ບຸກຈັບກຸ່ມແກ້ງຄ້າຢາໄດ້ ພ້ອມຂອງກາງຢາບ້າ 4 ພັນເມັດ

62

ເຈົ້າໜ້າທີ່ຕຳຫຼວດໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ, ກອງບັນຊາການ ປກສ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຮັບລາຍງານຈາກຜົນລະເມືອງດີວ່າຈະມີການຊື້-ຂາຍຢາເສບຕິດ. ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ລົງແກ້ໄຂບັນຫາປະກົດການຫຍໍ້ທໍ້ ໂດຍສະເພາະຜູ້ທີ່ມີການເຄື່ອນໄຫວຊື້ຂາຍຢາເສບຕິດປະເພດຢາບ້າຢູ່ຂອບເຂດ ເມືອງ ທຸລະຄົມ ແຂວງວຽງຈັນ ສາມາດຈັບຕົວເປົ້າໝາຍ ໄດ້ 5 ຄົນ ພ້ອມຂອງກາງຢາບ້າຈຳນວນ 4 ພັນເມັດ ມາສືບສວນ-ສອບສວນ.

 

ຜ່ານການສືບສວນ – ສອບສວນ ພວກກ່ຽວໄດ້ຮັບສາລະພາບວ່າ ທ້າວ ຂັນໄຊ ອາຍຸ 32 ປີ ອາຊີບ ກໍາມະກອນ ຢູ່ບ້ານເກີນກາງ ເມືອງທຸລະຄົມ ພ້ອມຂອງກາງຢາບ້າ 1.175 ເມັດ ຢາບ້າຈຳນວນດັ່ງກ່າວແມ່ນຂອງຜູ້ກ່ຽວແທ້ໄດ້ຊື້ນຳຄົນບໍ່ຊາບຊື່ ໄດ້ຊື້ເປັນຈຳນວນ 2 ມັດ ເທົ່າກັບ 4.000 ເມັດ ໃນລາຄາ 8 ລ້ານກີບ ແລ້ວໄດ້ແບ່ງໃຫ້ຜູ້ຮ່ວມຂະບວນການໄປຂາຍ ສ່ວນເງິນແມ່ນຕິດໜີ້ກ່ອນຂາຍໜົດແລ້ວຈຶ່ງຈ່າຍຕາມຫຼັງ.

 

ທ້າວ ນ້ອຍ ອາຍຸ 59 ປີ ອາຊີບກຳມະກອນ ຢູ່ບ້ານດົງ ພ້ອມຂອງກາງຢາເສບຕິດປະເພດຢາບ້າ ຈຳນວນ 1.653 ເມັດ ແມ່ນເປັນຂອງຕົນເອງແທ້ ເຊິ່ງໄດ້ຊື້ກັບຜູ່ຮ່ວມຂະບວນການນຳກັນ ຊື້ຈຳນວນ 9 ຖົງ ເທົ່າກັບ 1.800 ເມັດ ໃນລາຄາ 6.750.000 ກີບ ເພື່ອເອົາໄປຂາຍໃຫ້ກັບຜູ້ເສບຢາເສບຕິດ ສ່ວນເງິນຫຼັງຈາກຂາຍໝົດແລ້ວຈຶ່ງຈ່າຍພາຍຫຼັງ; ສ່ວນທ້າວ ຕຸ້ຍ ອາຍຸ 32 ປີ ອາຊີບເຮັດນາ ຢູ່ບ້ານດົງ ກໍ່ໄດ້ຮັບສາລະພາບວ່າຕົນເອງແມ່ນເຄື່ອນໄຫວຊື້-ຂາຍຢາເສບຕິດແທ້ ໃນຄະນະທີ່ຜູ້ກ່ຽວກຳລັງຈະໄປຊື້ກັບຜູ້ຮ່ວມຂະບວນການຈຶ່ງຖືກເຈົ້າໜ້າທີ່ກັກຕົວ ທັງ 3 ຄົນ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 7 ເມສາ 2019 ຜ່ານມາ.

 

 

ສ່ວນ ທ້າວ ຈອມແກ້ວ ອາຍຸ 37 ປີ ອາຊີບກຳມະກອນ ຢຸ່ບ້ານເວີນສານ ເມືອງ ວຽງຄຳ ແຂວງວຽງຈັນ ພ້ອມຂອງກາງຢາບ້າ 201 ເມັດ ຢາເສບຕິດຈຳນວນດັ່ງກ່າວແມ່ນຂອງຜູ້ກ່ຽວແທ້ ເຊິ່ງໄດ້ຊື້ນຳຜູ້ຮ່ວມຂະບວນການເພື່ອຈະເອົາໄປຂາຍຕໍ່ ຊື້ຈຳນວນ 1 ຖົງ ເທົ່າກັບ 200 ເມັດ ໃນລາຄາ 8 ແສນກີບ ແລະ  ທ້າວ ບົວວັນ ອາຍຸ 35 ປີ ອາຊີບ ຊາວນາ ຢູ່ບ້ານ ໂພນໜີເໜືອ ພ້ອມຂອງກາງຢາບ້າ 1.011 ເມັດ ຢາເສບຕິດດັ່ງກ່າວແມ່ນເປັນຂອງຕົນເອງແທ້ຊື້ນຳຄົນບໍ່ຊາບຊື່ ຊື້ຈຳນວນ 5 ຖົງ ເທົ່າກັບ 1.000 ເມັດ ໃນລາຄາຖົງລະ 800.000 ກີບ ແລ້ວເອົາໄປຂາຍໃຫ້ກັບຜູ້ຮ່ວມຂະບວນການນຳກັນ ທັງ 2 ຄົນ ແມ່ນຢູ່ເມືອງວຽງຄຳ ແຂວງວຽງຈັນ, ຖືກກັກຕົວຄັ້ງວັນທີ 9 ເມສາ 2019 .

 

ในภาพอาจจะมี 1 คน

 

ເຈົ້າໜ້າທີ່ຕຳຫຼວດໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງທຸລະຄົມ ແຂວງວຽງຈັນ ກ່າວຕື່ມວ່າ: ການກະທຳຂອງພວກກ່ຽວທັງ 5 ຄົນ ແມ່ນມີເຈດຕະນາຮ່ວມກັນຄ້າ-ຂາຍຢາເສບຕິດປະເພດຢາບ້າຢ່າງແທ້ຈິງ ເຊິ່ງການກະທຳຂອງພວກກ່ຽວແມ່ນໄດ້ສ້າງຄວາມບໍ່ສະຫງົບ ແລະ ສ້າງຄວາມບໍ່ເປັນລະບຽບໃຫ້ແກ່ສັງຄົມ ເປັນການກົດໜ່ວງຖວ່ງດຶງການສ້າງສາພັດທະນາປະເທດຊາດ ແລະ ຜິດຕໍ່ກົດໝາຍອາຍາໃນມາດຕາ 146 ຂອງ ສປປ ລາວ. ປັດຈຸບັນເຈົ້າໜ້າທີ່ຍັງສືບຕໍ່ດຳເນີນການສືບສວນ – ສອບສວນພວກກ່ຽວ ເພື່ອຂະຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍ.

 

 

ในภาพอาจจะมี 1 คน, กำลังยืน

 

ในภาพอาจจะมี 1 คน

ຂໍ້ມູນ: ປກສ ແຂວງວຽງຈັນ