ຕັກແຕນທີ່ລະບາດໜັກຢູ່ຫົວພັນກິນໄດ້ບໍ ຫຼາຍຄົນຢາກຮູ້ (ຕອບໃນບົດຂ່າວ)

62

ແຂວງຫົວພັນ ກຳລັງປະສົບກຳລັງການລະບາດຂອງຕັກແຕນຝຸງໄມ້ປ່ອງ ເຊິ່ງທໍາອິດແມ່ນເລີ່ມລະບາດຢູ່ເຂດພູປອນ ເມືອງຊ່ອນ ໃນປີ 2014 ເປັນຕົ້ນມາ. ມາເຖິງປັດຈຸບັນແມ່ນໄດ້ແຜ່ລະບາດໃນ 10 ເມືອງທົ່ວແຂວງ ແລະ ສາມາດສີດພົ່ນຢາແລ້ວ 11 ບ້ານ ເມື່ອປະຊາຊົນໄດ້ຮັບຂໍ້ມູນຂ່າວສານຕ່າງກໍ່ຖາມກັບມາຫາແອັດມິນວ່າຕົກລົງຝຸງຕັກແຕນນັ້ນກິນໄດ້ບໍ?

ເພື່ອຄວາມກະຈ່າງແຈ້ງແກ່ທ່ານຜູ້ອ່ານ ທາງທີມຂ່າວເສດຖະກິດ-ການຄ້າໄດ້ສອບຖາມຂໍ້ມູນໄປຍັງພາກສ່ວນວິຊາການກະສິກຳຂອງເມືອງ ວຽງໄຊ ໃນແຂວງຫົວພັນໄດ້ຄຳຕອບວ່າ “ຕັກແຕນນັ້ນສາມາດບໍລິໂພກໄດ້ ແຕ່ຕ້ອງເປັນຕັກແຕກທີ່ບໍ່ທັນສີດຢາເທົ່ານັ້ນ ຖ້າສີດຢາແລ້ວບໍ່ຕາຍແມ່ນບໍ່ສາມາດບໍລິໂພກໄດ້” ຮູ້ແບບນີ້ແລ້ວຫຼາຍຄົນທີ່ຄ້າງຄາໃຈກໍສາມາດໄປຊ່ວຍແຂວງຫົວພັນຈັບຕັກແຕນໄດ້ເລີຍປະຊາຊົນຈະບໍ່ມີເຂົ້າກິນຍ້ອນ!!!!!!!

 

 

ຕາມຂໍ້ມູນຫຼ້າສຸດໃນວັນທີ 23 ພຶດສະພາ ຜ່ານມາ, ພະແນກກະສິກໍາ ແລະ ປ່າໄມ້ແຂວງຫົວພັນ, ເຊິ່ງນໍາໂດຍທ່ານ ສໍສະຫວັນ ບານຄໍາມີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ພ້ອມດ້ວຍພາກສ່ວນກ່ຽວ ໄດ້ລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ, ບ້ານທີ່ໄດ້ຮັບຜົນກະທົບຈາກການລະບາດຂອງຕັກແຕນຝຸງໄມ້ປ່ອງຢູ່ທີ່ບ້ານສົບວັ້ນ, ເມືອງຊຽງຄໍ້ ແຂວງຫົວພັນ.

 

 

ການລະບາດຂອງຕັກແຕນຝຸງໄມ້ປ່ອງຢູ່ແຂວງຫົວພັນ, ທໍາອິດແມ່ນເລີ່ມລະບາດຢູ່ເຂດພູປອນ ເມືອງຊ່ອນ ໃນປີ 2014 ເປັນຕົ້ນມາ ມາເຖິງປັດຈຸບັນແມ່ນໄດ້ແຜ່ລະບາດໃນ 10 ເມືອງທົ່ວແຂວງ. ສໍາລັບປີ 2019 ນີ້ຕັກແຕນໄດ້ເລີ່ມລະບາດນັບແຕ່ກາງເດືອນເມສາເປັນຕົ້ນມາ. ໃນນັ້ນ, ເມືອງທີ່ລະບາດໜັກກວ່າໝູ່ມີ 4 ເມືອງຄື:  ເມືອງວຽງໄຊ ຈໍານວນ 19 ບ້ານ,​ 20 ຈຸດ, ມີເນື້ອທີ່ການລະບາດ 2 ເຮັກຕາ, ເມືອງຊໍາເໜືອ ມີ 7 ບ້ານ, ມີ 20 ຈຸດ, ເນື້ອທີ່ລະບາດ 3 ເຮັກຕາ ແລະ ເມືອງສົບເບົາ ມີ 9 ບ້ານ, 19 ຈຸດ, ເນື້ອທີ່ລະບາດ 8 ເຮັກຕາ. ສໍາລັບເມືອງຊຽງຄໍ້ ຈໍານວນບ້ານທີ່ມີການລະບາດ 7 ບ້ານ, ມີ 22 ຈຸດ, ເນື້ອທີ່ການລະບາດ 8 ເຮັກຕາ ເຊິ່ງລະບາດໜັກກວ່າໝູ່ແມ່ນ ບ້ານສົບວັ້ນ ກວມເອົາ 4 ເຮັກຕາ.

 

 

ໃນເບື້ອງຕົ້ນພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ປະສານສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງລົງຊູ້ຍູ້, ຕິດຕາມ ແລະ ແນະນໍາວິທີການກໍາຈັດ, ວິທີການປະສົມຢາ, ການປ້ອງກັນຕົວເອງໃນເວລາສີດຢາຂ້າຕັກແຕນ, ວິທີການໃຊ້ເຄື່ອງຈັກ, ພ້ອມທັງສະໜອງຢາສີດຂ້າຕັກແຕນໃຫ້ບ້ານດັ່ງກ່າວແລ້ວ, ພ້ອມທັງສີດຢາຂ້າຕັກແຕນໄດ້ຈໍານວນໜຶ່ງ.

 

 

ສ່ວນແຕ່ລະເມືອງທາງພະແນກກະສິກໍາ ແລະ ປ່າໄມ້ ໄດ້ສະໜອງຢາ ແລະ ເຄື່ອງຈັກໃຫ້ແຕ່ລະເມືອງທີ່ມີການລະບາດຂອງຕັກແຕນຝຸງໄມ້ປ່ອງ ເພື່ອຄວບຄຸມ ແລະ ກໍາຈັດການລະບາດຂອງຕັກແຕນຝຸງໄມ້ປ່ອງ ບໍ່ໃຫ້ລະບາດໄປໃນເນື້ອທີ່ກ້ວາງ ແລະ ບໍ່ໃຫ້ເຂົ້າທໍາລາຍຜົນລະປູກຂອງປະຊາຊົນ ເຊິ່ງພື້ນທີ່ໆມີການລະບາດ ສ່ວນຫຼາຍຈະເປັນເຂດທີ່ເປັນຫ້ວຍເລີກ, ພູສູງຊັນ, ລົດບໍ່ສາມາດເຂົ້າເຖິງ. ສະນັ້ນ, ຈິ່ງເຮັດໃຫ້ການກໍາຈັດ ແລະ ການສະກັດກັ້ນການລະບາດຂອງຕັກແຕນຝຸງໄມ້ປ່ອງພົບຄວາມຫຍຸ້ງຍາກ. ປັດຈຸບັນນີ້ ສາມາດສີດພົ້ນຢາແລ້ວ 11 ບ້ານ, 13 ຈຸດ ມີເນື້ອທີ 38 ເຮັກຕາ.