ກຽມຈັດງານວາງສະແດງ ເຄື່ອງເຮືອນລາວ ຄັ້ງທີ 4

34

ສະມາຄົມເຟີນີເຈີລາວ ( ສຟລ ) ໄດ້ຖະແຫຼງຂ່າວກຽມຈັດງານວາງສະແດງ ເຄື່ອງເຮືອນລາວ ຄັ້ງທີ 4 ໃນລະຫວ່າງກາງເດືອນກໍລະກົດທີ່ຈະມາເຖິງນີ້ ເພື່ອສົ່ງເສີມຜູ້ປະກອບການລາວໃຫ້ສາມາດເຂົ້າເຖິງຕະຫຼາດເປົ້າໝາຍ ຄາດຍອດຂາຍໃນງານ 10 ຕື້ກີບ ຜູ້ເຂົ້າຮ່ວມ 2,5 ແສນເທື່ອຄົນ.

ທ່ານ ກອງມາລາ ພົມມາໄລ ຮອງປະທານ ສຟລ ກ່າວວ່າ: ງານຄັ້ງນີ້ມີຄວາມໝາຍຄວາມສຳຄັນຕໍ່ການພັດທະນາເຟີນີເຈີລາວ ເພື່ອພ້ອມກັນຊຸກຍູ້ການວາງສະແດງ, ການແລກປ່ຽນບົດຮຽນຂອງຜູ້ປະກອບການເຂົ້າມາໂຮມກັນ ສ້າງມູນຄ່າສິນຄ້າເຟີນີເຈີລາວ, ປະກອບສ່ວນສ້າງວຽກເຮັດງານທຳ, ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃນຂົງເຂດເຟີນີເຈີໄມ້ ເພື່ອການແຂ່ງຂັນກັບພາກພື້ນ ແລະ ສາກົນ ທ່ານ ກອງມາລາ ພົມມາໄລ ຮອງປະທານ ສຟລ ກ່າວວ່າ: ງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 4 ຈະເປັນເວທີເຕົ້າໂຮມພູມປັນຍາ, ເຕົ້າໂຮມປະສົບການຈາກຜູ້ປະກອບການຈາກຕ່າງປະເທດ ເພື່ອມາຫາລືແລກປ່ຽນນຳກັນ ພ້ອມເປັນໂອກາດທີ່ດີໃຫ້ຜູ້ປະກອບການ ແລະ ລູກຄ້າໄດ້ມາຮູ້ຈັກ ແລະ ພັດທະນາສິນຄ້າໄປພ້ອມໆກັນ. ງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 4 ມີຫ້ອງວາງສະແດງ 191 ຫ້ອງ, ປັດຈຸບັນມີຍອດຈອງຫ້ອງ 67%, ມີຫົວໜ່ວຍໂຮງງານ – ຜູ້ປະກອບການຈັບຈອງຫ້ອງແລ້ວ 47 ຫົວໜ່ວຍ. ສໍາລັບລາຄາຈອງຫ້ອງວາງສະແດງເລິີ່ມແຕ່ 1,3 – 2,6 ລ້ານກີບຕໍ່ຫ້ອງ.

ຄາດຄະເນຜູ້ເຂົ້າຮ່ວມໃນງານ 2,5 ແສນຄົນ ແລະ ລວມມູນຄ່າຊື້ – ຂາຍ 10 ຕື້ກີບ ພາຍໃນງານຜູ້ເຂົ້າຊົມຈະໄດ້ສຳຜັດກັບບັນຍາກາດການຕົກແຕ່ງບ້ານເຮືອນ ຈາກສິນຄ້າທີ່ເຂົ້າຮ່ວມຫຼາກຫຼາຍລາຍການ ບໍ່ວ່າຈະເປັນສິນຄ້າໂອດ໊ອບ, ສິນຄ້າຈາກຄອບຄົວຕົວແບບ, ຜະລິດຕະພັນເຟີນີເຈີເຄື່ອງໄມ້, ເຄື່ອງໃຊ້ໄຟຟ້າ, ເຟີນີເຈີຕົກແຕ່ງ, ເຄື່ອງປະດັບ, ເຄື່ອງມືກົນຈັກໃນການຜະລິດ ແລະ ຜະລິດຕະພັນອື່ນໆ. ພ້ອມນັ້ນ, ໃນແຕ່ລະຄໍ່າຄືນຈະມີລາຍການສະແດງສິລະປະຈາກຫຼານນ້ອຍ, ສິລະປິນຈາກນັກຮ້ອງທັງພາຍໃນ ແລະ ປະເທດໄທ ມາມອບ ຄວາມບັນເທີງໃຫ້ປະຊາຊົນ.

ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ( ສຄອຊ ) ໄດ້ກ່າວວ່າ: ການຈັດງານວາງສະແດງສິນຄ້າເຄື່ອງເຮືອນລາວ ຄັ້ງທີ 4 ຖ້າຈັດຕັ້ງໄດ້ດີກໍເຮັດໃຫ້ຍອດຂາຍເພີ່ມຂຶ້ນ. ສະນັ້ນ, ຮຽກຮ້ອງສື່ມວນຊົນ ເປັນເຈົ້າການອອກຂ່າວໂຄສະນາຊ່ວຍ ສຟລ ເພື່ອສົ່ງເສີມຊາວຄ້າຂາຍ ແລະ ເຊີນຊວນໃຫ້ຜູ້ມາຊື້ບໍ່ວ່າທັງພາຍໃນ ແລະ ຕ່າງປະເທດ. ພ້ອມດຽວກັນນັ້ນ, ເມື່ອເປີດນໍາໃຊ້ເສັ້ນທາງລົດໄຟ ລາວ – ຈີນ. ສະນັ້ນ, ຜູ້ປະກອບການ ສຟລ ຕ້ອງສາມາດຕອບຄໍາຖາມແກ່ລູກຄ້າຕ່າງປະເທດໄດ້ ເພາະວ່າເມື່ອເຂົາເຈົ້າມາເຫັນສິນຄ້າແລ້ວຕົກລົງຊື້ ແລ້ວໃຫ້ໄປສົ່ງຮອດເຮືອນ ຜູ້ຂາຍຕ້ອງຕອບໄດ້ລາຄາລວມທັງຄ່າຂົນສົ່ງ ຖ້າເຮັດຈຸດນີ້ໄດ້ຈະເປັນໂອກາດໃນການຂະຫຍາຍຕະຫຼາດເຟີນີເຈີລາວ.

ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ການຈັດງານໃນ 3 ຄັ້ງ ຜ່ານມາເຫັນວ່າໄດ້ຮັບ ຄວາມສົນໃຈຈາກແຂກພາຍໃນ ແລະ ຕ່າງປະເທດຫຼາຍສົມຄວນ ເນື່ອງຈາກຜູ້ປະກອບການມີຄວາມພ້ອມພຽງ, ສາມັກຄີ, ມີການຍົກລະດັບການຜະລິດສິນຄ້າໃໝ່ໆອອກມາ ໂດຍປະຕິບັດຕາມທິດຊີ້ນໍາ ແລະ ນະໂຍບາຍຂອງພັກ – ລັດຖະບານ ໂດຍສະເພາະຄໍາສັ່ງເລກທີ 15 ນຍ. ໃນຍຸກເຊື່ອມໂຍງເຂົ້າປະຊາຄົມເສດຖະກິດອາຊຽນ ທາງ ສຟລ ຈະໄດ້ຄົ້ນຄວ້າກົນໄກໃໝ່ ເພື່ອຫັນຈາກການຈັດງານຢູ່ສູນກາງໄປຈັດຢູ່ບັນດາແຂວງຊາຍແດນທີ່ມີທ່າແຮງຕື່ມ ເພື່ອເພີ່ມໂອກາດໃນການຂະຫຍາຍຕະຫຼາດໄປປະເທດໃກ້ຄຽງ.

ງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 4 ເປີດຂຶ້ນທີ່ສູນການຄ້າລາວ – ໄອເຕັກ ( ຕຶກເກົ່າ ) ລະຫວ່າງ ວັນທີ 6 – 14 ກໍລະກົດ 2019.

ພິທີຖະແຫຼງຂ່າວກຽມຈັດງານວາງສະແດງສິນຄ້າເຄື່ອງເຮືອນລາວ ຄັ້ງທີ 4 ຈັດຂຶ້ນໃນວັນທີ 11 ມິຖຸນາ 2019 ທີ່ ສຄອຊ ໂດຍການເປັນປະທານຂອງ ທ່ານ ກອງມາລາ ພົມມາໄລ, ທ່ານ ດາວວອນ ພະຈັນທະວົງ, ທ່ານ ຈັນສະໜອນ ສີສະອາດ, ທ່ານ ບຸນມີ ສີບຸນທໍາ ຜູ້ອໍານວຍການ ບໍລິສັດ ລາວເວີນ ມີສື່ມວນຊົນເຂົ້າຮ່ວມ.

( ຂ່າວ: ພຸດຕີ້, ຮູບ: ວິລະສັກ )