ການເກັບກ່ຽວເຂົ້ານາແຊງໃກ້ສຳເລັດ

77

ມາຮອດປັດຈຸບັນການເກັບກ່ຽວເຂົ້ານາແຊງຂອງຊາວກະສິກອນໃນທົ່ວປະເທດສໍາເລັດແລ້ວ 85.020 ເຮັກຕາ ເທົ່າກັບ 96% ຂອງເນື້ອທີ່ປັກດໍາທັງໝົດ 88.968 ເຮັກຕາ. ພ້ອມດຽວກັນນັ້ນ, ດ້ານການປູກພືດສາມາດປະຕິບັດໄດ້ 153.395 ເຮັກຕາ ເທົ່າກັບ 83% ຂອງແຜນການ.

ອີງຕາມບົດສະຫຼຸບປະຈໍາເດືອນພຶດສະພາຂອງ ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ປັດຈຸບັນຊາວກະສິກອນໃນທົ່ວປະເທດສາມາດເກັບກ່ຽວເຂົ້ານາແຊງສໍາເລັດແລ້ວ 85.020 ເຮັກຕາ ເທົ່າກັບ 96% ຂອງເນື້ອທີ່ປັກດໍາໄດ້ 88.968 ເຮັກຕາ. ນອກຈາກນີ້, ກໍມີການກຽມພ້ອມປັດໄຈການຜະລິດໃຫ້ແກ່ລະດູຝົນປີ 2019 ໃຫ້ໄດ້ຕາມແຜນການ ເຊິ່ງຕົວເລກການກຽມດິນ, ຕົກກ້າ ແລະ ການປັກດໍາເຂົ້ານາປີແມ່ນກໍາລັງເກັບກໍາຢູ່. ສໍາລັບການປູກພືດ ຊາວກະສິກອນປູກພືດຜັກຊະນິດຕ່າງໆໄດ້ແລ້ວ 153.395 ເຮັກຕາ ເທົ່າກັບ 83% ຂອງແຜນການ, ພືດທີ່ນິຍົມປູກສ່ວນຫຼາຍແມ່ນ ສາລີອາຫານສັດ, ສາລີຫວານ, ມັນຕົ້ນ, ຢາສູບ, ອ້ອຍ, ຖົ່ວດິນ ແລະ ເຜືອກມັນຕ່າງໆ. ໃນນັ້ນ, ເຂດທີ່ປູກພືດຫຼາຍກວ່າໝູ່ແມ່ນພາກກາງ ປະຕິບັດໄດ້ 65.719 ເຮັກຕາ, ພາກເໜືອ 58.737 ເຮັກຕາ ແລະ ພາກໃຕ້ 28.942 ເຮັກຕາ.

ນອກຈາກນີ້, ແຜນດໍາເນີນງານຜະລິດເປັນສິນຄ້າ ໄດ້ຕິດຕາມຄຸ້ມຄອງຜົນຜະລິດກະສິກໍາ, ສິນຄ້າສົ່ງອອກພືດ ແລະ ຜະລິດຕະພັນພືດ ທັງໝົດ 66.255 ໂຕນ ມູນຄ່າ 17 ລ້ານກວ່າໂດລາສະຫະລັດ; ສ່ວນສິນຄ້ານໍາເຂົ້າພືດ ແລະ ຜະລິດຕະພັນພືດ ທັງໝົດ 5.947 ໂຕນ ມູນຄ່າ 2 ລ້ານກວ່າໂດລາສະຫະລັດ. ພ້ອມດຽວກັນນັ້ນ, ວຽກງານລ້ຽງສັດ ແລະ ການປະມົງກໍໄດ້ລົງຕິດຕາມກວດກາດ້ານສຸຂະນາໄມສັດຢູ່ໂຮງຂ້າສັດ ເຊິ່ງສັງລວມສັດທີ່ຖືກຂ້າຈໍາໜ່າຍມີທັງໝົດ 11.121 ໂຕ. ໃນນີ້, ຄວາຍ 591 ໂຕ, ງົວ 1.229 ໂຕ, ໝູ 8.785 ໂຕ ແລະ ແບ້ 516 ໂຕ; ສ່ວນສັດປີກ 49.159 ໂຕ. ນອກຈາກນີ້, ກໍຍັງສົ່ງອອກເປັນສິນຄ້າໄປຕ່າງປະເທດ ມີທັງໝົດ 1.634 ໂຕ. ໃນນີ້, ມີຄວາຍ 143 ໂຕ, ງົວ 730 ໂຕ, ໝູ 146 ໂຕ, ແບ້ 60 ໂຕ ແລະ ສັດປີກ 555 ໂຕ.

ຄຽງຄູ່ກັນນັ້ນ, ວຽກງານຊົນລະປະທານກໍໄດ້ລົງຊຸກຍູ້ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຂອງໂຄງການກໍ່ສ້າງທີ່ສໍາເລັດ 100% ແລະ ປັບປຸງຫົວງານຈັກສູບນໍ້າ ບ້ານວາປີ ເມືອງວາປີ ແຂວງສາລະວັນ ( ໂຄງການໄລຍະທີ 1 ) ຂອງໂຄງການພັດທະນາພື້ນຖານໂຄງລ່າງກະສິກໍາຕາມແລວເສດຖະກິດຕາເວັນອອກ – ຕາເວັນຕົກ ທີ່ແຂວງສາລະວັນ. ດ້ານຄວາມຄືບໜ້າການກໍ່ສ້າງໂຄງການຊົນລະປະທານ 4 ໂຄງການ ຄື: ດົງຄວາຍ 1, ດົງຄວາຍ 2, ໝາກຮຽວ, ນາລ້ອງ ມາຮອດປັດຈຸບັນປະຕິບັດໄດ້ 97,6% ແລ້ວ.

( ຂ່າວ: ເອຢິບ )