ເຫຼືອໄວ້ພຽງຄຸນງາມຄວາມດີ ຜົນງານຕ່າງໆທີ່ຈະຍັງຄົງຈົດຈໍາຢູ່ໃນຈິດໃຈຂອງຄອບຄົວ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ, ບັດນີ້ ທ່ານ ແກ້ວພິລາວັນ ອາໄພລາດ, ອະດີດຮອງເຈົ້າຄອງນະຄອນຫລວງວຽງຈັນ, ຮອງເລຂາພັກຜູ້ຮັບຜິດຊອບວຽກງານຂົງເຂດເສດຖະກິດມະຫາພາກ ແລະ ພັດທະນາຕົວເມືອງ ໄດ້ຈາກພວກເຮົາໄປແລ້ວຢ່າງບໍ່ມີວັນຫວນຄືນ ໃນເຊົ້າວັນທີ 7 ມິຖຸນາ 2019 ເວລາ 6:15 ນາທີ ດ້ວຍພະຍາດຜູ້ກ່ຽວ ລວມອາຍຸໄດ້ 62 ປີ.
ສໍາລັບງານປະນາກິດສົບ ແມ່ນຈັດຂຶ້ນທີ່ເຮືອນຂອງເພິ່ນເອງ ບ້ານໂພສີ ຮ່ອມ 3 ແລະ ຈະສົ່ງສະການໃນວັນຈັນທີ 10 ມິຖຸນາ 2019 ເວລາ 13:00 ທີ່ວັດເທບນິມິດທາດຝຸ່ນ ຫາກທ່ານໃດມີເວລາສາມາດໄປອົບອຸ່ນໄດ້.