ການບໍລິການພາສີອາຊຽນປະຕູດຽວ ຈະເຮັດໃຫ້ການເຄື່ອນຍ້າຍສິນຄ້າສະດວກຂຶ້ນ

96

ກອງປະຊຸມຫົວໜ້າກົມພາສີອາຊຽນ ຄັ້ງທີ 28 ໄດ້ປິດລົງຢ່າງຈົບງາມໃນທ້າຍອາທິດຜ່ານມາ ເຊິ່ງຜົນຂອງການປຶກສາຫາລືແມ່ນມີຫຼາຍປະເດັນທີ່ບັນດາປະເທດອາຊຽນ ຈະນໍາໄປຈັດຕັ້ງປະຕິບັດ ໂດຍສະເພາະແມ່ນການອໍານວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ ແລະ ການເຊື່ອມໂຍງພາສີອາຊຽນ ພາຍໃຕ້ຂອບການຮ່ວມມື ” ການບໍລິການພາສີອາຊຽນປະຕູດຽວ ” ເຊິ່ງຈະເຮັດໃຫ້ການເຄື່ອນຍ້າຍສິນຄ້າຂອງບັນດາປະເທດສະມາຊິກມີຄວາມສະດວກຍິ່ງຂຶ້ນ ທັງເປັນການຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ຄ່າໃຊ້ຈ່າຍຂອງຜູ້ປະກອບການອີກດ້ວຍ.

ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ກະຊວງການເງິນ ໄດ້ຖະແຫຼງຜົນຂອງກອງປະຊຸມຫົວໜ້າກົມພາສີອາຊຽນ ຄັ້ງທີ 28 ໃນຕອນແລງຂອງວັນທີ 13 ມິຖຸນາ 2019 ຕໍ່ສື່ມວນຊົນ ວ່າ: ກົມພາສີ ກະຊວງການເງິນ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມຫົວໜ້າກົມພາສີອາຊຽນ ຄັ້ງທີ 28 ເຊິ່ງປຶກສາຫາລືການເຊື່ອມໂຍງວຽກງານພາສີຂອງບັນດາປະເທດສະມາຊິກອາຊຽນ, ປັບປຸງລະບົບພາສີອາຊຽນ ໃຫ້ມີປະສິດທິພາບສູງ, ຄວາມປອດໄພຕາມດ່ານພາສີຊາຍແດນ, ການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຄຸ້ມຄອງການນໍາເຂົ້າ – ສົ່ງອອກສິນຄ້າຜ່ານດ່ານພາສີສາກົນຂອງບັນດາປະເທດອາຊຽນ ເຊິ່ງມີການປຶກສາຫາລືກັນທັງໝົດ 40 ກວ່າຫົວຂໍ້. ນອກຈາກນັ້ນ, ຍັງມີການຮອງຮັບບັນດາເອກະສານສຳຄັນໃນການກໍານົດໜ້າທີ່ຂອງບັນດາຄະນະເຮັດວຽກຂອງພາສີອາຊຽນ ແລະ ຈະມີການຮັບຮອງແຜນວຽກຂອງພາສີອາຊຽນ ປະຈໍາປີ 2019 – 2020.

ທ່ານອະທິບາຍຕື່ມວ່າ: ກອງປະຊຸມໄດ້ແນະນຳແນວທາງການຈັດຕັ້ງປະຕິບັດດ້ານລະບຽບຫຼັກການ, ການອໍານວຍຄວາມສະດວກທາງການຄ້າ, ການບັງຄັບໃຊ້ກົດໝາຍ, ພັດທະນາຊັບພະຍາກອນມະນຸດ ແລະ ວຽກງານປະຕູດຽວອາຊຽນ ເປັນຕົ້ນແມ່ນ: 1). ລະບົບຜ່ານແດນພາສີອາຊຽນ ( ACTS ) ເຊິ່ງມີເປົ້າໝາຍເຮັດໃຫ້ວຽກຜ່ານແດນມີຄວາມສະດວກໃນຮູບແບບລົດບັນທຸກດຽວ, ແຈ້ງຄັ້ງດຽວ ແລະ ຄໍ້າປະກັນຄັ້ງດຽວ ເພື່ອສົ່ງເສີມການຂະຫຍາຍຕົວທາງດ້ານການຄ້າໃນອາຊຽນ; 2). ການຮັບຮອງເອົາບັນດາຜູ້ປະກອບການທີ່ໄດ້ມາດຕະຖານ ( AEO ) ເພື່ອຮັບປະກັນຕ່ອງໂສ້ງການສະໜອງ ແລະ ອໍານວຍຄວາມສະດວກທາງການຄ້າ ເຊິ່ງບັນດາຫົວໜ້າກົມພາສີອາຊຽນ 6 ປະເທດ ເຫັນດີໃຫ້ມີການຈັດຕັ້ງປະຕິບັດໂຄງການຜູ້ປະກອບການທີ່ໄດ້ມາດຕະຖານ ແລະ ບັນດາປະເທດທີ່ຍັງເຫຼືອສາມາດເລີ່ມໂຄງການດັ່ງກ່າວໃນປີ 2020 ເຊິ່ງຈະເຮັດໃຫ້ການເຄື່ອນຍ້າຍສິນຄ້າ ລວມທັງຫຼຸດຜ່ອນຄ່າໃຊ້ຈ່າຍຂອງຜູ້ປະກອບການນຳອີກ.

ສ່ວນລະບົບສາລະບານອັດຕາພາສີອາຊຽນ ( AHTN ) ປີ 2017 ໄດ້ມີການຊຸກຍູ້ໃຫ້ບັນດາປະເທດສະມາຊິກອາຊຽນປະສານກັບບັນດາກະຊວງກ່ຽວຂ້ອງ ລວມທັງພາກເອກະຊົນ ເພື່ອປັບປຸງລະບົບສາລະບານດັ່ງກ່າວໃຫ້ເປັນເວີຊັນປີ 2022 ເນື່ອງຈາກການຄຸ້ມຄອງຊາຍແດນ ແລະ ການອໍານວຍຄວາມສະດວກແມ່ນສິ່ງທ້າທາຍຂອງຂະແໜງພາສີ ທີ່ຈະໄດ້ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ. ນອກນັ້ນ, ຫົວໜ້າກົມພາສີອາຊຽນ ຍັງໄດ້ປະກອບຄໍາເຫັນຕໍ່ຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານປະຕູດຽວ ແລະ ການແລກປ່ຽນຂໍ້ມູນ ລວມທັງຢັ້ງຢືນແຫຼ່ງກໍາເນີດສິນຄ້າ ATIGA Form D ພາຍໃນປີ 2019.

ໃນຕອນທ້າຍຂອງກອງປະຊຸມ ຍັງມີການປຶກສາຫາລືດ້ານການຮ່ວມມືລະຫວ່າງອາຊຽນ ແລະ ຄູ່ຮ່ວມພັດທະນາ ຄື: ຫ້ອງການປົກປ້ອງຊາຍແດນອົສຕຣາລີ, ກົມພາສີ ສປ ຈີນ, ກົມພາສີ ຍີ່ປຸ່ນ, ກົມພາສີ ສ. ເກົາຫຼີ ແລະ ອົງການພາສີໂລກ. ຄຽງຄູ່ກັນນັ້ນ, ຍັງໄດ້ຫາລືກັບພາກທຸລະກິດ ເຊັ່ນ: ສະພາທຸລະກິດເອີຣົບ – ອາຊຽນ, ສະພາທຸລະກິດອາເມຣິກາ – ອາຊຽນ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເພື່ອອໍານວຍ ຄວາມສະດວກໃຫ້ກັບຜູ້ປະກອບການຕື່ມອີກ.

[ ຂ່າວ – ຮູບ: ສົມສະຫວິນ ]