ເພື່ອສຸຂະພາບປະຊາຊົນ ຄໍາມ່ວນ ມອບພາຫະນະຮັບໃຊ້ວຽກສັກຢາກັນພະຍາດ

36

ວຽກງານສາທາລະນະສຸກ ຖືເປັນສິ່ງສໍາຄັນໜຶ່ງ ທີ່ໄດ້ຮັບການເອົາໃຈໃສ່ ແລະ ຕິດຕາມຈາກພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ສັກຢາກັນພະຍາດໃນຂັ້ນເມືອງ ແລະສຸກສາລາກຸ່ມບ້ານ ຢູ່ທ້ອງຖິ່ນມີຄວາມສະດວກ, ທັນສະໄໝ ແລະ ບັນລຸຕາມແຜນການທີ່ວາງໄວ້ ແຂວງຄຳມ່ວນໄດ້ມອບລົດຈັກຈຳນວນ 4 ຄັນ ໃຫ້ພະນັກງານຜູ້ຈະໄປປະຕິບັດໜ້າທີ່.

ໃນວັນທີ 14 ມິຖຸນາ 2019 ທີ່ພະແນກສາທາລະນະສຸກ ແຂວງຄຳມ່ວນ ໄດ້ມີພິທີມອບພາຫະນະ (ລົດຈັກ) ຮັບໃຊ້ເຂົ້າໃນໂຄງການສັກຢາກັນພະຍາດຢູ່ຂັ້ນໂຮງໝໍເມືອງ ແລະ ສຸກສາລາຂັ້ນບ້ານ ໂດຍການສະໜັບສະໜູນຈາກ ກອງທຶນ ກາວີ (GAVI) ປະຈຳລາວ.

ເຊິ່ງລົດທີ່ນໍາມາມອບໃນຄັ້ງນີ້ ປະກອບມີລົດຈັກຮອນດ້າ ເວັບ 100 (Honda Wave 100) ຈຳນວນ 04 ຄັນ ລວມມູນຄ່າ ທັງໝົດ 35 ລ້ານກວ່າກີບ ໃຫ້ແກ່ໜ່ວຍງານສັກຢາກັນພະຍາດ ຫ້ອງການສາທາລະນະສຸກ ເມືອງບົວລະພາ ຈຳນວນ 01 ຄັນ, ສຸກສາລາບ້ານໂນນກະແຕ້ ເມືອງເຊບັ້ງໄຟ 01 ຄັນ, ໜ່ວຍງານສັກຢາກັນພະຍາດ ຫ້ອງການສາທາ ລະນະສຸກເມືອງຍົມມະລາດ ແລະ ສຸກສາລາວຽງຫຼວງ ເມືອງຍົມມະລາດ ຈຳນວນ 02 ຄັນ.

ມອບໂດຍທ່ານ ດຣ ທອນລະຂັນ ໄຊປັນຍາ ຫົວໜ້າພະແນກສາທາລະນະສຸກແຂວງຄຳມ່ວນ, ກ່າວຮັບໂດຍຜູ້ຕາງໜ້າຈາກໂຮງໝໍເມືອງ ແລະ ສຸກສາລາກຸ່ມບ້ານດັ່ງກ່າວ ໂດຍມີຂະແໜງການ, ພະນັກງານວິຊາການ ທີ່ກ່ຽວຂ້ອງຈາກຂົງເຂດສາທາລະນະສຸກແຂວງ ແລະ ເມືອງເປົ້າໝາຍເຂົ້າຮ່ວມເປັນສັກຂີພິຍານ.