ຮອງນາຍົກ ຊີ້! ຈະອັດສີດເງິນ 200 ຕື້ກີບ ເຂົ້າກອງທຶນ SME ຊ່ວຍເຫຼືອຜູ້ປະກອບການ

95

ໃນຕອນບ່າຍວັນທີ 6 ມິຖຸນາ 2019 ຜ່ານມາ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຕອບຂໍ້ຊັກຖາມບັນດາສະມາຊິກສະພາແຫ່ງຊາດ ວ່າ: ລັດຖະບານຈະມີການອັດສີດທຶນຈໍານວນ 200 ຕື້ກີບ ເຂົ້າໃນກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ເພື່ອໃຫ້ພາກທຸລະກິດດັ່ງກ່າວມີທຶນໝູນວຽນ ແລະ ຍົກ ຄວາມສາມາດໃນການແຂ່ງຂັນ.

ໂອກາດນີ້, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ກໍໄດ້ຊີ້ແຈງໃນຫຼາຍຫົວຂໍ້ ເປັນຕົ້ນແມ່ນ:

1) ການຄຸ້ມຄອງຊັບສິນຂອງລັດ ປະເພດທີ່ດິນໄດ້ຢຶດມາເປັນຊັບສິນຂອງລັດໃນປີຈໍານວນ 10 ຕອນ, ປີ 2018 ຈໍານວນ, ສ່ວນປີ 2019 ກໍາລັງເກັບກຳຂໍ້ມູນເພື່ອສະເໜີ ສານຕັດສິນຢຶດເອົາມາເປັນຊັບສິນຂອງລັດ, ສ່ວນປະເພດພາຫະນະທີ່ນຳເຂົ້າຜິດກົດໝາຍແມ່ນໄດ້ປະມູນຂາຍແລ້ວ ແຕ່ໃນຕົວຈິງຍັງມີການລັກລອບນໍາເຂົ້າຜິດກົດໝາຍ ເຊິ່ງທາງເຈົ້າໜ້າທີ່ພວກເຮົາກໍໄດ້ຢຶດໄວ້ຈໍານວນຫຼາຍສິບພັນຄັນ ເວົ້າສະເພາະແຕ່ແຂວງຫຼວງພະບາງ ມີລົດຜິດກົດໝາຍສູງເຖິງ 4 ພັນຄັນ. ນອກນັ້ນ, ຍັງມີຊັບສິນທີ່ເປັນເງິນໄດ້ໂອນເຂົ້າບັນຊີຄັງເງິນແຫ່ງຊາດຂອງແຕ່ລະແຂວງ ແລະ ວັດຖຸມີຄ່າແມ່ນຝາກໄວ້ນຳທະນາຄານແລ້ວ;

2) ສໍາລັບຄັງສໍາຮອງເງິນຕາຕ່າງປະເທດໃນປັດຈຸບັນທ່າມກາງຄວາມຫຍຸ້ງຍາກທາງດ້ານເສດຖະກິດ ພວກເຮົາມີວິທີແກ້ ຄື: ເພີ່ມສິນຄ້າສົ່ງອອກໃຫ້ໄດ້ຫຼາຍ, ຊຸກຍູ້ການຜະລິດ, ການທ່ອງທ່ຽວ ແລະ ປະຢັດການນຳເຂົ້າອັນໃດສາມາດຜະລິດຊົມໃຊ້ຢູ່ພາຍໃນກໍໃຫ້ຊຸກຍູ້ຜະລິດຕະພັນພາຍໃນເພື່ອຫຼຸດຜ່ອນການນໍາເຂົ້າ ແລະ ສົ່ງອອກເງິນຕາຕ່າງປະເທດ ເຊິ່ງໃນປີ 2016 ຜ່ານມາ ເງິນຕາຕ່າງປະເທດລວມທັງໝົດ 2.270 ລ້ານໂດລາ ແຕ່ເງິນສໍາຜັດຕົວຈິງຢູ່ພາຍໃນປະເທດມີພຽງແຕ່ 16% ເທົ່ານັ້ນ, ປີ 2017 ມູນຄ່າ 2.600 ລ້ານໂດລາ ແຕ່ເງິນສໍາຜັດຕົວຈິງ 26%, ປີ 2018 ມູນຄ່າ 2.600 ລ້ານໂດລາ ແຕ່ເງິນສໍາຜັດຕົວຈິງ 28%. ໃນນີ້, ສິນຄ້ານຳເຂົ້າຫຼາຍກວ່າໝູ່ແມ່ນນໍ້າມັນ ທີ່ຕ້ອງໄດ້ໃຊ້ເງິນຕາຕ່າງປະເທດຈ່າຍໃຫ້ປະເທດປາຍທາງ;

3) ໃນສ່ວນຂອງກອງທຶນສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ເຫັນວ່າໄດ້ມີການຈັດຕັ້ງປະຕິບັດໃນຫຼາຍປີຜ່ານມາ ເພື່ອເປັນທຶນສົ່ງເສີມທຸລະກິດຕ່າງໆໃຫ້ມີເງິນທຶນໃນການປະກອບກິດຈະການ ແຕ່ເນື່ອງຈາກເງິນທຶນທີ່ອັດສີດເຂົ້ານັ້ນມີໜ້ອຍແຕ່ຄວາມຕ້ອງການພັດມີຫຼາຍ ຈຶ່ງເຮັດໃຫ້ບໍ່ພຽງພໍກັບຄວາມຕ້ອງການ ເຊິ່ງປັດຈຸບັນກໍາລັງປັບປຸງດໍາລັດ ວ່າດ້ວຍກອງທຶນສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງຄືນໃໝ່ ຄາດວ່າຈະອັດສີດແຫຼ່ງທຶນເຂົ້າໄປປະມານ 200 ຕື້ກີບ ໂດຍເງິນຈໍານວນດັ່ງກ່າວແມ່ນໄດ້ມາຈາກຫຼາຍແຫຼ່ງ ເປັນຕົ້ນແມ່ນ: ທະນາຄານໂລກ, ທະນາຄານພັດທະນາອາຊີ, ທຶນຂອງລັດຖະບານ ແລະ ອື່ນໆ ຖ້າຫາກພວກເຮົາໄດ້ເງິນກູ້ໃນດອກເບ້ຍທີ່ຕໍ່າ ການສະໜອງແກ່ທຸລະກິດກໍຈະຕໍ່າ ຫຼື ຖ້າຫາກໄດ້ມາສູງກໍຕ້ອງເບິ່ງຕາມຄວາມເໝາະສົມ;

4) ສໍາລັບພະນັກງານ – ລັດຖະກອນໃນທົ່ວປະເທດທີ່ໄດ້ສັງກັດເຂົ້າເປັນພະນັກງານແລ້ວ 95% ຕາມການລາຍງານເຫັນວ່າບໍ່ໄດ້ຮັບເງິນອຸດໜູນມາແຕ່ເດືອນພະຈິກ 2018 ຈົນປັດຈຸບັນລັດຖະບານກໍາລັງຄົ້ນຄວ້າຢູ່ ຍັງຄາຢູ່ໃນຂັ້ນຕອນຂອງເອກະສານ ແລະ ຄັງເງິນແຫ່ງຊາດຂອງແຕ່ລະແຂວງ ເຊິ່ງຈະໄດ້ສືບຕໍ່ແກ້ໄຂໃຫ້ທັນການ. ນອກຈາກນັ້ນ, ກໍຈະໄດ້ພິຈາລະນາຄືນການຄົ້ນຄວ້າແບ່ງຂັ້ນຄຸ້ມຄອງລາຍຮັບລະຫວ່າງສູນກາງກັບທ້ອງຖິ່ນ ເພື່ອເຮັດໃຫ້ບັນດາເມືອງຕ່າງໆມີລາຍຮັບກຸ້ມຕົນເອງ ຢ່າງໜ້ອຍກໍໃຫ້ພະນັກງານໄດ້ເງິນເດືອນທຸກໆເດືອນ ແລະ ຈະປັບປຸງກົນໄກປະສານງານໃຫ້ມີຄວາມສະດວກວ່ອງໄວຍິ່ງຂຶ້ນ;

5) ພິເສດບັນດາ ສສຊ ກໍໄດ້ສະເໜີໃຫ້ກະຊວງການເງິນ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາໃນການປຸກເຮືອນໃຫ້ການນຳຂັ້ນສູງທີ່ມີຕຳແໜ່ງຂັ້ນຕ່າງໆ ເຊິ່ງຈະເປັນການສ້າງສິ່ງອໍານວຍຄວາມສະດວກໃນກໍລະນີທີ່ມີການຍົກຍ້າຍການນຳຂັ້ນທ້ອງຖິ່ນຂຶ້ນມາປະຈໍາຢູ່ສູນກາງ.

[ ຂ່າວ: ສົມສະຫວິນ, ຮູບ: ສອນໄຊ ]