ປະດັບຫຼຽນໄຊແຮງງານໃຫ້ພະນັກງານການນຳກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

44

ໃນທ້າຍອາທິດຜ່ານມາ ລັດຖະບານໄດ້ປະດັບຫຼຽນໄຊແຮງງານໃຫ້ພະນັກງານການນຳຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງໄດ້ຮັບກຽດການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ເຊິ່ງພິທີດັ່ງກ່າວຈັດຂຶ້ນທີ່ຫ້ອງປະຊຸມສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ.

ໂອກາດນີ້, ທ່ານ ບຸນປອນ ບົວແພງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານ ຊັ້ນ II ແລະ ຊັ້ນ III ສະບັບເລກທີ 155/ປປທ ລົງວັນທີ 11 ກຸມພາ 2019; ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນກາແຮງງານ ສະບັບເລກທີ 340/ນ.ຍ ລົງວັນທີ 02 ພະຈິກ 2018.

ສໍາລັບຫຼຽນໄຊແຮງງານ ຊັ້ນ II ມີຈໍານວນ 3 ທ່ານ ຄື: ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກວຕ; ທ່ານ ຫຸມພັນ ອິນທະຣາດ ຮອງລັດຖະມົນຕີ ກວຕ; ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີ ດິຈິຕອລ.

ສ່ວນຫຼຽນໄຊແຮງງານ ຊັ້ນ III ມີຈຳນວນ 5 ທ່ານ ຄື: ທ່ານ ບຸນຕີ ທະມິດ ຮອງລັດຖະມົນຕີ ກວຕ; ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກວຕ; ທ່ານ ຈັນແສງ ພິມມະວົງ ຮອງລັດຖະມົນຕີ ກວຕ; ທ່ານ ສຸລິຍາ ແສງດາລາວົງ ຮອງຫົວໜ້າກົມເຕັກໂນໂລຊີ ດິຈິຕອລ ແລະ ທ່ານ ອາລິວັນ ສີທາລາ ປະທານ ບໍລິສັດ ເອເອັມແຊັດກຣຸບ ຈຳກັດ.

ຄຽງຄູ່ກັນນັ້ນ, ຜູ້ທີ່ໄດ້ຮັບຫຼຽນກາແຮງງານ ມີຈຳນວນ 4 ທ່ານ ຄື: ທ່ານ ພຸດທະສັກ ວິຈິດຕຣາ ຫົວໜ້າຫ້ອງການ; ທ່ານ ຄຳເພັດ ວົງດາລາ ຫົວໜ້າກົມແຜນການ – ຮ່ວມມື; ທ່ານ ນາງ ສິຣິລັກ ໄຊຍະບຸນຊູ ຮອງຫົວໜ້າກົມເຕັກໂນໂລຊີ ດິຈິຕອລ ແລະ ທ່ານ ມີໂນ້ ສີວິໄລ ຫົວໜ້າພະແນກນະໂຍບາຍ ແລະ ຍຸດທະສາດ ກົມເຕັກໂນໂລຊີ ດິຈິຕອລ.

ຈາກນັ້ນ, ທ່ານ ບຸນທອງ ຈິດມະນີ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ພະນັກງານການນຳຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທີ່ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໂຄງການສ້າງສູນຂໍ້ມູນທີ່ນຳໃຊ້ພະລັງງານຢ່າງມີປະສິດທິພາບຂອງ ສປປ ລາວ ( LEED )ໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ປີ 2016 ມາເຖິງປັດຈຸບັນໄດ້ສຳເລັດເປັນຢ່າງດີ ເປັນການປະກອບສ່ວນອັນສຳຄັນໃນການພັດທະນາປະເທດຊາດ. ນອກນັ້ນ, ທ່ານຮອງນາຍົກ ພ້ອມດ້ວຍຄະນະນໍາກະຊວງກໍໄດ້ລົງຢ້ຽມຊົມສູນຂໍ້ມູນທີ່ນຳໃຊ້ພະລັງງານຢ່າງມີປະສິດທິພາບຂອງ ສປປ ລາວ ( LEED ) ແລະ ຢ້ຽມຊົມບັນດາຫ້ອງທົດລອງ, ຫ້ອງກວດສອບກ່ຽວກັບວຽກງານມາດຕະຖານ ແລະ ວັດແທກ ນຳອີກ.

[ ຂ່າວ: ສົມສະຫວິນ, ຮູບ: ແສງທອງ ]