ໄຊຍະບູລີ ສົ່ງອອກຜະລິດຕະພັນກະສິກຳ – ສັດລ້ຽງ ມູນຄ່າ 30 ກວ່າລ້ານໂດລາ

87

ຜະລິດຕະພັນກະສິກຳ ແລະ ສັດລ້ຽງ ຍັງເປັນທ່າແຮງຫຼັກໃນການສ້າງລາຍຮັບເຂົ້າແຂວງໄຊຍະບູລີ ໂດຍປີຜ່ານມາມູນຄ່າການສົ່ງອອກປະມານ 30 ກວ່າລ້ານໂດລາ ໂດຍທົ່ວແຂວງມີເນື້ອທີ່ການຜະລິດ 1 ແສນກວ່າເຮັກຕາ ຜົນຜະລິດໄດ້ 1 ລ້ານກວ່າໂຕນ.

ທ່ານ ຄຳຫຼ້າ ຜິວວັນນາ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ກ່າວຕໍ່ນັກຂ່າວແຂວງໄຊຍະບູລີ ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 1 ປີຜ່ານມາ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຊຸກຍູ້ສົ່ງເສີມປະຕິບັດແຜນພັດທະນາວຽກງານກະສິກຳ ແລະ ປ່າໄມ້ ຕາມຍຸດທະສາດ 3 ເສົາຄ້ຳ 4 ແຜນງານ ແລະ ແຜນດຳເນີນງານຕິດພັນກັບການຈັດຕັ້ງປະຕິບັດ 13 ນະໂຍບາຍ ສະໜັບສະໜູນໂຄງການຄ້ຳປະກັນສະບຽງອາຫານ ແລະ 8 ນະໂຍບາຍສະໜັບສະໜູນໂຄງການລ້ຽງສັດເປັນສິນຄ້າ, ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເຫັນວ່າການປູກພືດເປັນສິນຄ້າ ແລະ ລ້ຽງສັດເປັນສິນຄ້າໃນທົ່ວແຂວງຍັງມີການຂະຫຍາຍຕົວ ແລະ ແຜ່ຂະຫຍາຍຂຶ້ນຕາມລຳດັບ ເຊັ່ນ: ເນື້ອທີ່ການຜະລິດກະສິກຳເປັນສິນຄ້າ ເນື້ອທີ່ແຜນການມີ 104.900 ເຮັກຕາ, ຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ 100.568 ເຮັກຕາ ເທົ່າກັບ 95,82% ຂອງແຜນການ, ຜົນຜະລິດໄດ້ 1.343.417 ໂຕນ. ໃນນີ້, ພືດທີ່ເປັນເສດຖະກິດຫຼັກຍັງແມ່ນສາລີແຂງ, ເນື້ອທີ່ 28.750 ເຮັກຕາ, ຜົນຜະລິດໄດ້ 1.030.957 ໂຕນ. ພ້ອມນີ້, ການລ້ຽງສັດເປັນສິນຄ້າກໍມີການຂະຫຍາຍຕົວ, ຈາກການລ້ຽງແບບທຳມະຊາດຫັນໄປສູ່ແບບລ້ຽງເປັນຟາມ. ໃນນີ້, ມີຟາມລ້ຽງງົວ – ຄວາຍ 49 ຟາມ, ມີງົວ – ຄວາຍ 3.031 ໂຕ, ຟາມລ້ຽງໝູມີ 29 ຟາມ, ມີໝູ 12.323 ໂຕ, ຟາມລ້ຽງໄກ່ພັນໄຂ່ມີ 21 ຟາມ ມີໄກ່ 38.450 ໂຕ, ຟາມໄກ່ພັນຊີ້ນມີ 4 ຟາມ ມີໄກ່ 10.900 ໂຕ, ດ້ານການລ້ຽງປາກໍມີການຂະຫຍາຍຕົວເຊັ່ນດຽວກັນ ທົ່ວແຂວງມີໜອງປາທັງໝົດ 10.798 ໜອງ, ມີເນື້ອທີ່ທັງໝົດ 1.065 ເຮັກຕາ, ປ່ອຍປາທັງໝົດ 44 ລ້ານກວ່າໂຕ. ນອກນີ້, ຍັງໄດ້ລ້ຽງປາໃນກະຊັງມີ 100 ກວ່າກະຊັງ ມີປາ 186.500 ໂຕ.

ໃນປີຜ່ານມາແຂວງໄຊຍະບູລີ ສາມາດສົ່ງອອກຜົນຜະລິດກະສິກຳ ແລະ ສັດລ້ຽງໄດ້ຫຼາຍກວ່າ 30 ລ້ານໂດລາ ເປັນຕົ້ນແມ່ນສາລີແຂງ ຈຳນວນ 34.450 ໂຕນ ມູນຄ່າ 2,8 ລ້ານໂດລາ, ມັນຕົ້ນແຫ້ງ 62.026 ໂຕນ ມູນຄ່າ 6,3 ລ້ານໂດລາ, ໝາກເດືອຍ 23.026 ໂຕນ ມູນຄ່າ 1 ລ້ານໂດລາ ແລະ ກ້ວຍຫອມ 50.000 ໂຕນ, ມູນຄ່າ 9,3 ລ້ານໂດລາ; ນອກຈາກສົ່ງຜົນຜະລິດກະສິກຳອອກຕ່າງປະເທດແລ້ວຍັງໄດ້ສົ່ງຂາຍໄປຕ່າງແຂວງ ເຊັ່ນ: ແຂວງຫຼວງພະບາງ, ແຂວງວຽງຈັນ, ແຂວງຫຼວງນ້ຳທາ ແລະ ແຂວງຜົ້ງສາລີ, ຜະລິດຕະພັນສ່ວນໃຫຍ່ແມ່ນສາລີ ຈຳນວນ 4.522 ໂຕນ ມູນຄ່າ 54 ພັນໂດລາ, ເຂົ້າສານ 107 ໂຕນ ມູນຄ່າ 75 ພັນໂດລາ, ເຂົ້າເປືອກ 185 ໂຕນ ມູນຄ່າ 65 ພັນໂດລາ, ດ້ານສົ່ງສັດເປັນສິນຄ້າທັງພາຍໃນ ແລະ ສົ່ງອອກຕ່າງແຂວງໄດ້ທັງໝົດ 14.839 ໂຕ ຄິດເປັນມູນຄ່າ 59.628 ລ້ານກີບ. ໃນນີ້, ຄວາຍ 5.386 ໂຕ ມູນຄ່າ 40.395 ລ້ານກີບ, ງົວ 4.383 ໂຕ ມູນຄ່າ 13.149 ລ້ານກີບ, ໝູ 5.070 ມູນຄ່າ 6.600 ລ້ານກີບ.

( ຂ່າວ – ຮູບ: ບຸນທີ )