປະຕິບັດໄດ້ 120,4 ຕື້ກີບ ເທົ່າກັບ 124,20% ລື່ນແຜນການປີ 23,5 ຕື້ກວ່າກີບ.

ສ່ວນໃນປີ 2019 ສ່ວຍສາອາກອນປະຈຳແຂວງບໍ່ແກ້ວ ໄດ້ຮັບຕົວເລກຈັດເກັບລາຍຮັບງົບປະມານແຫ່ງລັດ ທັງໝົດ 123,9 ຕື້ກີບ ເພີ່ມຂຶ້ນຈາກປີ 2018 ຜ່ານມາ 3,66%. ໃນນີ້, ລາຍຮັບສູນກາງ ( ວີຊາກັບດ່ານ ) 24 ຕື້ກີບ ເພີ່ມຂຶ້ນ 4,35%, ລາຍຮັບທ້ອງຖິ່ນ 99,9 ຕື້ກີບ ເພີ່ມຂຶ້ນ 3,50%. ແຕ່ຜ່ານການຈັດຕັ້ງປະຕິບັດແຜນລາຍຮັບ 4 ເດືອນປີ 2019 ສາມາດປະຕິບັດໄດ້ 51,5 ຕື້ກີບ ເທົ່າ 41,64% ຂອງແຜນການປີ ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 128,37%. ໃນນີ້, ລາຍຮັບສູນກາງ ( ວີຊາກັບດ່ານ ) ປະຕິບັດໄດ້ 20,3 ຕື້ກີບ ເທົ່າ 84,86% ຂອງແຜນການປີ ທຽບໃສ່ປີຜ່ານມາ ເທົ່າ 169,60%, ລາຍຮັບທ້ອງຖິ່ນ ປະຕິບັດໄດ້ 31,2 ຕື້ກີບ ເທົ່າ 31,26% ຂອງແຜນການປີ ຖ້າທຽບໃສ່ເວລາດຽວກັນຂອງປີຜ່ານມາ ເທົ່າກັບ 110,80%.

ທ່ານຮອງຫົວໜ້າສ່ວຍສາອາກອນປະຈຳແຂວງບໍ່ແກ້ວ ເປີດເຜີຍອີກວ່າ: ເພື່ອໃຫ້ບັນລຸຕາມລະດັບຄາດໝາຍ, ສ່ວຍສາອາກອນປະຈໍາແຂວງບໍ່ແກ້ວ ໄດ້ມີວິທີການ ແລະ ກົນໄກໃນການຈັດຕັ້ງປະຕິບັດ ເພື່ອໃຫ້ລາຍຮັບບັນລຸຕາມແຜນ 6 ຂໍ້; ຂໍ້ທີ 1 ຖືເອົາວຽກງານສຶກສາອົບຮົມການເມືອງ – ແນວຄິດເປັນວຽກຕົ້ນຕໍ ເພື່ອຍົກສູງຄຸນທາດການເມືອງໃຫ້ແກ່ພະນັກງານ, ສະມາຊິກພັກໃຫ້ມີ ຄວາມໜັກແໜ້ນທາງດ້ານການເມືອງ, ເປັນເຈົ້າການປະຕິບັດກົດໝາຍຂອງລັດໃຫ້ເຂັ້ມງວດ ໂດຍສະເພາະແມ່ນ 4 ບຸກທະລຸ, ປັບປຸງທັດສະນະ ເພື່ອບໍລິການຮັບໃຊ້ຫົວໜ່ວຍທຸລະກິດໃຫ້ດີຂຶ້ນ, ຕ້ານແນວຄິດ ແລະ ການກະທຳທີ່ເຫັນແກ່ຜົນປະໂຫຍດສ່ວນຕົວ, ສວຍໃຊ້ໜ້າທີ່ຕຳແໜ່ງໄປທາງທີ່ຜິດລະບຽບກົດໝາຍ, ເອົາໃຈໃສ່ຕ້ານ ແລະ ຕີຖອຍປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວພະນັກງານ ແລະ ກົງຈັກການຈັດຕັ້ງໃຫ້ຫຼຸດລົງເທື່ອລະກ້າວ.

ຂໍ້ທີ 2 ເອົາວຽກງານການສ້າງແຜນໃນການຄຸ້ມຄອງຈັດເກັບລາຍຮັບຫັນເປັນແຜນການລະອຽດ ເປັນແຕ່ລະວຽກງານຢ່າງມີຈຸດສຸມ, ພ້ອມແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຂະແໜງ, ຈຸງານ ແລະ ບຸກຄົນຢ່າງຂາດຕົວ, ໃນແຕ່ລະອາທິດໄດ້ມີການລາຍງານສ່ອງແສງ ແລະ ຂໍທິດຊີ້ນຳຂັ້ນເທິງຖັດໄປເປັນຢ່າງປົກກະຕິ.

ຂໍ້ທີ 3 ຊຸກຍູ້ສົ່ງເສີມບັນດາຫົວໜ່ວຍທຸລະກິດທີ່ມີລາຍຮັບແຕ່ 400 ລ້ານກີບຂຶ້ນໄປ ໃຫ້ເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ແລະ ນຳໃຊ້ໃບເກັບເງິນຢ່າງມີປະສິດທິຜົນຜ່ານລະບົບເຊື່ອມຈອດຂໍ້ມູນ – ຂ່າວສານທີ່ທັນສະໄໝໃນທົ່ວແຂວງ, ສືບຕໍ່ປະຕິບັດໂຄງການສຳຫຼວດຫົວໜ່ວຍທຸລະກິດມອບເໝົາ, ສຳຫຼວດຂໍ້ມູນການນຳໃຊ້ທີ່ດິນຢູ່ບັນດາເມືອງ.

ຂໍ້ທີ 4 ປະສານສົມທົບກັບຂະແໜງສາຍຕັ້ງກ່ຽວກັບກົນໄກການເກັບລາຍຮັບມອບຜ່ານລະບົບທະນາຄານໃຫ້ມີປະສິດທິຜົນ, ສ້າງສິ່ງແວດລ້ອມ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການໃນການປະຕິບັດພັນທະຂອງຕົນໃຫ້ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງກັບຄວາມເປັນຈິງ ແລະ ເຂັ້ມງວດຕໍ່ລະບຽບກົດໝາຍ.

ຂໍ້ທີ 5 ອອກເລກປະຈໍາຕົວຜູ້ເສຍອາກອນໃຫ້ເປັນລະບົບຄົບຊຸດ ເພື່ອເປັນເຄື່ອງມືໃນການຕິດຕາມແຈ້ງເສຍອາກອນຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງໃຫ້ຄົບຖ້ວນ ແລະ ຂໍ້ທີ 6 ຄຸ້ມຄອງເກັບລາຍຮັບອາກອນລາຍໄດ້ຈາກການມອບໂອນສິດນຳໃຊ້ທີ່ດິນ ( ຊື້ – ຂາຍທີ່ດິນພ້ອມສິ່ງປຸກສ້າງ ), ເກັບອາກອນມູນຄ່າເພີ່ມຈາກການຈຳໜ່າຍພາຫະນະ ແລະ ຄຸ້ມຄອງເກັບອາກອນມູນຄ່າເພີ່ມລົດຂົນສົ່ງສິນຄ້າຕ່າງໆທີ່ຢູ່ ແຂວງບໍ່ແກ້ວ ແລະ ວຽກງານອື່ນໆທີ່ຕິດພັນກັບສ່ວຍສາອາກອນ.

[ ຂ່າວ: ກະຊວງການເງິນ ]