ເຊກອງ! ຮຽກຮ້ອງປະຊາຊົນຕື່ນຕົວເສຍຄ່າທຳນຽມທາງ ແລະ ທີ່ດິນ

108

ສ່ວຍສາອາກອນປະຈໍາແຂວງເຊກອງ ໄດ້ອອກແຈ້ງການສະບັບເລກທີ 435/ສອກ. ຊກ ລົງວັນທີ 20 ພຶດສະພາ 2019 ເຖິງບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ທີ່ເປັນເຈົ້າຂອງ ຫຼື ນໍາໃຊ້ພາຫະນະທຸກປະເພດ ແລະ ຜູ້ທີ່ຄອບຄອງສິດນໍາໃຊ້ທີ່ດິນໃນທົ່ວແຂວງ ຊາບກ່ຽວກັບການເສຍຄ່າທໍານຽມທາງ ແລະພາສີທີ່ດິນ ປີ 2019 ຜ່ານລະບົບທະນາຄານ

 

 

ເຊິ່ງແຈ້ງການລະບຸວ່າ: ສ່ວຍສາອາກອນປະຈໍາແຂວງເຊກອງ ຮ່ວມກັບທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງເຊກອງ ຂໍແຈ້ງມາຍັງທ່ານຊາບວ່າ: ປະຈຸບັນທະນາຄານການຄ້າ ໄດ້ເປີດຮັບຊໍາລະຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານ ໂດຍທ່ານສາມາດເລືອກຊ່ອງທາງການຊໍາລະດ້ວຍ 5 ທາງເລືອກຄື: ຊໍາລະຜ່ານລະບົບເຄົາເຕີຂອງທະນາຄານ (Counter); ຊໍາລະຜ່ານທາງອອນລາຍ, (Mobile Appication BCEL one, BCEL I-Bank); ຊໍາລະຜ່ານຕູ້ເອທີເອັມ (ATM); ຊໍາລະຜ່ານສະຖານທີ່ໃຫ້ບໍລິການທີ່ໄດ້ຮັບອະນຸຍາດ (BCOME) ແລະ ຊໍາລະຜ່ານທະນາຄານຕົວແທນ (ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກໍາ).

 

 

ນອກນີ້ ທະນາຄານການຄ້າຕ່າງປະເທດ ຍັງມີປ່ອງບໍລິການ ແລະ ຕົວແທນຮັບຊໍາລະ ເພື່ອອໍານວຍຄວາມສະດວກໃຫ້ບັນດາທ່ານຕື່ມອີກເຊັ່ນ: ໜ່ວຍບໍລິການທະນາຄານການຄ້າ ຕັ້ງຢູ່ບ້ານ ຫ້ວຍຊາຍ ເມືອງ ທ່າແຕງ ແຂວງ ເຊກອງ; ໜ່ວຍບໍລິການທະນາຄານການຄ້າຕັ້ງ ຢູ່ບ້ານ ໂນນສະຫວັນ ເມືອງ ດາກຈຶງ ແຂວງເຊກອງ; ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກແຂວງເຊກອງ ຕັ້ງຢູ່ບ້ານເພຍໃໝ່ ເມືອງລະມາມ ແຂວງເຊກອງ; ຮ້ານແລກປ່ຽນເງິນຕາ ນາງ ດາລາວັນ ມະນີຈັນ ບ້ານ ວັດຫຼວງ ເມືອງ ລະມາມ ແຂວງ ເຊກອງ; ທ່ານ ບຸນຖອງ ເຕັມຮຽງສີ ເມືອງ ທ່າແຕງ ແຂວງ ເຊກອງ; ຮ້ານຂາຍເຄື່ອງໄຟຟ້າທ່ານ ຍອດສະໃໝ ໂລຫະຊາດ ບ້ານ ທ່າແຕງເໜືອ ເມືອງ ທ່າແຕງ ແຂວງເຊກອງ; ທ່ານ ລົດສະໄຫວ ວັນນາຈັກ ບ້ານ ຫ້ວຍຊາຍ ເມືອງ ທ່າແຕງ ແຂວງເຊກອງ ແລະ ທ່ານ ບຸດດີ ໄຊຍະວົງສາ ບ້ານ ວັດຫຼວງ ເມືອງລະມາມ ແຂວງເຊກອງ.

 

 

ສຳລັບການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນ ປີ 2019 ມີລະອຽດລຸ່ມນີ້:

ການເສຍຄ່າທໍານຽມທາງປີ 2019: ໄລຍະປົກກະຕິຂອງການເສຍຄ່າທໍານຽມທາງແມ່ນໄລຍະນັບແຕ່ເດືອນມັງກອນ ຮອດ ເດືອນມິຖຸນາຂອງທຸກໆປີ ເຊິ່ງເປັນໄລຍະເວລາບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ຜູ້ທີ່ເປັນເຈົ້າຂອງ ຫຼື ນໍາໃຊ້ພາຫະນະທີ່ມີພັນທະເສຍຄ່າທໍານຽມທາງທຸກໆປີ, ຖ້າບໍ່ເສຍຄ່າທໍານຽມທາງຕາມກໍານົດເວລາທີ່ໄດ້ກໍານົດໄວ້ ຈະຖືກປັບໃໝຕາມແຕ່ລະກໍລະນີທີ່ໄດ້ກໍານົດໄວ້ໃນ VI ຂໍ້ 2 ຂອງຄໍາແນະນໍາ ສະບັບເລກທີ 3455/ກງ ລົງວັນທີ 10 ຕຸລາ 2017.

 

 

ກໍລະນີຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຜູ້ທີ່ເປັນເຈົ້າຂອງ ຫຼື ນໍາໃຊ້ພາຫະນະຫາກຍັງບໍ່ເສຍຄ່າທໍານຽມທາງໃນປີຜ່ານມາ ນອກຈາກເສຍຄ່າທໍານຽມທາງຕາມອັດຕາທີ່ໄດ້ກໍານົດໄວ້ໃນລັດຖະບັນຍັດ ວ່າດ້ວຍຄ່າທໍານຽມທາງຄືນແລ້ວ ຍັງຈະໄດ້ຖືກປະຕິບັດມາດຕະການປັບໃໝດັ່ງນີ້: ຖືກປັບໃໝ 60% ຂອງມູນຄ່າເສຍຄ່າທໍານຽມທາງຕໍ່ປີ ກໍລະນີຍັງບໍ່ທັນເສຍຄ່າທໍານຽມທາງແຕ່ປີ 2017; ຖືກປັບໃໝ 40% ຂອງມູນຄ່າເສຍຄ່າທໍານຽມທາງຕໍ່ປີ ກໍລະນີຍັງບໍ່ທັນເສຍຄ່າທໍານຽມທາງແຕ່ປີ 2018; ກໍລະນີກາຍວັນທີ 30 ມິຖຸນາ 2019 ຖ້າຍັງບໍ່ທັນເສຍຄ່າທໍານຽມທາງປີ 2019 ແມ່ນຈະຖືກປັບໃໝ 0,1% ຕໍ່ວັນຂອງມູນຄ່າທໍານຽມທາງ.

 

 

ສ່ວນການຊໍາລະພາສີທີ່ດິນປີ 2019: ແມ່ນການຊໍາລະພາສີທີ່ດິນແມ່ນໃຫ້ປະຕິບັດດ້ວຍສອງວິທີຄື: ຊໍາລະຜ່ານຫ້ອງການບ້ານ ຫຼື ຫ້ອງການສ່ວຍສາອາກອນປະຈໍາເມືອງບ່ອນທີ່ດິນຕັ້ງຢູ່ (ແບບເກົ່າທີ່ເຄີຍປະຕິບັດມາ) ແລະ ຊໍາລະຜ່ານລະບົບທະນາຄານ ຕາມແຈ້ງການສະບັບເລກທີ 0014/ກງ ລົງວັນທີ 2 ມັງກອນ 2019.

ສໍາລັບບ້ານທີ່ບໍ່ມີເງື່ອນໄຂໃນການຊໍາລະຜ່ານລະບົບທະນາຄານ (ບ້ານທີ່ຢູ່ຫ່າງໄກສອກຫຼີ ແລະບໍ່ມີສາຂາ ຫຼື ຕົວແທນຂອງທະນາຄານ) ແມ່ນໃຫ້ຊໍາລະພາສີທີ່ດິນຜ່ານຫ້ອງການບ້ານ ທີ່ເຄີຍປະຕິບັດມາມອບເງິນເຂົ້າງົບປະມານທັງໝົດ ໂດຍຄັງເງິນແຫ່ງຊາດປະຈໍາເມືອງ.

 

 

ການຊໍາລະພາສີທີ່ດິນຜ່ານຫ້ອງການບ້ານດ້ວຍເງິນສົດ ແມ່ນໃຫ້ນາຍບ້ານສັງລວມຂໍ້ມູນຂອງຕອນດິນເຂົ້າໃສ່ຕາຕະລາງທີ່ໄດ້ກໍານົດໃຫ້ ແລະຈໍານວນເງິນເກັບພາສີທີ່ດິນ ສົ່ງໃຫ້ຫ້ອງການສ່ວຍສາອາກອນປະຈໍາເມືອງ ເພື່ອສັງລວມລາຍຮັບເປັນຂໍ້ມູນສົມທຽບລາຍຮັບ ເພື່ອສັງລວມຂໍ້ມູນຕອນດິນໃຫ້ບັນດາສາຂາທະນາຄານການຄ້າຕ່າງປະເທດລາວມະຫາຊົນບັນທຶກເຂົ້າໃນຖານຂໍ້ມູນ ການເກັບລາຍຮັບພາສີທີ່ດິນຢ່າງຄົບຖ້ວນ.

ສໍາລັບຜູ້ມີຄວາມພ້ອມ ຫຼື ສະດວກໃນການຊໍາລະຜ່ານຊ່ອງທາງຕ່າງໆ (ຜ່ານປ່ອງບໍລິການຂອງທະນາຄານ, ຜ່ານມືຖື, ຜ່ານຕູ້ເອທີເອັມ, ຜ່ານຕູ້ຄິອອດ ແລະຜ່ານບັນດາສາຂາ, ໜ່ວຍບໍລິການຕ່າງໆໃຫ້ດໍາເນີນການຊໍາລະຜ່ານລະບົບທະນາຄານໄດ້ເລີຍ

 

 

ດັ່ງນັ້ນ, ຈິ່ງແຈ້ງມາເພື່ອຊາບ ແລະ ເຊີນຊວນອົງການຈັດຕັ້ງທຸກພາກສ່ວນ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ໃຫ້ພ້ອມກັນປະກອບສ່ວນມອບພັນທະເຂົ້າງົບປະມານແຫ່ງລັດ ດ້ວຍການແຈ້ງເສຍຄ່າທໍານຽມທາງ ແລະ ພາສີທີ່ດິນ, ຮັບປະກັນໃຫ້ໄດ້ໝາກຜົນ ແລະ ປະສິດທິພາບສູງ, ໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້.