ຮ່ວມແຮງຮ່ວມໃຈບຸກເບີກເສັ້ນທາງ ໃຫ້ໄດ້ໃຊ້ໃນລະດູຝົນນີ້

40

ເສັ້ນທາງ ຖືເປັນພື້ນຖານໂຄງລ່າງພື້ນທີ່ຈຳເປັນ ແລະ ມີຄວາມສຳຄັນຕໍ່ການດຳລົງຊີວິດຂອງປະຊາຊົນ ໃນເຂດຫ່າງໄກສອກຫຼີກຫຼາຍພື້ນທີ່ຍັງພົບຄວາມຫຍຸ້ງຍາກຫຼາຍ ຮອດລະດູຝົນມາທາງມີແຕ່ຂີ້ຕົມໄປບໍ່ໄດ້ນອກຈາກຕີຕີນເປົ່າເທົ່ານັ້ນ. ສະນັ້ນ, 5 ບ້ານຂອງເມືອງບົວລະພາ ແຂວງຄໍາມ່ວນ ຈິ່ງບໍ່ລໍຊ້າຕ້ອງຮີບຮ້ອນປົວແປງເສັ້ນທາງໃນບ້ານຂອງຕົນໃຫ້ສຳເລັດ ແລະ ສາມາດທຽວໄດ້ໃນລະດູຝົນປີນີ້.

 

 

ໃນວັນທີ 10 ມິຖຸນາ 2019 ຜ່ານມາ ທ່ານ ຄັນທະລັງສີ ໄຊຍະລາດ ຮອງເຈົ້າເມືອງໆບົວລະພາພ້ອມດ້ວຍຄະນະນຳຂອງເມືອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຕິດຕາມການບຸກເບີກເສັ້ນທາງ ແລະ ສ້າງຂົວຂ້າມທີ່ ບ້ານ ແສນພັນ ເພື່ອເຮັດໃຫ້ເສັ້ນທາງແຕ່ບົວລະພາຫາຫຼັງຄັງສັນຈອນໄດ້ລະດູຝົນນີ້.

 

 

ການບຸກເບີກເສັ້ນທາງໃນຄັ້ງນີ້ ກໍ່ແມ່ນເຮັດໃຫ້ປະຊາຊົນພາຍໃນບ້ານ ຈຳນວນ 5 ບ້ານຄື, ກຸ່ມບ້ານຂະຍູ, ບ້ານແສນພັນ, ບ້ານ ສະອາງ, ບ້ານຂະຍຸ, ບ້ານ ຫຍ້າຫວາຍ ແລະ ບ້ານ ແກ້ງວັກ ສາມາດສັນຈອນໄປ – ມາ ລະຫວ່າງບ້ານ ຫາ ບ້ານ ແລະ ລະຫວ່າງບ້ານ ຫາ ເມືອງມີຄວາມສະດວກຫຼາຍຂຶ້ນພ້ອມກັນນີ້, ຍັງເປັນການສ້າງຄວາມສາມະຄີຮັດແໜ້ນລະຫວ່າງບ້ານ-ບ້ານ ແລະ ບ້ານ- ເມືອງ.

 

 

ການບຸກເບີກເສັ້ນທາງແມ່ນເລີ່ມຈັດຕັ້ງປະຕິບັດມາວັນທີ 8 ມິຖຸນາ ທຳອິດໄດ້ເລີ່ມແຕ່ເສັ້ນທາງຫຼວງເຂົ້າຫາຫົວຂົວນໍ້າງໍ ມີໄລຍະທາງຍາວ 2 ກິໂລແມັດ ແລະ ໄດ້ສ້າງຂົວຂ້າມຫ້ວຍ 3 ຈຸດຄື: ຈຸດ ຫ້ວຍໜູດຸດ, ຫ້ວຍຕາໄກ້ ແລະ ຫ້ວຍສະພາງ.

 

 

ການບຸກເບີກເສັ້ນທາງ ແລະ ສ້າງຂົວຂ້າມຄັ້ງນີ້ ໄດ້ສົມທົບກັບອຳນາດການປົກຄອງບ້ານ ພ້ອມດ້ວຍປະຊົນພາຍໃນ 5 ບ້ານ ແລະ ໄດ້ຮັບການຊ່ວຍເຫຼືອຈາກບໍລິສັດທີ່ເຂົ້າມາລົງທຶນພາຍໃນເມືອງ ເຊິ່ງມາຮອດປັດຈຸບັນແມ່ນສຳເລັດເເລ້ວຈຳນວນໜຶ່ງ ແລະ ຈະເລັ່ງໃຫ້ແລ້ວທັນກ່ອນລະດູຝົນມາຮອດ.