ການນໍາເຂົ້າ ແລະ ສົ່ງອອກ 4 ເດືອນຕົ້ນປີ ບັນລຸ 3 ຕື້ກວ່າໂດລາ

191

4 ເດືອນຕົ້ນປີນີ້ ມູນຄ່າການນໍາເຂົ້າ ແລະ ສົ່ງອອກບັນລຸໄດ້ປະມານ 3.662 ລ້ານໂດລາສະຫະລັດ ເທົ່າກັບ 32,4% ຂອງແຜນການປີ ເຊິ່ງຄາດວ່າ 6 ເດືອນທ້າຍປີຍັງຈະມີທ່າອ່ຽງເພີ່ມຂຶ້ນ.

ທ່ານ ສຸລິຍົນ ພິລາວົງ ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ສຳພາດວ່າ: ຕົວເລກການນຳເຂົ້າ – ສົ່ງອອກ ເຊິ່ງອີງຕາມຂໍ້ມູນຈາກກົມພາສີ ກະຊວງການເງິນ ແລະ ຂໍ້ມູນໄຟຟ້າຈາກກະຊວງພະລັງງານ ແລະ ບໍ່ແຮ່ ໃນ 4 ເດືອນຕົ້ນປີ 2019 ນີ້ ເຫັນວ່າມູນຄ່າການນໍາເຂົ້າ ແລະ ສົ່ງອອກບັນລຸໄດ້ປະມານ 3.662 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 2,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ບັນລຸ 32,4% ຂອງແຜນການປີ. ໃນນີ້, ມູນຄ່າການສົ່ງອອກບັນລຸໄດ້ທັງໝົດ ປະມານ 1.338 ລ້ານໂດລາ ເພີ່ມຂຶ້ນ 10,7% ແລະ ບັນລຸ 35,1% ຂອງແຜນການປີ.

ສ່ວນການນໍາເຂົ້າບັນລຸໄດ້ປະມານ 1.524 ລ້ານໂດລາ ຫຼຸດລົງ 6% ແລະ ບັນລຸໄດ້ 30% ຂອງແຜນການປີ, ໃນຂະນະທີ່ສາເຫດພາໃຫ້ມີການນໍາເຂົ້າໜ້ອຍກວ່າການສົ່ງອອກ ອາດເປັນຍ້ອນໃນໄລຍະຕົ້ນປີຫຼາຍບໍລິສັດ ແລະ ໂຄງການຍັງບໍ່ທັນໄດ້ຮັບການອະນຸມັດແຜນນຳເຂົ້າ ( Master list ) ຈາກກະຊວງແຜນການ ແລະ ການລົງທຶນ ເນື່ອງຈາກວ່າແຜນດັ່ງກ່າວແມ່ນໃຊ້ເພື່ອຮັບການຍົກເວັ້ນ ຫຼື ຫຼຸດຜ່ອນພາສີ – ອາກອນໃນການນຳເຂົ້າ.ຢ່າງໃດກໍຕາມ, ຄາດຄະເນມູນຄ່າການນຳເຂົ້າ ແລະ ສົ່ງອອກ 6 ເດືອນທ້າຍປີການສົ່ງອອກຍັງຈະເພີ່ມຂຶ້ນ ເຊິ່ງເຫດຜົນຂອງການເພີ່ມຂຶ້ນອາດແມ່ນຍ້ອນນະໂຍບາຍຂອງລັດຖະບານຍັງສືບຕໍ່ສົ່ງເສີມ ແລະ ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ຜູ້ລົງທຶນໃນເຂດເສດຖະກິດພິເສດ – ເສດຖະກິດສະເພາະແມ່ນຈະໄດ້ຮັບນະໂຍບາຍດ້ານພາສີ – ອາກອນ.

ນອກນັ້ນ, ຕໍ່ກັບໝວດສິນຄ້າໂດຍສະເພາະໝວດກະສິກຳ ເປັນຕົ້ນແມ່ນໝາກກ້ວຍ, ຢາງພາລາ ຍັງຄົງສົ່ງອອກຢ່າງເປັນປົກກະຕິ. ຄຽງຄູ່ກັບວຽກງານການສົ່ງອອກນັ້ນ ການນຳເຂົ້າກໍມີທ່າອ່ຽງທີ່ເພີ່ມຂຶ້ນເຊັ່ນກັນ ອາດຈະເປັນຍ້ອນວ່າໃນໄລຍະດັ່ງກ່າວບໍລິສັດສ່ວນໃຫຍ່ແມ່ນໄດ້ອະນຸມັດແຜນນຳເຂົ້າຈາກກະຊວງແຜນການ ແລະ ການລົງທຶນແລ້ວ. ພ້ອມດຽວກັນນັ້ນ, ບັນດາໂຄງການໃຫຍ່ເຂດເສດຖະກິດສະເພາະກໍສືບຕໍ່ມີການນຳເຂົ້າເພື່ອມາປຸງແຕ່ງແລ້ວສົ່ງອອກ.

ສຳລັບສິນຄ້າທີ່ເປັນທ່າແຮງ ແລະ ມີການສົ່ງອອກຫຼາຍກວ່າໝູ່ແມ່ນສິນຄ້າປະເພດ: ໝວດໄຟຟ້າ, ແຮ່ທາດ ( ແຮ່ທອງ, ຄຳ, ເກືອກາລີ ); ສິນຄ້າອຸດສາຫະກຳ ( ໂຄງຮ່າງກ້ອງບັນທຶກພາບ, ເຄື່ອງຕັດຫຍິບ, ແຜ່ນເຫຍື້ອເຈ້ຍ, ຢາສູບ, ນ້ຳຕານ ) ແລະ ສິນຄ້າກະສິກໍາ ( ມັນຕົ້ນ, ໝາກກ້ວຍ, ຢາພາລາ, ກາເຟ, ງົວ – ຄວາຍ ).

ສໍາລັບການນໍາເຂົ້າສ່ວນໃຫຍ່ແມ່ນນໍ້າມັນເຊື້ອໄຟ, ພາຫະນະ ແລະ ຊິ້ນສ່ວນອາໄຫຼ່, ອຸປະກອນກົນຈັກ ແລະ ອຸປະກອນກໍ່ສ້າງ ( ເຫຼັັັກ, ຊີມັງ ) ໂດຍມີຕະຫຼາດນຳເຂົ້າ ແລະ ສົ່ງອອກຕົ້ນຕໍຈາກບັນດາປະເທດເພື່ອນບ້ານ ເຊັ່ນ: ໄທ, ສປ ຈີນ ແລະ ສສ ຫວຽດນາມ.

( ຂ່າວ: ສັນຕິ, ຮູບ: ສອນໄຊ )