ນັກທຸລະກິດ ຈີນ ລົງທຶນ 4 ລ້ານໂດລາ ຂຸດຄົ້ນດິນໜຽວແດງ ແລະ ຫີນປູນຢູ່ແຂວງຫົວພັນ

100

ນັກລົງທຶນຈາກຈີນ ໄດ້ເຊັນສັນຍາລົງທຶນຂຸດຄົ້ນ – ປຸງແຕ່ງດິນໜຽວແດງ ແລະ ຫີນປູນ ເພື່ອມາເປັນວັດຖຸດິບປະສົມເຂົ້າໃນຂະບວນການຜະລິດຊີມັງ ຢູ່ເຂດເມືອງວຽງໄຊ ແຂວງຫົວພັນ ກວມເປັນເນື້ອທີ່ເກືອບ 10 ເຮັກຕາ ຈະໃຊ້ທຶນຫຼາຍກວ່າ 4 ລ້ານໂດລາສະຫະລັດ ໄລຍະສຳປະທານ 5 ປີ.

ພິທີລົງນາມໄດ້ມີຂຶ້ນໃນທ້າຍອາທິດຜ່ານມາທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທົນ, ຕາງໜ້າເຊັນສັນຍາຝ່າຍແຂວງຫົວພັນ ໂດຍແມ່ນ ທ່ານ ຄອນທອງ ມະນີວອນ ຮັກສາການຫົວໜ້າພະແນກແຜນການ ແລະ ການລົງທຶນ, ທ່ານ ເຊຍຈິ້ນສ້າງ ອຳນວຍການ ບໍລິສັດ ຊີມັງສາກົນຫົວພັນ ລາວ – ຈີນ ອາງຊື ຈຳກັດ ໂດຍມີ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງ ຫົວພັນ, ທ່ານຫົວໜ້າພະແນກພະລັງງານ – ບໍ່ແຮ່, ທ່ານເຈົ້າເມືອງວຽງໄຊ, ມີບັນດາທ່ານຫົວໜ້າ – ຮອງພະແນກການ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມເປັນພິຍານ.

ກິດຈະກຳຂອງໂຄງການຈະແບ່ງອອກເປັນ 3 ຢ່າງ ຄື: ໃນການຂຸດຄົ້ນ – ປຸງແຕ່ງຫີນປູນຢູ່ບ້ານກ້າງທາດ ມີເນື້ອທີ່ 1 ເຮັກຕາ ຈະໄດ້ນຳໃຊ້ທຶນ ຈຳນວນ 2 ລ້ານໂດລາ, ຂຸດຄົ້ນ – ປຸງແຕ່ງຫີນປູນຢູ່ບ້ານຫາງລ້ອງ ໃນເນື້ອທີ່ 5 ເຮັກຕາ ຈະໃຊ້ທຶນ 3,74 ແສນໂດລາ ແລະ  ຂຸດຄົ້ນດິນໜຽວແດງຢູ່ບ້ານນາສ້ານ ເມືອງວຽງໄຊ ມີເນື້ອທີ່ສຳປະທານ 4 ເຮັກຕາ ຈຳນວນທຶນ 2 ລ້ານໂດລາ ທັງໝົດ 3 ໂຄງການນີ້ແມ່ນ ບໍລິສັດ ຊີມັງສາກົນ ຫົວພັນ ລາວ – ຈີນ ອາງຊື ຈຳກັດ ເປັນຜູ້ສຳປະທານ ແລະ ລົງທຶນ 100% ມີໄລຍະສຳປະທານ 5 ປີ.

ພາຍຫຼັງເຊັນສັນຍາແລ້ວບໍລິສັດຈະໄດ້ລົງມືຈັດຕັ້ງປະຕິບັດບັນດາໜ້າວຽກ ເປັນຕົ້ນແມ່ນການປະກອບເອກະສານການນຳເຂົ້າອຸປະກອນ, ເຄື່ອງຈັກເພື່ອນຳໃຊ້ເຂົ້າໃນການຂຸດຄົ້ນ – ປຸງແຕ່ງດິນໜຽວແດງ ທີ່ເປັນວັດຖຸດິບປະສົມຜະລິດຊີມັງ, ກະກຽມບຸກເບີກສະຖານທີ່ຂຸດຄົ້ນ ແລະ ເຂດສ້າງຕັ້ງໂຮງງານປຸງແຕ່ງ, ຕິດຕັ້ງລະບົບໄຟຟ້າໃສ່ພາກສະໜາມຂຸດຄົ້ນ, ກໍ່ສ້າງອ່າງບຳບັດນ້ຳ ແລະ ສິ່ງເສດເຫຼືອ, ຕິດຕັ້ງອຸປະກອນກົນຈັກໃຫ້ຄົບຊຸດ.

ການຂຸດຄົ້ນດິນໜຽວແດງ ແລະ ປຸງແຕ່ງຫີນປູນຢູ່ 3 ບ້ານຂອງເມືອງວຽງໄຊ ແຂວງຫົວພັນ ເພື່ອເຮັດໃຫ້ການນຳໃຊ້ຊັບພະຍາກອນທຳມະຊາດໃນພື້ນດິນຖືກຂຸດຄົ້ນອອກມາໄດ້ນຳໃຊ້ຢ່າງເປັນປະໂຫຍດສູງສຸດ ເປັນຕົ້ນແມ່ນການນຳເອົາແຮ່ດິນໜຽວແດງມາປະສົມເພື່ອຜະລິດຊີມັງທີ່ສາມາດຮັບຮອງທາງດ້ານຄຸນນະພາບ ແລະ ປະລິມານທີ່ສາມາດສະໜອງໃຫ້ຕະຫຼາດທັງພາຍໃນ ແລະ ຕ່າງປະເທດ.

( ຂ່າວ: ງຸດ ວິໄລຄຳ )