ຄູເຫຼືອບໍພໍຊ້ຳເຮື້ອມາຍາວ ກະຊວງສຶກສາມີແນວທາງແກ້ແລ້ວ

61

ກາຍເປັນບັນຫາ ແລະປະເດັນເວົ້າກັນໜາຫູຕາມສະພາກາເຟກ່ຽວກັບບັນຫາຄູອາສາທີ່ຈົບມາຫຼາຍປີເຮັດວຽກລ້າບໍ່ມີເງິນເດືອນ ແລະບໍ່ມີວີ່ແລວເລື່ອງຕົວເລກລັດຖະກອນ ທີ່ໜັກໜ່ວງກວ່ານັ້ນຄູຈຳນວນຫຼາຍຢູ່ໃນຈັງຫວະເຫຼືອບໍ່ພໍ, ຈຸດນີ້ຍ້ອນການຮຽນມາບໍ່ຖືກສາຍ ແລະບາງສ່ວນກໍ່ຍັງບໍ່ໄດ້ມາດຕະຖານຂອງຄູ.

ຕໍ່ກັບບັນຫາຄູເຫຼືອບໍ່ພໍນັ້ນ ທ່ານນາງ ແສງເດືອນ ຫຼ້າຈັນທະບຸນ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ ໄດ້ກ່າວມີຄຳເຫັນຕໍ່ກອງປະຊຸມສະພາແຫ່ງຊາດໃນວັນທີ 5 ມິຖຸນານີ້ວ່າ: ທິດທາງໃນຕໍ່ໜ້າ ມາດຕະການການແກ້ໄຂບັນຫາຄູເຫຼືອບໍ່ພໍ ແມ່ນຈະສ້າງ ແລະ ປັບປຸງຄືນບັນດານິຕະກໍາກ່ຽວກັບການບັນຈຸ ແລະ ນໍາໃຊ້ຄູ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ, ລວມທັງນິຕິກໍາກ່ຽວກັບຄູສັນຍາຈ້າງບ່ອນຂາດຄູ ແລະ ຈໍາເປັນ.

ກະຊວງສຶກສາຈະຈັດສັນ ແລະ ສັບຊ້ອນ ຄູເຫຼືອ ຄູບໍ່ພໍຄືນໃໝ່ ໃນລະດັບເມືອງ, ນະຄອນ ແລະ ແຂວງ, ນະຄອນຫຼວງ, ສະເພາະຄູການສຶກສາກ່ອນໄວຮຽນ ແລະ ຄູປະຖົມສຶກສາ ໃຫ້ມີການສັບຊ້ອນຄືນໃໝ່ພາຍໃນເມືອງ ແລະ ໂຮງຮຽນທີ່ໃກ້ຄຽງ. ສໍາລັບຄູຊັ້ນມັດທະຍົມສຶກສາທີ່ສອນບໍ່ຄົບຊົ່ວໂມງຕາມກໍານົດໃຫ້ຈັດສັນໄປສອນຊ່ວຍໂຮງຮຽນອື່ນ ຫຼື ໄປສອນເປັນພັນທະໃນໄລຍະໃດໜຶ່ງໃນໂຮງຮຽນທີ່ຂາດຄູ.

ທ່ານ ລັດຖະມົນຕີກ່າວວ່າ: ການບັນຈຸຄູການສຶກສາກ່ອນໄວຮຽນ, ປະຖົມສຶກສາ, ມັດທະຍົມສຶກສາ (ແຍກຕາມລາຍວິຊາ) ໃຫ້ປະຕິບັດຕາມການກໍານົດຕໍາແໜ່ງ ໂດຍອີງໃສ່ນິຕິກໍາທີ່ໄດ້ກໍານົດໄວ້, ພ້ອມດຽວກັນນັ້ນ ໃຫ້ຄະນະພັດທະນາການສຶກສາແຕ່ລະຂັ້ນ ມີສ່ວນຮ່ວມຄົ້ນຄວ້າ, ຄັດເລືອກ, ບັນຈຸ, ສັບຊ້ອນ ແລະ ຍົກຍ້າຍຄູ.

ເພື່ອແກ້ໄຂບັນຫາຂາດຄູສອນທີ່ໜັກໜ່ວງໃນ 4 ວິຊາ (ພື້ນຖານວິຊາຊີບ, ໄອຊີທີ, ພະລະສຶກສາ, ສິລະປະສຶກສາ) ຈະໄດ້ໃຫ້ບູລິມະສິດໃນການບັນຈຸຄູໃນສາຍວິຊາດັ່ງກ່າວ, ຄັດເລືອກເອົານັກຮຽນ-ນັກສຶກສາທີ່ຈົບໃນສະຖານອະຊີວະສຶກສາ ໄປບໍາລຸງວິຊາຄູເພື່ອໃຫ້ໄປສອນວິຊາພື້ນຖານວິຊາຊີບ ຫຼື ວິຊາທີ່ກ່ຽວຂ້ອງກັບຫຼັກສູດໃນໂຮງຮຽນສາມັນສຶກສາ; ຄັດເລືອກເອົາຄູສອນມັດທະຍົມທີ່ເຫຼືອໄປບໍາລຸງ ຫຼື ຍົກລະດັບໃນວິຊາທີ່ຍັງຂາດຄູ, ຫຼັງຈາກສໍາເລັດການບໍາລຸງຍົກລະດັບແລ້ວຈຶ່ງພິຈາລະນາສັບຊ້ອນຄືນໃໝ່; ປັບປຸງແຜນກໍ່ສ້າງຄູໄລຍະຍາວໃຫ້ແທດເໝາະກັບແຜນຄວາມຕ້ອງການຕົວຈິງ.