ສົ່ງເສີມກະສິກໍາອິນຊີ ໃຫ້ມີຕະຫຼາດຮອງຮັບຖາວອນ

65

ການຈັບຄູ່ຮ່ວມທຸລະກິດໃຫ້ແກ່ຜູ້ຜະລິດກະສິກໍາອິນຊີ ເປັນອີກຊ່ອງທາງໜຶ່ງໃນການຂະຫຍາຍຕະຫຼາດໃຫ້ກັບຜູ້ປະກອບການ ໃຫ້ຜູ້ຜະລິດມີຕະຫຼາດຮອງຮັບທັງເປັນການສົ່ງເສີມໃຫ້ຄົນໃນສັງຄົມຫັນມາບໍລິໂພກຜັກອິນຊີຫຼາຍຂຶ້ນ.

ງານພົບປະ ແລະ ຈັບຄູ່ຮ່ວມທຸລະກິດກະສິກໍາອິນຊີ ຈັດຂຶ້ນໃນວັນທີ 15 ມິຖຸນາ 2019 ທີ່ຕະຫຼາດກະສິກໍາອິນຊີ ສູນການຄ້າ ລາວ – ໄອເຕັກ ໂດຍການຮ່ວມມືຂອງອົງການຮ່ວມມືສາກົນ ປະເທດຍີ່ປຸ່ນ ( JICA ) ກັບ ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ເຊິ່ງກໍມີບັນດາແມ່ຄ້າຊາວຂາຍ ພ້ອມກັບຜູ້ທີ່ສົນໃຈໃນສິນຄ້າປອດສານພິດເຂົ້າມາຮ່ວມລົງທະບຽນ ແລະ ຫຼິ້ນເກມຮ່ວມກັນຢ່າງຫຼວງຫຼາຍ.

ທ່ານ ຂັນແກ້ວ ເມືອງວາງ ຮອງຫົວໜ້າຂະແໜງປູກຝັງ ນະຄອນຫຼວງວຽງຈັນ ກ່າວວ່າ: ການຈັດງານໃນຄັ້ງນີ້ກໍເພື່ອເປີດໂອກາດໃຫ້ແກ່ຜູ້ທີ່ມີ ຄວາມສົນໃຈໃນການເຮັດທຸລະກິດ ກ່ຽວກັບກະສິກໍາອິນຊີ ໄດ້ມີໂອກາດຊອກຫາຊ່ອງທາງໃນການຮ່ວມທຸລະກິດຈາກຜູ້ຜະລິດຕົວຈິງໂດຍໄດ້ເຊື້ອເຊີນເອົາບັນດາຜູ້ປະກອບການຮ້ານອາຫານ, ໂຮງແຮມ, ບັນດາຮ້ານຄ້າຕ່າງໆເຂົ້າມາຢ້ຽມຊົມຕະຫຼາດຂອງພວກເຮົາ ພ້ອມທັງໃຫ້ຄວາມຮູ້ກ່ຽວກັບເລື່ອງດັ່ງກ່າວ ຖ້າຫາກຜູ້ເຂົ້າຮ່ວມງານທ່ານໃດມີຄວາມສົນໃຈກໍຈະມີພະນັກງານໄວ້ຖ້າແນະນໍາ ແລະ ລົງທະບຽນໄວ້ ເພື່ອຈະໃຫ້ລາຍລະອຽດແບບລົງເລິກພາຍຫຼັງ ບໍ່ວ່າຈະເປັນການຮ່ວມທຸລະກິດແບບຊື້ຜະລິດຕະພັນເພື່ອໄປຂາຍຕໍ່ ຫຼື ອາດຈະເປັນຂັ້ນຕອນການຜະລິດຮ່ວມກັນກໍສາມາດເຮັດໄດ້. ນອກຈາກນີ້, ງານດັ່ງກ່າວຍັງເປັນການແກ້ໄຂຫາທາງອອກໃຫ້ແກ່ກຸ່ມຜະລິດກະສິກໍາອິນຊີ ໄດ້ມີຕະຫຼາດປ່ອຍສິນຄ້າ ເນື່ອງຈາກວ່າໃນປັດຈຸບັນສິນຄ້າກະສິກໍາອິນຊີທີ່ປະຊາຊົນຜະລິດຍັງມີລັກສະນະລົ້ນຕະຫຼາດຢູ່ ຈຶ່ງຈະຕ້ອງໄດ້ຊອກຫາຕະຫຼາດທີ່ສາມາດເປັນບ່ອນຮອງຮັບແບບຖາວອນໃຫ້ແກ່ເຂົາເຈົ້າ ໂດຍເລີ່ມຈາກພາຍໃນປະເທດ ແຕ່ຖ້າເປັນໄປໄດ້ຫາກສາມາດມີຕະຫຼາດຕ່າງປະເທດຮອງຮັບອີກຍິ່ງເປັນການດີ.

ທ່ານ ນາງ ພັນນາໄລ ພິລາວົງ ຕົວແທນຈາກຮ້ານອາຫານປາກປ່າສັກ ໃຫ້ຮູ້ວ່າ: ຕົນເອງເປັນລູກຄ້າຂອງຜະລິດຕະພັນກະສິກໍາອິນຊີຢູ່ແລ້ວ ໂດຍຊື້ຜັກປອດສານພິດໄປບໍລິໂພກພາຍໃນຄອບຄົວ ແລະ ບາງຄັ້ງກໍນໍາໄປປຸງແຕ່ງອາຫານໃນຮ້ານຂອງຕົນ. ສໍາລັບງານພົບປະໃນຄັ້ງນີ້ຕົນເອງຄິດວ່າມັນເປັນຊ່ອງທາງທີ່ດີທີ່ຈະຫັນຈາກຜູ້ບໍລິໂພກມາເປັນຜູ້ຮ່ວມຜະລິດເອງ ຈຶ່ງໄດ້ລົງທະບຽນກັບທີມງານໄວ້ແລ້ວ ແລະ ພ້ອມຈະຮຽນຮູ້ຕົວຈິງໃນອີກບໍ່ດົນນີ້ ແລະ ຄິດວ່າບາງເທື່ອອາດຈະໄດ້ນໍາເອົາສິນຄ້າດັ່ງກ່າວມານໍາໃຊ້ໃນຮ້ານອາຫານຂອງຕົນ.

ທ່ານ ນາງ ດອນ ສະມາຊິກກຸ່ມກະສິກໍາອິນຊີ ບ້ານໂນນແຕ້ ໃຫ້ຮູ້ວ່າ: ການຜະລິດສິນຄ້າກະສິກໍາອິນຊີໃນໄລຍະນີ້ ເປັນໄລຍະທີ່ພືດຜັກບົວລະບັດຍາກທີ່ສຸດ ເນື່ອງຈາກເປັນໄລຍະລະດູຝົນເຮັດໃຫ້ມີພະຍາດຫຼາຍ ແຕ່ເຖິງຢ່າງໃດກໍຕາມ ກໍຍັງມີສິນຄ້າສະໜອງໃຫ້ຕະຫຼາດຢູ່ບໍ່ຂາດ ບາງເທື່ອກໍລົ້ນຕະຫຼາດ ເຊິ່ງມັນຈໍາເປັນທີ່ຈະຕ້ອງມີຕະຫຼາດໄວ້ຮອງຮັບ. ທັງນີ້, ພວກເຮົາເປີດໃຈ ແລະ ມີຄວາມພ້ອມທີ່ຈະຮ່ວມມືກັບບັນດາຜູ້ປະກອບການທີ່ມີ ຄວາມສົນໃຈຢາກຮ່ວມທຸລະກິດ ບໍ່ວ່າຈະເປັນການສົ່ງຕໍ່ຜະລິດຕະພັນໄປຍັງກຸ່ມລູກຄ້າໃນເຂດອື່ນ.

[ ຂ່າວ: ເອຢິບ; ຮູບ: ວິລະສັກ ]