ພໍ່ແມ່ຄວນຮູ້!! 3 ພຶດຕິກຳທີ່ຄວນຫຼີກລ່ຽງ ໃນການລ້ຽງລູກ

128

ພໍ່ແມ່ອາດຈະຮູ້ເຖິງວິທີການປູທາງສູ່ຄວາມສຳເລັດໃຫ້ລູກນ້ອຍຢູ່ແລ້ວ ແຕ່ບາງເທື່ອພຶດຕິກຳບາງຢ່າງທີ່ພໍ່ແມ່ຄາດບໍ່ເຖິງອາດເປັນອຸປະສັກທີ່ຂັດຂວາງຄວາມສຳເລັດຂອງລູກໄດ້, ສະນັ້ນ: ພໍ່ແມ່ຄວນສຶກສາ ແລະ ຮຽນຮູ້ພັດທະນາການຂອງເຂົາໃຫ້ຫຼາຍຂຶ້ນ ເຊິ່ງການເຮັດແບບນີ້ ຈະເປັນອີກຊ່ອງທາງໜຶ່ງທີ່ເຮັດໃຫ້ພໍ່ແມ່ຮູ້ວ່າ ມີບັນຫາໃດແດ່ທີ່ພໍ່ແມ່ຄວນຫຼີກລ້ຽງ ໃນການລ້ຽງດູລູກນ້ອຍໃຫ້ປະສົບຜົນສຳເລັດ ແລະ ມີຄວາມຄິດເປັນຜູ້ໃຫຍ່.

ເປັນພຽງພາບປະກອບຂ່າວ

 

ຄາດຫວັງຫຼາຍເກີນໄປ: ການຄາດຫວັງໃນຕົວລູກເປັນແຮງຜັກດັນໃນການສົ່ງເສີມໃຫ້ລູກຮຽນຮູ້ສິ່ງຕ່າງໆ ແຕ່ຖ້າສິ່ງທີ່ພໍ່ແມ່ຄາດຫວັງບໍ່ເໝາະສົມກັບໄລຍະພັດທະນາການຂອງລູກນ້ອຍໄວນັ້ນໆຈະເຮັດໃຫ້ລູກຮູ້ສຶກຄຽດ ແລະ ບໍ່ຢາກຮຽນຮູ້ຕໍ່ໄປ.

 

ເປັນພຽງພາບປະກອບຂ່າວ

 

ປົກປ້ອງຫຼາຍເກີນໄປ: ເຮົາເຊື່ອວ່າພໍ່ແມ່ຕ້ອງການໃຫ້ລູກນ້ອຍປອດໄພ ແຕ່ຖ້າຫຼາຍເກີນໄປກໍ່ຈະເປັນການປິດໂອກາດການຮຽນຮູ້ທີ່ສຳຄັນຂອງລູກ. ດັ່ງນັ້ນ, ພໍ່ແມ່ຄວນໃຫ້ອິດສະຫຼະລູກໄດ້ມີໂອກາດເຮັດສິ່ງຕ່າງໆເພື່ອຮຽນຮູ້ທີ່ຈະແກ້ບັນຫາໄດ້ດ້ວຍຕົວເອງ.

 

ເປັນພຽງພາບປະກອບຂ່າວ

 

ຕາມໃຈຫຼາຍເກີນໄປ: ເຊິ່ງຈະເຮັດໃຫ້ລູກນ້ອຍຂາດໂອກາດໃນການຄິດໃຫ້ຮອບຄອບ ສິ່ງສຳຄັນຄືການທີ່ມີຄົນຕາມໃຈເລື້ອຍໆລູກນ້ອຍຈະເກີດຄວາມເຄີຍຊິນເຮັດໃຫ້ຂາດຄວາມຢັບຢັ້ງຊັ່ງໃຈ ແລະ ເອົາແຕ່ໃຈຕົວເອງໃນທີ່ສຸດ.

ເປັນພຽງພາບປະກອບຂ່າວ

 

ຖ້າພໍ່ແມ່ມີພຶດຕິກຳເຫຼົ່ານີ້ລອງປັບວິທີການລ້ຽງລູກໂດຍເນັ້ນສຳພັນໃນທາງບວກກັບລູກ ເຊິ່ງເປັນການລ້ຽງດູໂດຍໃຊ້ຄວາມເຂົ້າໃຈເພື່ອຄວາມສຳພັນທີ່ດີ.