ອິນເດຍ ຂຶ້ນພາສີສິນຄ້ານໍາເຂົ້າຈາກອາເມຣິກາ ຫຼັງເລື່ອນມາຫຼາຍຄັ້ງ

72

ລັດຖະບານອິນເດຍຕັດສິນໃຈປັບຂຶ້ນອັດຕາພາສີສິນຄ້ານໍາເຂົ້າຈາກສະຫະລັດ 29 ລາຍການ ຫຼັງຈາກເລື່ອນມາຫຼາຍຄັ້ງ ນັບຕັ້ງແຕ່ປະກາດ ເມື່ອປີກ່ອນ ໂດຍອັດຕາພາສີໃໝ່ຈະເລິ່ມມີຜົນຕັ້ງແຕ່ວັນອາທິດ ທີ 16 ມິຖຸນາ ເປັນຕົ້ນໄປ.

ສໍານັກຂ່າວເອເອັຟພີລາຍງານຈາກນະຄອນຫຼວງນິວ ເດລີ ປະເທດອິນເດຍ ເມື່ອວັນເສົາ ທີ 15 ມິຖຸນາ ວ່າ ລັດຖະບານອິນເດຍປະກາດໃນເດືອນມິຖຸນາ ປີຜ່ານມາ ວ່າ ຈະຂຶ້ນພາສີສິນຄ້າສະຫະລັດ ຫຼາຍລາຍການ ລວມເຖິງເມັດອັລມອນ ແລະ ແອບເປິລ ເຊິ່ງເບິ່ງຄືຈະເປັນການສະແດງຄວາມບໍ່ພໍໃຈຕໍ່ການທີ່ລັດຖະບານອາເມຣິກາບໍ່ຍົກເວັ້ນການຂຶ້ນພາສີເຫຼັກກ້າ ແລະ ອະລູມິນຽມ ໃຫ້ອິນເດຍ ແຕ່ອິນເດຍເລື່ອນຂຶ້ນພາສີສິນຄ້າຂອງອາເມຣິກາຫຼາຍຄັ້ງ ຂະນະທີ່ ການເຈລະຈາການຄ້າລະຫວ່າງ 2 ປະເທດ ປະຊາທິປະໄຕຍຂະໜາດໃຫຍ່ທີ່ສຸດໃນໂລກ ເພິ່ມຄວາມຫວັງວ່າຈະແກ້ປັນຫາໄດ້.

ในภาพอาจจะมี อาหาร

ຢ່າງໃດກໍ່ຕາມ ການຕັດສິນໃຈຂອງປະທານາທິບໍດີໂດນັລ ທຣໍາ ຜູ້ນໍາສະຫະລັດໃນການຖອດຖອນສິດທິພິເສດທາງການຄ້າແກ່ອິນເດຍ ເມື່ອຕົ້ນເດືອນນີ້ ເໝືອນຈະກະຕຸ້ນການຕັດສິນໃຈຫຼ້າສຸດຂອງອິນເດຍ.

ເຈົ້າໜ້າທີ່ລັດຖະບານອິນເດຍ ເຜີຍວ່າ ອັດຕາພາສີ “ຕອບໂຕ້” ຂອງອິນເດຍຈະເລິ່ມມີຜົນຕັ້ງແຕ່ວັນອາທິດ ທີ 16 ມິຖຸນາ ເປັນຕົ້ນໄປ ໂດຍກະຊວງການເງິນຈະປະກາດເລື່ອງນີ້ຢ່າງເປັນທາງການໃນອີກບໍ່ດົນ ແລະ ລັດຖະບານໄດ້ແຈ້ງການຕັດສິນໃຈໄປເຖິງທາງການສະຫະລັດແລ້ວ.

ในภาพอาจจะมี ผลไม้ และอาหาร

ຄວາມຕຶງຄຽດທາງການຄ້າເກີດຂຶ້ນ ເຖິງວ່າ ທາງອາເມຣິກາ ພະຍາຍາມສົ່ງເສີມຄວາມສໍາພັນກັບອິນເດຍ ເພື່ອຕໍ່ຕ້ານອໍານາດຈີນ ທຣໍາ ແລະ ທ່ານນາຍົກລັດຖະມົນຕີນະເຣນທຣາ ໂມດີ ຂອງອິນເດຍ ກໍາກົດການພົບປະກັນ ລະຫວ່າງປະຊຸມສຸດຍອດ ຈີ20 ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ລະຫວ່າງວັນທີ 28-29 ມິຖຸນາ ນີ້ ເຊິ່ງຈະມີການຈັບຍົກປະເດັນຄວາມຂັດແຍ່ງທາງການຄ້າຂຶ້ນຫາລື.

ມູນຄ່າການຄ້າພາກສິນຄ້າ ແລະ ບໍລິການສະຫະລັດ-ອິນເດຍ ໃນປີ 2018 ປະມານ 142 ຕື້ໂດລາ (ປະມານ 1,2 ລ້ານຕື້ກີບ) ໂດຍສະຫະລັດຂາດດຸນການຄ້າໃຫ້ອິນເດຍ 24.200 ລ້ານໂດລາ (ປະມານ 2,09 ແສນຕື້ກີບ).