ຄບຕ ຈະເລັ່ງອະນາໄມຮ່ອງລະບາຍນ້ຳ

93

ບັນຫານ້ຳຖ້ວມອັ່ງຢູ່ 5 ເສັ້ນທາງ ໃນນະຄອນຫຼວງວຽງຈັນ ຍັງແກ້ໄຂບໍ່ຕົກ. ສະນັ້ນ, ໃນແຕ່ລະປີພາກສ່ວນກ່ຽວຂ້ອງຈຳເປັນຈະຕ້ອງໄດ້ຈັດຕັ້ງໜ່ວຍຕະລຸມບອນພິເສດໄວ້ແຕ່ລະຈຸດ ເພື່ອອະນາໄມຄອງນ້ຳ ແລະ ເຝົ້າລະວັງຕະຫຼອດໄລຍະລະດູຝົນ.

ທ່ານ ບຸຜາ ໂພນສີມາ ຫົວໜ້າຂະແໜງຮ່ອງລະບາຍນ້ຳ, ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ( ຄບຕ ) ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ການແກ້ໄຂບັນຫານ້ຳຖ້ວມອັ່ງຂັງຖະໜົນໄລຍະລະດູຝົນ ຂະແໜງຄຸ້ມຄອງຮ່ອງລະບາຍນ້ຳ ໄດ້ແຕ່ງຕັ້ງທີມງານລົງປະຈຳຢູ່ແຕ່ລະເມືອງເພື່ອສົມທົບກັບ ຄບຕ ເມືອງ ແລະ ບ້ານ ເຝົ້າລະວັງຈຸດທີ່ມີບັນຫານ້ຳຖ້ວມທຸກປີ ໂດຍໄດ້ຂຶ້ນແຜນງົບປະມານເພື່ອລວງຮ່ອງລະບາຍນ້ຳແຄມທາງ ແລະ ຮ່ອງນ້ຳສາຍຫຼັກຈຸດທີ່ມີບັນຫາ. ນອກຈາກນີ້, ຍັງໄດ້ສົມທົບກັບຫຼາຍພາກສ່ວນແກ້ໄຂໄລຍະຍາວ ເປັນຕົ້ນແມ່ນຈຸດໄຟແດງທາດຫຼວງ, ເສັ້ນທາງໂພນຕ້ອງ ແລະ ໂພນສີນວນ ເຊິ່ງຈຸດບ້ານໂພນສີນວນ ເຂດ ບໍລິສັດ ໂຄລາວ ພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ວາງທໍ່ໃໝ່ຄາດວ່າຈະສາມາດແກ້ໄຂບັນຫານ້ຳຖ້ວມເຂດດັ່ງກ່າວໄດ້, ແຕ່ຈຸດໄຟແດງທາດຫຼວງ ຍັງຈະໄດ້ແກ້ໄຂໃນຕໍ່ໜ້າ ( ລໍຖ້າງົບປະມານ ) ເຊິ່ງສາເຫດທີ່ນ້ຳຖ້ວມແມ່ນຍ້ອນນ້ຳໄຫຼບໍ່ທັນເວລາຝົນຕົກແຮງ ( ລະບົບທໍ່ລະບາຍນ້ຳນ້ອຍ ) ຍ້ອນການພັດທະນາຫຼາຍພື້ນທີ່ອ້ອມຂ້າງໄດ້ມີການເທເບຕົງ, ເຮັດໃຫ້ການໄຫຼຊຶມລົງດິນຂອງນ້ຳບໍ່ໄດ້ ຈຶ່ງເຮັດໃຫ້ນ້ຳໄຫຼໄວແລ້ວໄປອັ່ງຢູ່ຈຸດເຕົ້າໂຮມທີ່ເປັນບ່ອນຕ່ຳ 2 – 3 ຊົ່ວໂມງ ຈຶ່ງບົກແຫ້ງລົງ.

ສຳລັບການແກ້ໄຂໄລຍະສັ້ນ ທ່ານ ບຸຜາ ໂພນສີມາ ກ່າວວ່າ: ສຳລັບວຽກອະນາໄມຮ່ອງລະບາຍນ້ຳແຕ່ລະປີຍັງບໍ່ທົ່ວເຖິງເພາະງົບປະມານມີຈຳກັດ ຈຶ່ງໄດ້ແກ້ໄຂບາງຈຸດທີ່ຫຼໍ່ແຫຼມ, ຫຼາຍຮ່ອງຍັງບໍ່ໄດ້ອະນາໄມ ແລະ ພື້ນທີ່ບຶງທາດຫຼວງກັບປາກທໍ່ຫ່າງກັນພຽງແຕ່ 1 ແມັດ ເຮັດໃຫ້ນ້ຳໄຫຼຈາກຕົວເມືອງລົງຄອງບຶງທາດຫຼວງຊ້າ, ການລວງຄອງລະບາຍນ້ຳບຶງທາດຫຼວງ, ບາງຈຸດມີຄູກັນສາຍນ້ຳເຊິ່ງຕ້ອງລົງແກ້ໄຂໃຫ້ສຳເລັດພາຍໃນເດືອນມິຖຸນາ 2019 ໂດຍຈະໃຊ້ແຮງງານຄົນ ແລະ ກົນຈັກ ເນື່ອງຈາກຮ່ອງລະບາຍນ້ຳມີຂີ້ຕົ້ມຫຼາຍໃນໄລຍະຜ່ານມາ ກໍໄດ້ມີພາກສ່ວນທຸລະກິດ, ປະຊາຊົນ ແລະ ອົງການລັດຈຳນວນໜຶ່ງມີສ່ວນຮ່ວມອະນາໄມຮ່ອງລະບາຍນ້ຳ ແລະ ໄດ້ສືບຕໍ່ມີສ່ວນຮ່ວມນຳກັນ ເພື່ອເຮັດໃຫ້ນ້ຳບໍ່ຖ້ວມຂັງຕົວເມືອງວຽງຈັນ ໃນລະດູຝົນ.

ທ່ານ ນາງ ວາດສະໜາ ອິນສີຊຽງໃໝ່ ຮອງຫົວໜ້າຂະແໜງຄຸ້ມຄອງຮ່ອງລະບາຍນ້ຳ ໃຫ້ສຳພາດກ່ອນໜ້ານີ້ວ່າ: ບັນຫານ້ຳຖ້ວມອັ່ງຖະໜົນເວລາຝົນຕົກໜັກໃນເຂດ ນວ ປັດຈຸບັນມີຈຸດສຸມເຝົ້າລະວັງຕະຫຼອດເວລາ ແລະ ແກ້ໄຂໃຫ້ທັນສະພາບການ ໂດຍສະເພາະແມ່ນບັນດາຮ່ອງແຄມທາງ ມີ 5 ຖະໜົນ ຄື: 1). ຖະໜົນຫຼວງພະບາງ ແຕ່ໄຟແດງສີໄຄ ຫາ ໜ້າໂຮງໝໍເມືອງສີໂຄດຕະບອງ; 2). ຖະໜົນສຸພານຸວົງ ( ແຕ່ຕະຫຼາດຊັ່ງຈຽງ ຫາ ວັດໄຕນ້ອຍ ); 3). ຖະໜົນກໍາແພງເມືອງ ( ຈຸດໄຟແດງທາດຫຼວງ ແລະ ຈຸດໄຟແດງໂພນປ່າເປົ້າ ); 4). ຖະໜົນມິດຕະພາບ ລາວ – ໄທ ( ຈຸດຄ້ອຍຂ້າງໂຮງຮຽນການຊ່າງ ລາວ – ເຢຍລະມັນ ) ແລະ 5). ຖະໜົນດົງປ່າລານ – ຂຸນບູລົມ   ( ໄຟແດງກຳມະບານເກົ່າ ).

ທ່ານ ທະວີໄຊ ໄຊປະເສີດ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໄຊເສດຖາ ກ່າວວ່າ: ສຳລັບເມືອງໄຊເສດຖາ ແມ່ນກຳລັງລົງເກັບກຳຂໍ້ມູນພາກສະໜາມ ນັບແຕ່ເຂດໜ້າປ້ຳນ້ຳມັນເຊື້ອໄຟລາວ ຫາ ໜ້າທະນາຄານພັດທະນາລາວເພື່ອເຮັດຮ່ອງເປີດ ເຊິ່ງຈະເຮັດໃຫ້ນ້ຳໄຫຼລົງທໍ່ໄດ້ຢ່າງສະດວກກວ່າເກົ່າ ໂດຍສະເພາະໃນຍາມຝົນຕົກແຮງຕິດຕໍ່ກັນຫຼາຍຊົ່ວໂມງທີ່ພາໃຫ້ນ້ຳຖ້ວມອັ່ງຕາມເສັ້ນທາງ ແລະ ສຳລັບແຕ່ໄຟແດງທາດຫຼວງ ຫາ ໄຟແດງໂພນທັນ ແມ່ນໄດ້ມີການຫາລືກັບທາງຫ້ອງວ່າການເມືອງ ເພື່ອໃຫ້ທິດຊີ້ນຳແຕ່ລະບ້ານໃຫ້  ຄວາມຮ່ວມມືບົວລະບັດຮັກສາຄວາມສະອາດທໍ່ແຕ່ລະເຮືອນທີ່ຢູ່ແຄມທາງໃຫ້ເປັນເຈົ້າການນຳກັນເປັນຕົ້ນ, ຂີ້ເຫຍື້ອ, ຖົງຢາງທີ່ໄປຕັນຮູນ້ຳໄຫຼ.