ເຊື່ອ!ກົດໝາຍວ່າດ້ວຍອາຊີວະ ຈະຊ່ວຍສ້າງແຮງງານທີ່ຕະຫຼາດຕ້ອງການ

104

ຈະເວົ້າໄປແລ້ວລາວເຮົາຍັງເປັນປະເທດໜຶ່ງທີ່ຂາດເຂີນແຮງງານ ເຖິງແມ່ນວ່າຈະມີຜູ້ຮຽນຈົບການສຶກສາຫຼາຍພັນຄົນທີ່ໄດ້ໃບປະກາດມາແລ້ວວ່າງງານ ແຕ່ບຸກຄະລາກອນທີ່ຕະຫຼາດຕ້ອງການແທ້ຍັງບໍ່ພໍ ແນວໃດກໍ່ຕາມ ຫວັງວ່າພາຍຫຼັງ ກະຊວງສຶກສານຳຮ່າງກົດໝາຍວ່າດ້ວຍ ອາຊີວະສຶກສາ ມາປັບປຸງ ໃໝ່ຈະຊ່ວຍປະກອບສ່ວນຕໍ່ການສ້າງແຮງງານໃນຂະແໜງການສີມືແຮງງານຫຼາຍຂຶ້ນ.

ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງວັນທີ 12 ມິຖຸນານີ້, ໂດຍການເປັນປະທານຂອງທ່ານນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ທ່ານນາງ ແສງເດືອນ ຫຼ້າຈະທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍອະຊີວະສຶກສາ ຕໍ່ກອງປະຊຸມວ່າ: ກົດໝາຍວ່າດ້ວຍອາຊີວະສຶກສາ ໄດ້ປະກາດໃຊ້ໃນປີ 2014, ຜ່ານການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ, ເຫັນວ່າມີບາງເນື້ອໃນຊໍ້າຊ້ອນກັບກົດໝາຍວ່າດ້ວຍແຮງງານ, ມີຫຼາຍປະໂຫຍກຂ້ອນຂ້າງຍາວ, ເນື້ອໃນບາງມາດຕາ, ບາງຄໍາສັບຍັງບໍ່ຊັດເຈນ ແລະ ບໍ່ຮັດກຸມ ຍັງບໍ່ຕອບສະໜອງນະໂຍບາຍການສົ່ງເສີມການລົງທຶນຂອງພາກທຸລະກິດເຂົ້າໃນວຽກງານອາຊີວະສຶກສາ ຈິ່ງຈຳເປັນຕ້ອງນຳມາປັບປຸງຄືນໃໝ່.

ສ່ວນເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງຮ່າງກົດໝາຍ ໃນຄັ້ງນີ້ ເພື່ອແມ່ນເພື່ອໃຫ້ມີຄວາມສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່, ແກ້ໄຂບາງເນື້ອໃນທີ່ມີຄວາມຊໍ້າຊ້ອນກັບກົດໝາຍວ່າດ້ວຍແຮງງານ; ແນໃສ່ດຶງດູດເອົາການລົງທຶນພາຍໃນ ແລະ ຕ່າງປະເທດ ເຂົ້າໃສ່ວຽກງານອາຊີວະສຶກສາໃຫ້ຫຼາຍຂຶ້ນ.
ສຳຄັນອີກອັນໜື່ງແມ່ນເພື່ອສົ່ງເສີມການຮ່ວມມືລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນວຽກງານອາຊີວະສຶກສາໃຫ້ແໜ້ນແຟ້ນ ແລະ ກວ້າງຂວາງຂຶ້ນ, ສົ່ງເສີມ ການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ແລະ ສົ່ງເສີມ ຜູ້ຮຽນ, ຜູ້ດ້ອຍໂອກາດ ແລະ ຜູ້ຮຽນທີ່ມີບັນຫາ ໄດ້ເຂົ້າເຖິງການຮຽຮວິຊາຊີບ ຕອບສະໜອງກັບການພັດທະນາເສດ-ສັງຄົມຢູ່ພາຍໃນ ແລະ ຕ່າງປະເທດ ທີ່ມີການປ່ຽນແປງ ແລະ ມີທ່າອ່ຽງຂະຫຍາຍຕົວນັບມື້ນັບສູງຂຶ້ນ.

ໂຄງປະກອບ ແລະ ເນື້ອໃນທີ່ສໍາຄັນ ຂອງຮ່າງກົດໝາຍ ວ່າດ້ວຍອາຊີະສຶກສາ ກົດໝາຍ ວ່າດ້ວຍອາຊີວະສຶກສາ ສະບັບປັບປຸງ ມີ 14 ພາກ, 17 ໝວກ ແລະ 98 ມາດຕາ. ປັດຈຸບັນ ໄດ້ຕື່ມ 1 ພາກ 1 ໝວດ ແລະ ຫຼຸດ 9 ມາດຕາ ໂດຍເອົາເນື້ອໃນໄປຊັບຊ້ອນເຂົ້າມາດຕາອື່ນ. ໃນນັ້ນໄດ້ປັບປຸງເນື້ອໃນ ທັງໝົດ 70 ມາດຕາ ຮັກສາໄວ້ຄືເກົ່າ 22 ມາດຕາ ແລະ ເພີ່ມເຂົ້າໃໝ່ອີກ 6 ມາດຕາ.

ກະຊວງສຶກສາຄາດຫວັງວ່າ ພາຍຫຼັງຮ່າງກົດໝາຍສະບັບປັບປຸງຖືກຮັບຮອງ ແລະ ປະກາດນໍາໃຊ້: ຈະຊ່ວຍໃຫ້ການພັດທະນາວຽກງານອາຊີວະສຶກສາ ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ, ມີການຂະຫຍາຍໂອກາດເຂົ້າເຖິງອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບຂອງຜູ້ຮຽນເພີ່ມຂຶ້ນ, ສ້າງ ແລະ ພັດທະນາກໍາລັງແຮງງານໃນລະດັບວິຊາຊີບຫຼາຍຂຶ້ນ, ມີຄຸນນະພາບສາມາດເຂົ້າສູ່ຕະຫຼາດແຮງງານ ແລະ ເປັນຜູ້ປະກອບການດ້ວຍຕົນເອງ ສອດຄ່ອງກັບຄວາມຕ້ອງການຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືທ້ອງຖິ່ນ, ຍົກສູງຄວາມເຊື່ອໝັ້ນໃຫ້ແກ່ຜູ້ມີສ່ວນຮ່ວມ, ຄູ່ຮ່ວມພັດທະນາ ແລະ ສັງຄົມ ທັງຊຸກຍູ້ສົ່ງເສີມການລົງທຶນເຂົ້າໃນວຽກງານອາຊີວະສຶກສາໃຫ້ຫຼາຍຂຶ້ນ.