ມືໃໝ່ຫັດຖ່າຍຮູບ ເລີ່ມຈາກ 3 ຂັ້ນຕອນງ່າຍໆນີ້

112

ມີຫຼາຍຄົນມັກຮັກໃນການຖ່າຍຮູບ ເພາະການຖ່າຍຮູບເປັນການທີ່ເຮົາໄດ້ເຫັນໄດ້ບັນທຶກສິ່ງປະທັບໃຈທຸກຢ່າງໄວ້ໃນກ້ອງ, ການຖ່າຍຮູບເປັນການທຶກເລື່ອງລາວຕ່າງໆຂອງເຮົາ ແລະ ຄົນອ້ອມຂ້າງ ໃນປັດຈຸບັນວົງການ ການຖ່າຍພາບບ້ານເຮົາກໍນັບມື້ມີການພັດທະນາກວ້າງຂວາງຫຼາຍຂຶ້ນເລື້ອຍໆ ແຕ່ກໍ່ບໍ່ເທົ່າເຮົາເອງຖ່າຍເປັນດອກຢາກເກັບພາບຢູ່ໃສກໍ່ໄດ້ ມື້ນີ້ແອັດເລີຍນໍາເອົາ 3 ຄໍາແນະນໍາທີ່ຈະຊ່ວຍໃຫ້ມືໃໝ່ຫັດຖ່າຍຮູບລອງປະຕິບັດເບິ່ງດັ່ງນີ້:

1 ຕັ້ງຂໍ້ສົງໄສແລ້ວຫາຄໍາຕອບ: ຮຽນຮູ້ການໃຊ້ກ້ອງ ແລ້ວເລີ່ມຄິດກ່ອນວ່າຢາກໄດ້ຫຍັງຈາກຮູບຖ່າຍ ຢາກໄດ້ພາບແບບໃດ ແລ້ວກໍເລີ່ມຊອກຫາຂໍ້ມູນ ຮູບພາບໃນອິນເຕີເນັດ ຈາກ Google, youtube ມືໃໝ່ຕ້ອງຝຶກຄົ້ນຫາຄໍາຕອບດ້ວຍຕົວເອງ ແລ້ວເຝິກເປັນຕົ້ນແມ່ນລູກຫຼິ້ນຕ່າງໆ.

 

2 ເບິ່ງພາບໃຫ້ຫຼາຍໆ ແລ້ວຮຽນແບບຖ່າຍໃຫ້ຄືກ່ອນ: ເວລາທີ່ເຮົາເຫັນພາບງາມໆຂອງຄົນອື່ນໆ ເຮົາກໍຈະມັກອຶງ ແລ້ວຄິດວ່າເຂົາຖ່າຍໄດ້ແນວໃດ ຖ່າຍແບບໃດ ແບບນັ້ນແຫຼະ ແລ້ວເຮົາກໍລອງໄປຊອກມຸມຖ່າຍແບບດຽວກັບສິ່ງທີ່ເຮົາໄດ້ເຫັນຈາກຄົນອື່ນມາ ເຝິກໄປເລື້ອຍໆຈົນກວ່າເຮົາຈະເຫັນວ່າ ໂອ້ ພາບທີ່ເຮົາຖ່າຍມັນງາມແລ້ວ ໄດ້ມຸມຄັກແລ້ວ.

3 ຫາແນວມັກ ຫຼື ການຖ່າຍແບບເຮົາຖະນັດ: ຫຼັ້ງຈາກທີ່ເຝິກຝີມືການຖ່າຍພາບແລ້ວ ແລ້ວກໍເລືອກວ່າໂຕເອງມັກຖ່າຍແບບໃດທີ່ສຸດແລ້ວກໍເຝິກໃຫ້ເກັ່ງໃນການຖ່າຍສິ່ງນັ້ນເຊັ່ນ: ຖ່າຍວິວທໍາມະຊາດ, ຄົນ, ຖ່າຍແບບງານສິນ …

ລອງເອົາໄປເປັນພື້ນຖານໃນການລອງຖ່າຍ ສໍາລັບມືໃໝ່ຫັດຖ່າຍເດີ້ ສ່ວນຫຼັກການ ເຕັກນິກອື່ນໆ ແອັດມິ້ນຈະນໍາມາບອກໃນຕອນຕໍ່ໆໄປເດີ້.