ລາວ – ຣັດເຊຍ ເປີດໂອກາດໃຫ້ຜູ້ປະກອບການຈັບຄູ່ຮ່ວມທຸລະກິດ

107

ກອງປະຊຸມພົບປະຫາຄູ່ຮ່ວມທຸລະກິດລະຫວ່າງ ລາວ – ຣັດເຊຍ ຈັດຂຶ້ນເພື່ອເປີດໂອກາດໃຫ້ແກ່ນັກທຸລະກິດຂອງທັງສອງປະເທດ, ມີໂອກາດໄດ້ພົບປະກັນ ແລະ ອາດກ້າວເຂົ້າສູ່ການຮ່ວມທຸລະກິດນໍາກັນ ເຊິ່ງມີບັນດາບໍລິສັດໃນລາວ ເຂົ້າຮ່ວມ 20 ກວ່າບໍລິສັດ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 14 ມິຖຸນາ 2019 ທີ່ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໂດຍການເຂົ້າຮ່ວມຂອງ ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ ປາແວນ ໂອສະຕຣົບເວຍຣຄົບ ວາເລເຣວິດຈ໌ ປະທານສະມາຄົມທຸລະກິດຮ່ວມມືສາກົນ ຊີບີຣີ ຂອງຣັດເຊຍ, ມີບັນດານັກທຸລະກິດຈາກທັງສອງປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ມີບັນດາບໍລິສັດທີ່ເຮັດກ່ຽວກັບຂະແໜງພະລັງງານໄຟຟ້າ, ບໍ່ແຮ່, ພະລັງງານຄວາມຮ້ອນ, ຂາຍອຸປະກອນໄຟຟ້າ, ບໍລິສັດກໍາຈັດຂີ້ເຫຍື້ອ ແລະ ອື່ນໆ ຈາກຣັດເຊຍ ຈໍານວນ 6 ບໍລິສັດ ຄື: ບໍລິສັດ Bolid ທີ່ເຮັດກ່ຽວກັບພະລັງງານຄວາມຮ້ອນ, ອຸປະກອນສໍາລັບລະບົບໄຟຟ້າ ແລະ ເຄືອຂ່າຍໄຟຟ້າ; ບໍລິສັດ Bolid ທີ່ເຮັດກ່ຽວກັບພະລັງງານຄວາມຮ້ອນໂດຍສະເພາະ; ບໍລິສັດ Ecofrouz – Sibir ເຮັດກ່ຽວກັບອຸດສາຫະກໍາຖ່ານຫີນ ແລະ ຂຸດຄົ້ນບໍ່ແຮ່, ເຕົາເຜົາໄຟຟ້າ; ບໍລິສັດ Filllin company ເຮັດກ່ຽວກັບອຸປະກອນສໍາລັບການເຈາະຂຸດ ແລະ ການດໍາເນີນງານ Armor, ບໍລິສັດ Bio Building ເຮັດກ່ຽວກັບການຜະລິດອາຫານ ແລະ ບໍລິສັດ Sengiks company ທີ່ເຮັດກ່ຽວກັບອຸປະກອນສໍາລັບການເຜົາຂີ້ເຫຍື້ອ ແລະ ສິ່ງເສດເຫຼືອອັນຕະລາຍ ເຊິ່ງທັງໝົດທີ່ກ່າວມາແມ່ນມີຈຸດປະສົງຊອກຫາຄູ່ຮ່ວມທຸລະກິດ.

ທ່ານ ທະນົງສິນ ກັນລະຍາ ກ່າວວ່າ: ຈຸດປະສົງຂອງການຈັດງານພົບປະໃນຄັ້ງນີ້ກໍເພື່ອເປີດໂອກາດໃຫ້ບັນດານັກທຸລະກິດຂອງສອງປະເທດໄດ້ມີໂອກາດຫາຄູ່ຮ່ວມທຸລະກິດນໍາກັນ ເພື່ອຂະຫຍາຍທຸລະກິດຂອງຕົນເອງ, ອີກທັງເປັນການຕ້ອນຮັບຄະນະສະມາຄົມນັກທຸລະກິດຈາກ ຣັດເຊຍ ໄປພ້ອມໆກັນ. ເຖິງຢ່າງໃດກໍຕາມ, ລາວ ແລະ ຣັດເຊຍ ແມ່ນມີການຮ່ວມມືກັນມາແຕ່ດົນນານບໍ່ວ່າຈະເປັນເລື່ອງທຸລະກິດ ແລະ ດ້ານອື່ນໆ ທ່ານກ່າວຕື່ມວ່າສະພາການຄ້າແມ່ນເຮັດວຽກເປັນຕົວກາງໃນການເຊື່ອມຄວາມຕ້ອງການຂອງນັກທຸລະກິດ ລາວ – ຣັດເຊຍ ໃຫ້ປາກົດຜົນເປັນຈິງ.

ທ່ານ ອາລຸນ ອິນທະບົວລີ ທີ່ປຶກສາບໍລິສັດກໍ່ສ້າງແຫ່ງໜຶ່ງ ກ່າວວ່າ: ຕົນເອງຄິດວ່າການພົບປະກັນໃນຄັ້ງນີ້ ມັນເປັນການເລີ່ມຕົ້ນຫາຄູ່ຮ່ວມທຸລະກິດ ດ້ວຍການຕ້ອນຮັບອັນອົບອຸ່ນ ເຊິ່ງການໄດ້ເຂົ້າມາຮ່ວມງານດັ່ງກ່າວແມ່ນເຮັດໃຫ້ຮູ້ເຖິງຄວາມຕ້ອງການຂອງນັກທຸລະກິດ ຣັດເຊຍ ຫຼາຍຂຶ້ນ ພ້ອມທັງໄດ້ປຶກສາຫາລືກ່ຽວກັບວຽກງານໃນຂົງເຂດບໍລິສັດ ເຮັດໃຫ້ຮູ້ກວ້າງຂຶ້ນ, ສ່ວນເລື່ອງການຮ່ວມມືກໍຕ້ອງໄດ້ພິຈາລະນາກ່ອນ.

( ຂ່າວ: ເອຢິບ, ຮູບ: ສະພາການຄ້າ )