ສຳຄັນຫຼາຍ 3 ອາຊີບບຸລິມະສິດກະສິກຳ, ຄູ ແລະພະຍາບານ ສະເໜີຜ່ານກອງປະຊຸມສະພາຈົ່ງຕິດຕາມ

88

ປະເທດເຮົາພວມໄຕ່ຂຶ້ນຈາກສະຖານະປະເທດທີ່ມີລາຍຮັບຕ່ຳສູ່ການມີລາຍຮັບປານກາງ ແລະໄດ້ໃຫ້ສັດຕະຍາບັນຕໍ່ສາກົນແລ້ວຈະສູ້ຊົນໃຫ້ຫຼຸດພົ້ນຈາກບັນຊີປະເທດດ້ອຍພັດທະນາໃນໄວໆນີ້ ເຊິ່ງແນ່ນອນການຈະຂ້າມຜ່ານເສັ້ນຄວາມທຸກຍາກໄປໄດ້ຕ້ອງກຳນົດເອົາບາງຂະແໜງການສຳຄັນ ເພື່ອເປັນກຳລັງຊ່ວຍຂັບເຄື່ອນ.

ຕາມວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ Vlll ຈະໄດ້ໄຂຂຶ້ນມື້ອື່ນນີ້ກໍ່ຄືວັນທີ 05 ມິຖຸນາ ແມ່ນມີວາລະສຳຄັນໜຶ່ງ ເພື່ອ ພິຈາລະນາ, ຮັບຮອງເອົາບົດລາຍງານ ກ່ຽວກັບການພັດທະນາຊັບພະຍາກອນມະນຸດ ທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ ໂດຍສະເພາະ ການສ້າງຊັບພະຍາກອນມະນຸດໄປຕາມຂະແໜງການບຸລິມະສິດເປັນຕົ້ນ ວິຊາການດ້ານສະເພາະ ໃນສາຂາວິຊາກະສິກຳ, ຄູ ແລະ ພະຍາບານ ເພື່ອສາມາດຕອບສະໜອງໃຫ້ແກ່ການພັດທະນາປະເທດຊາດ ແລະ ແກ້ໄຂຄວາມທຸກຍາກ.

ທັ້ງນີ້ສາເຫດທີ່ຍົກເອົາ 3 ສາຂາອາຊີບນັ້ນມາເປັນບຸລິມະສິດກໍ່ເນື່ອງຈາກ ກະສິກຳເປັນທຸກຢ່າງຂອງມະນຸດ, ຄົນເຮົາດຳລົງຊີວິດຢູ່ຕິດພັນກັບກະສິກຳມາແຕ່ດຶກດຳບັນ, ມະນຸດໃຊ້ປະໂຫຍດຢ່າງຫຼວງຫຼາຍຈາກພືດ ແລະສັດ ເພື່ອຊີວິດປະຈຳວັນ ເຊັ່ນໃຊ້ເປັນວັດຖຸດິບຜະລິດປັດໃຈ4 ເຊັ່ນ: ອາຫານ, ເຄື່ອງນຸ່ງຮົ່ມ, ທີ່ຢູ່ອາໄສ ແລະຢາປົວພະຍາດ ທຸກວັນນີ້ທຸກຢ່າງທີ່ປິ່ນອ້ອມກະສິກຳແມ່ນລ້ວນສາມາດສ້າງເງິນໄດ້ເພາະຜູ້ໃຊ້ຫຼາຍກວ່າຄົນຜະລິດ ເວົ້າໄດ້ວ່າຕາບໃດທີ່ຄົນຍັງກິນຕາບນັ້ນຜູ້ທີ່ຜະລິດກະສິກຳຈະບໍ່ມີວັນອີ່ມຕົວ.

ເຊັ່ນດຽວກັບການສຶກສາ ຖືເປັນພື້ນຖານສຳຄັນທີ່ສຸດໃນການພັດທະນາສັງຄົມ ໂດຍສະເພາະສ້າງຄົນໃຫ້ມີຄຸນນະພາບ ມີຄຸນນະທຳ, ມີແຕ່ການສຶກສາເທົ່ານັ້ນທີ່ຈະສ້າງຈິດສຳນຶກດີສຸດໃນການເປັນມະນຸດ ແລະຈິດວິນຍານຂອງຜູ້ທີ່ມີອະລິຍະທຳທາງປັນຍາ ແລະຄວາມງົດງາມທາງດ້ານຈິດໃຈ. ການສຶກສາສ້າງໃຫ້ຄົນມີຄວາມຮູ້ໃນການດຳລົງຊີວິດ ການປະກອບອາຊີບ ເຮັດໃຫ້ຄົນມີຄວາມອົດທົນສູ້ຊົນຕໍ່ອຸປະສັກຂອງຊີວິດ ສະນັ້ນການສຶກສາແມ່ນສຳຄັນ ແລະຈຳເປັນສຳລັບທຸກເພດໄວ.  ເຊິ່ງແນ່ນອນການສຶກສາຈະດີໄດ້ ມີຄວາມເຂັ້ມແຂງສາມາດສ້າງຄົນໃຫ້ມີຄຸນນະພາບນັ້ນແມ່ນຮຽກຮ້ອງເຖິງຄູອາຈານທີ່ເກັ່ງສາມາດສອນຄົນໄດ້ໂດຍແທ້ຈິງ.

ໃນເວລາດຽວກັນຂະແໜງການແພດພະຍາບານກໍ່ມີຄວາມສຳຄັນຫຼາຍຕໍ່ກັບສັງຄົມມະນຸດ ບົດບາດໜ້າທີ່ຂອງອາຊີບພະຍາບານປຽບດັ່ງເສົາຫຼັກໃນການດູແລສຸຂະພາບຂອງປະຊາຊົນ ໂດຍສະເພາະແມ່ນຜູ້ທີ່ເຈັບໄຂ້ໄດ້ປ່ວຍ, ການເຮັດໜ້າທີ່ຂອງພະຍາບານນັ້ນເລີ່ມຕັ້ງແຕ່ການປະເມີນບັນຫາພາວະສຸຂະພາບທີ່ຕ້ອງການດູແລ ແລະໃຫ້ການຊ່ວຍເຫຼືອ ຕະຫຼອດຮອດການຟື້ນຟູເສີມສ້າງສຸຂະພາບໃຫ້ແຂງແຮງຈົນສາມາດດູແລຕົນເອງໄດ້ ແລະກັບຄືນສູ່ຄອບຄົວກໍ່ຄືສັງຄົມ ປະກອບສ່ວນໃນການສ້າງສາພັດທະນາປະເທດຊາດຕໍ່ໄປ.

 

ດ້ວຍຄວາມສຳຄັນ ແລະຈຳເປັນທັງໝົດນັ້ນລັດຈິ່ງຍົກສູງ 3 ຂະແໜງການນີ້ເປັນບຸລິມະສິດ ຕອບສະໜອງໃຫ້ແກ່ການພັດທະນາປະເທດຊາດ ແລະ ແກ້ໄຂຄວາມທຸກຍາກຢູ່ປະເທດເຮົາ.