ງານ ລາວທັອບທຣີ ເອັກໂປຄາດຈະມີເງິນສຳຜັດຫຼາຍກວ່າ 1 ລ້ານໂດລາ

57

ງານວາງສະແດງສິນຄ້າ ລາວ ທັອບທຣີ ເອັກສ໌ໂປ (LAO TOP 3 EXPO) ເຊິ່ງເປັນການລວມເອົາສິນຄ້າໃນ 3 ຂະແໜງການມາວາງຈໍາໜ່າຍໃນງານດຽວກັນ ຄື: ວັດສະດຸກໍ່ສ້າງ ແລະ ອາຄານ ( LAO BUILD 2019 ); ການວາງສະແດງອາຫານ ແລະ ເຄື່ງດື່ມ ( LAO FOOD 2019 ); ວາງສະແດງອຸດສາຫະກໍາກ່ຽວກັບນໍ້າ, ການບໍາບັດນໍ້າເປື້ອນ ແລະ ເຕັກໂນໂລຊີ ( LAO WATER 2019 ) ຈະໄດ້ຈັດຂຶ້ນຢູ່ທີ່ຫໍປະຊຸມແຫ່ງຊາດ ໃນລະຫວ່າງວັນທີ 20 – 22 ມິຖຸນານີ້.

ດ້ານຜູ້ຈັດງານຄາດວ່າຈະໄດ້ຮັບ ຄວາມສົນໃຈຈາກມວນຊົນປະມານ 5 ພັນຄົນ ແລະ ມີເງິນສໍາຜັດ ຫຼື ເງິນຊື້ -ຂາຍພາຍໃນງານຫຼາຍກວ່າ 1 ລ້ານໂດລາ.

ທ່ານ ພອນໄຊ ສຸດທິພົງ ປະທານສະມາຄົມສະຖາປານິກ ແລະ ວິສະວະກອນກໍ່ສ້າງລາວ ກ່າວວ່າ: ໃນປີ 2017 ແລະ 2018 ຜ່ານມາ ງານວາງສະແດງຂອງສະມາຄົມສະຖາປານິກ ແລະ ວິສະວະກອນກໍ່ສ້າງລາວ ແມ່ນໄດ້ຮັບ ຄວາມສົນໃຈຈາກສັງຄົມ ແລະ ນັກລົງທຶນຕ່າງປະເທດ ເຊິ່ງປີນີ້ໄດ້ລວມເອົາ 3 ຂະແໜງການມາຮ່ວມວາງສະແດງໃນງານດຽວກັນ ເພາະມັນກ່ຽວຂ້ອງກັບອຸດສາຫະກໍາການກໍ່ສ້າງທັງໝົດ. ນອກນັ້ນ, ຍັງມີການວາງສະແດງດ້ານພະລັງງານນໍ້າ, ພະລັງງານລົມ, ພະລັງງານແສງອາທິດ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງປັບອາກາດ ໂດຍມີ 200 ກວ່າບໍລິສັດ, ມີສິນຄ້າຈາກ 15 ປະເທດ ລວມທັງຈີນ, ເຢຍລະມັນ, ອິຕາລີ, ຍີ່ປຸ່ນ, ເກົາຫຼີ, ມາເລເຊຍ, ສິງກະໂປ, ໄທ ແລະ ອາເມຣິກາ. ໃນນີ້, ມີຜູ້ປະກອບການທີ່ເປັນຄົນລາວ ເຂົ້າຮ່ວມວາງສະແດງປະມານ 30%.

ທ່ານ ຣີຊາດ ຢຽວ ຮອງປະທານ ບໍລິສັດ AMB Tarsus Event Group ເຊິ່ງເປັນຜູ້ຈັດງານໃຫ້ສໍາພາດຕື່ມວ່າ: ງານດັ່ງກ່າວເປັນການເປີດໂອກາດໃຫ້ບັນດາຜູ້ປະກອບການພາຍໃນ ແລະ ຕ່າງປະເທດ ໄດ້ແລກປ່ຽນບົດຮຽນຮ່ວມກັນ, ການຈັບຄູ່ທຸລະກິດ ແລະ ການລົງທຶນຮ່ວມກັນໃນຫຼາຍໆຂະແໜງການ ເຊິ່ງຄາດວ່າຈະມີມວນຊົນເຂົ້າຮ່ວມງານປະມານ 5 ພັນຄົນ ແລະ ມີເງິນໄຫຼວຽນພາຍໃນງານຫຼາຍກວ່າ 1 ລ້ານໂດລາ. ນອກນັ້ນ, ຍັງຈະມີຫົວຂໍ້ການສໍາມະນາ, ການນໍາສະເໜີຜະລິດຕະພັນອື່ນໆນຳອີກ.

ທ່ານ ປະກາສິດ ຈັນທະປັນຍາ ປະທານສະມາຄົມໂຮງແຮມ ແລະ ຮ້ານອາຫານ ຍັງໄດ້ອະທິບາຍຕື່ມອີກວ່າ: ໃນຂະແໜງໂຮງແຮມ ແລະ ຮ້ານອາຫານພວກເຮົາມີການວາງສະແດງອາຫານ ແລະ ເຄື່ອງດື່ມທີ່ເປັນຂອງຄົນລາວ, ຄົນຕ່າງປະເທດ ເພື່ອໃຫ້ຜູ້ທີ່ສົນໃຈໃນທຸລະກິດບໍລິການສໍາຜັດຄວາມຫຼາກຫຼາຍຂອງສິນຄ້າພາຍໃນງານ ເຊິ່ງໃນປີ 2018 ຕົວເລກນັກທ່ອງທ່ຽວທີ່ເຂົ້າມາລາວ ມີພຽງແຕ່ 4,1 ລ້ານຄົນ ແລະ ປີ 2019 ນີ້ ລັດຖະບານໄດ້ຕັ້ງເປົ້າໃຫ້ຕົວເລກນັກທ່ອງທ່ຽວເພີ່ມຂຶ້ນ 4,5 ລ້ານຄົນ. ສະນັ້ນ, ເພື່ອເຮັດໃຫ້ອຸດສາຫະກຳການທ່ອງທ່ຽວຂອງລາວມີແຂກເຂົ້າມາຢ້ຽມຢາມຫຼາຍຂຶ້ນນັ້ນ ການບໍລິການທາງດ້ານອາຫານ ແລະ ເຄື່ອງດື່ມ ກໍເປັນສ່ວນສໍາຄັນທີ່ເຮັດໃຫ້ເຂົາເຈົ້າມາແລ້ວຢາກກັບມາທ່ຽວອີກ ເຊິ່ງໄລຍະຜ່ານມາທາງສະມາຄົມກໍໄດ້ມີການຍົກລະດັບການບໍລິການຕ່າງໆຢູ່ເລື້ອຍໆ ເພື່ອສ້າງຄວາມປະທັບໃຈແກ່ນັກທ່ອງທ່ຽວທີ່ມາຢ້ຽມຢາມ ສປປ ລາວ.

ງານວາງສະແດງສິນຄ້າ LAO TOP 3 EXPO ຈະໄດ້ຈັດຂຶ້ນຢູ່ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 20 – 22 ມິຖຸນານີ້ ເຊິ່ງພາຍໃນງານມີຫ້ອງວາງສະແດງໃຫ້ແກ່ນັກສຶກສາຂະແໜງວິສະວະກຳ ຈາກມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລ ສຸພານຸວົງ ( ຫຼວງພະບາງ), ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈໍາປາສັກ.

ໃນມື້ສຸດທ້າຍຂອງງານຍັງມີການມອບລາງວັນດີເດັ່ນໃນຂະແໜງການຕ່າໆໃຫ້ກັບຜູ້ປະກອບການ ເຊັ່ນ: ການອອກແບບສະຖາປັດຕະຍະກຳໂຮງແຮມດີເດັ່ນ, ການຕົກແຕ່ງພາຍໃນດີເດັ່ນ, ການອະນຸຮັກວັດທະນະທຳດີເດັ່ນ, ການອອກແບບທັນສະໄໝດີເດັ່ນ, ການປັບປຸງອາຄານດີເດັ່ນ ແລະ ລາງວັນອື່ນໆອີກ. ພິທີຖະແຫຼງຂ່າວ LAO TOP 3 EXPO ຈັດຂຶ້ນໃນຕອນເຊົ້າວັນທີ 12 ມິຖຸນາ 2019 ທີ່ໂຮງແຮມ ຈັນທະປັນຍາ ນະຄອນຫຼວງວຽງຈັນ ໂດຍເປັນການຖະແຫຼງຂ່າວ ແລະ ຕອບສໍາພາດສື່ມວນຊົນຂອງ ທ່ານ ພອນໄຊ ສຸດທິພົງ, ທ່ານ ປະກາສິດ  ຈັນທະປັນຍາ ແລະ ທ່ານ ຣີຊາດ ຢຽວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

[ ຂ່າວ: ສົມສະຫວິນ, ຮູບ: ວິລະສັກ ]