ທ່ານອາຄົມ ເຕິມພິທະຍາໄພສິດ ລັດຖະມົນຕີກະຊວງຄົມມະນາຄົມ ແລະ ທ່ານບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ການຂົນສົ່ງຂອງລາວ ໄດ້ຮ່ວມຫາລືຄວາມຄືບໜ້າຂອງໂຄງການເຊື່ອມໂຍງເສັ້ນທາງຄົມມະນາຄົມລາວ – ໄທ ເມື່ອວັນຈັນ ທີ 20 ພຶດສະພາ ຜ່ານມາ.
ຖະແຫຼງການຈາກກະຊວງຄົມມະນາຄົມ ຫຼັງການຫາລືກັນທີ່ແຂວງໜອງຄາຍ ລະບຸວ່າ ກະຊວງຄົມມະນາຄົມຍື່ນຄໍາຮ້ອງຕໍ່ລັດຖະບານໃຫ້ບັນຈຸການສຶກສາຄວາມເປັນໄປໄດ້ຂອງການກໍ່ສ້າງທາງລົດໄຟອຸບົນຣາຊະທານີ – ປາກເຊ ຄວາມຍາວ 80 ກິໂລແມັດ ໃນງົບປະມານປະຈໍາປີ 2020.
ທັງນີ້, ໄທ ແລະ ລາວ ເຊື່ອມໂຍງເຖິງກັນແລ້ວດ້ວຍທາງລົດໄຟລະຫວ່າງ ໜອງຄາຍ ກັບ ທ່ານາແລ້ງໃນເຂດຊານເມືອງນະຄອນຫຼວງວຽງຈັນ ເຊິ່ງມີຂະໜາດລາງກວ້າງໜຶ່ງແມັດ.
ຖະແຫຼງການເສີມອີກວ່າ ລັດຖະມົນຕີທັງສອງຝ່າຍຫາລືກັນກ່ຽວກັບການດໍາເນີນວຽກງານຂອງພາກສ່ວນຕໍ່ຂະຫຍາຍທາງລົດໄຟລາວ – ໄທ ຈາກທ່ານາແລ້ງໄປຫາໃຈກາງນະຄອນຫຼວງວຽງຈັນ ເຊິ່ງຂະນະນີ້ ຢູ່ໃນຂັ້ນຕອນການຄັດເລືອກຜູ້ຮັບເໝົາກໍ່ສ້າງ.
ນອກຈາກນັ້ນ ບົດສະຫຼຸບຂອງການຫາລືຍັງກ່າວເຖິງການກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງໃໝ່ ເຊິ່ງເປັນສ່ວນໜຶ່ງຂອງຄວາມຮ່ວມມືດ້ານທາງລົດໄຟໄທ – ຈີນ – ລາວ ເພື່ອເຊື່ອມທາງລົດໄຟໄທ – ຈີນ ເຂົ້າສູ່ທາງລົດໄຟລາວ – ຈີນ.
ໂດຍຖະແຫຼງການລະບຸວ່າ ໂຄງການຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊື່ອມຈາກແຂວງບຶງການ ກັບ ແຂວງບໍລິຄຳໄຊ ຈະຖືກຍື່ນຂໍອະນຸມັດຈາກຄະນະລັດຖະມົນຕີໄທ ໃນອາທິດໜ້າ ສ່ວນໂຄງການຂົວມິດຕະພາບລາວ-ໄທ ແຫ່ງທີ 6 ເຊື່ອມແຂວງສາລະວັນ ກັບ ແຂວງອຸບົນຣາຊະທານີ ທາງພາກໃຕ້ຂອງລາວຈະຖືກສະເໜີໃນລໍາດັບຖັດໄປ.
ຂະນະດຽວກັນ ຂົວມິດຕະພາບລາວ – ໄທ ແຫ່ງທີ 3 ເຊື່ອມຈາກແຂວງຄຳມ່ວນ ກັບ ແຂວງນະຄອນພະນົມ ແລະ ຂົວມິດຕະພາບລາວ – ໄທ ແຫ່ງທີ 4 ເຊື່ອມລະຫວ່າງ ເມືອງຫ້ວຍຊາຍ ກັບ ເມືອງຊຽງຂອງ ແຂວງຊຽງລາຍ ຈະໄດ້ຮັບການປັງປຸງ ໃນໄວໆ ນີ້.