2019 ຫຼວງພະບາງພົບຜູ້ເປັນໄຂ້ຍຸງລາຍ 31 ກໍລະນີ

47

ໄຂ້ຍຸງລາຍມັກລະບາດຫຼາຍໃນລະດູຝົນ, ຫຼາຍຄອບຄອບແມ່ນວ່າຈະປ້ອງກັນດີແຕ່ຖ້າຖືກຍຸງຕິດເຊື້ອກັດບາດດຽວກໍ່ມີໂອກາດໄຂ້ໄດ້, ຖ້າຄອບຄົວທີ່ບໍ່ມັກນອນໃນມຸ້ງ ຫຼື ບໍ່ຄ່ອຍໃສ່ໃຈຍິ່ງມີຄວາມສ່ຽງສູງ ແລະຖ້າເກີດຂຶ້ນແລ້ວຍາກຕໍ່ການຮັກສາ, ແນວໃດກໍ່ຕາມ ແຂວງຫຼວງພະບາງມາຮອດມື້ນີ້ແມ່ນໄດ້ກວດພົບຜູ້ເປັນໄຂ້ຍຸງລາຍແລ້ວ 31 ກໍລະນີ ຫຼາຍກວ່າໝູ່ແມ່ນເມືອງປາກອູ.

ຕາມຂໍມູນເປີດເຜີຍໃນກອງປະຊຸມຖອດຖອນບົດຮຽນກ່ຽວກັບວຽກງານກັນ ແລະຄວບຄຸມພະຍາດໄຂ້ຍຸງລາຍ ທີ່ຈັດຂຶ້ນໃນວັນທີ 6 ມິຖຸນາ 2019 ນີ້ຂອງພະແນກສາທາລະນະສຸກແຂວງຫຼວງພະບາງໃຫ້ຮູ້ວ່າ: ປີ 2019 ນີ້ມາຮອດປັດຈຸບັນ ທົ່ວແຂວງຫຼວງພະບາງມີຜູ້ຕິດເຊື້ອພະຍາດໄຂ້ຍຸງທັງໝົດ 31 ກໍລະນີ ໃນນີ້ເມືອງປາກອູແມ່ນມີຜູ້ຕິດເຊື້ອຫຼາຍກວ່າໜູ່ເຖິງ 14 ກໍລະນີຈາກທັງໝົດ ເຫັນວ່າຄວນຮີບຮ້ອນຫາວິທີແກ້ໄຂ, ວາງມາດຕະການທີ່ດີໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໄຂ້ຍຸງລາຍແຕ່ຫົວທີ.

ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດໄຂ້ ຍຸງລາຍໃນຜ່ານມາ ຍົກໃຫ້ເຫັນຜົນງານດ້ານດີ, ແລະ ຂໍ້ຄົງຄ້າງ ລວມທັງມາດຕະ ການຕ່າງໆ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບຜົນດີຂື້ນກວ່າເກົ່າ.

ພິທີ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າອຂວງຫຼວງພະບາງ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ແລະທຸກພາກສ່ວນໃນສັງຄົມ ຈົ່ງມີສ່ວນຮ່ວມ ທັງຍົກສູງຄວາມຮັບຜິດຊອບຊ່ວຍກັນ ໃນການປ້ອງກັນ ແລະສະກັດກັ້ນ ການລະບາດຂອງຍຸງລາຍ ເພື່ອປົກປ້ອງຊີວິດຂອງຕົນເອງ, ຄອບຄົວ ກໍ່ຄືຊີວິດຂອງປະຊາຊົນບັນດາເຜົ່າ, ໃນນັ້ນ ອົງການປົກຄອງແຕ່ລະຂັ້ນ ຕ້ອງໄດ້ຊີ້ນຳ-ນຳພາຢ່າງໃກ້ສິດ ບັນດາຂະແໜງການທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີການ ຕິດຕາມ ເຝົ້າລະວັງສະພາບການ, ມີການຕອບໂຕ້ຢ່າງເໜາະສົມ ແລະທັນການ, ທັງສືບຕໍ່ໂຄສະນາ ປຸກລະດົມຂົນຂວາຍປະຊາຊົນໃນທົ່ວສັງຄົມ ນັບທັງພາກລັດ-ເອກະຊົນ ໃຫ້ເຂົ້າຮ່ວມໃນຂະບວນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໄຂ້ຍຸງລາຍ.