ສາລະວັນ ແກ້ໄຂບັນຫາຜົນກວດສອບໄດ້ແລ້ວ 3 ເລື່ອງ

133

ປີ 2016 – 2017 ສາລະວັນ ກວດພົບ 7 ບັນຫາ ປະຕິບັດບໍ່ທັນສອດຄ່ອງກັບລະບຽບກົດໝາຍ ໂດຍສະເພາະແມ່ນກວດສອບເຫັນລາຍຮັບບໍ່ລວມສູນ ແລະ ບັນຫາໂຄງການເຊົ່າສຳປະທານແຕ່ມື້ນັ້ນຮອດມື້ນີ້ສາມາດແກ້ໄຂໄດ້ແລ້ວ 3 ບັນຫາ.

ໃນວັນທີ 20 ພຶດສະພາ 2019  ແຂວງສາລະວັນ ໄດ້ເປີດບັ້ນກວດສອບສະຫຼຸບຂາດຕົວ, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2018 ຢູ່ທີ່ສະໂມສອນແຂວງ ໂດຍການເປັນປະທານຮ່ວມຂອງ ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສາລະວັນ; ທ່ານ ນາງ ວຽງທອງ ສີພັນດອນ ກຳມະການສູນກາງພັກ, ປະທານກວດສອບແຫ່ງລັດ,     ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ບັນດາທ່ານຄະນະກວດສອບແຫ່ງລັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳຈັນ ແຈ່ມສະໝອນ ປະທານອົງການກວດກາລັດແຂວງ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດຜົນການກວດສອບສະຫຼຸບຂາດຕົວ ແລະ ບັນຫາທີ່ກວດພົບໃນປີຜ່ານມາທີ່ຈັດຕັ້ງປະຕິບັດບໍ່ທັນສອດຄ່ອງກັບລະບຽບກົດໝາຍ ເປັນຕົ້ນນັບແຕ່ປີ 2015 – 2017 ຜ່ານການຕິດຕາມ, ກວດກາ – ຊຸກຍູ້, ຮີບຮ້ອນແກ້ໄຂຜົນການກວດສອບບົດສະຫຼຸບຂາດຕົວຂອງອົງການປົກຄອງແຂວງສາລະວັນ. ສະເພາະສົກປີ 2015 – 2016 ທີ່ບໍ່ທັນໄດ້ຮັັບການແກ້ໄຂມີ 1 ບັນຫາ ຄື: ໂຄງການເຊົ່າສຳປະທານ 17 ໂຄງການ ເນື້ອທີ່ອະນຸມັດ 632 ເຮັກຕາ ແລະປັດຈຸບັນສາມາດແກ້ໄຂໄດ້ສ່ວນໃດສ່ວນໜຶ່ງ ເປັນຕົ້ນ: ໄດ້ສ້າງສັນຍາສຳເລັດແລ້ວ 2 ໂຄງການ, ລົບລ້າງ 2 ໂຄງການ, ສະເໜີຂໍລົບລ້າງອີກ 5 ໂຄງການ, ສືບຕໍ່ເຈລະຈາ ແລະ ກະກຽມຮ່າງສັນຍາໃໝ່ 8 ໂຄງການ.

ສຳລັບປີ 2017 ສາມາດກວດພົບ 7 ບັນຫາ ຄື: ກວດສອບເຫັນລາຍຮັບບໍ່ລວມສູນ ຈຳນວນ 0,53 ຕື້ກີບ ( ຄ່າທຳນຽມນໍ້າມັນເຊື້ອໄຟ ແລະ ຄ່າພາສີທີ່ດິນ ), ຄັງເງິນແຫ່ງຊາດປະຈໍາແຂວງມີໜີ້ຕ້ອງຮັບຈາກການຈ່າຍລ່ວງໜ້າຮອດທ້າຍປີ ຈໍານວນ 42,83 ຕື້ກີບ, ທ້າຍປີມີໜີ້ຕ້ອງຮັບ 21.03 ຕື້ກີບ. ໃນນັ້ນ, ມີຂະແໜງຄຸ້ມຄອງຊັບສິນ 0,96 ຕື້ກີບ, ສ່ວຍສາອາກອນ 18,75 ຕື້ກີບ, ພະແນກສາທາລະນະສຸກແຂວງ 0,64 ຕື້ກີບ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ 0,68 ຕື້ກີບ, ກວດສອບເຫັນໜີ້ຕ້ອງສົ່ງຈາກການຈ່າຍນອກແຜນງົບປະມານ ( ບ້ວງບໍລິຫານ ) ຈໍານວນ 0,53 ຕື້ກີບ, ກວດສອບເຫັນການອະນຸມັດການລົງທຶນໃນກິດຈະການສຳປະທານ 6 ໂຄງການ ມູນຄ່າ 96,47 ຕື້ກີບ, ກວດສອບເຫັນ 1 ໂຄງການສຳປະທານນໍາໃຊ້ດິນບໍ່ຖືກຕ້ອງຕາມເປົ້າໝາຍການນໍາໃຊ້ ແລະ ເຄື່ອງຮິບຈາກຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດບໍ່ໄດ້ສົ່ງໃຫ້ຂະແໜງຊັບສິນ. ມາຮອດປັດຈຸບັນໄດ້ແກ້ໄຂສຳເລັດແລ້ວ 3 ບັນຫາ ເປັນຕົ້ນເຄື່ອງຮິບຈາກຄຳຕັດສິນຂອງສານມີລົດຈັກ 5 ຄັນ ປະມູນຂາຍແລ້ວ ແລະ ໄດ້ມອບເຂົ້າງົບປະມານ, ໂທລະສັບ 35 ໜ່ວຍ ( ໃຊ້ການບໍ່ໄດ້ ), ເງິນກີບ 24 ລ້ານກວ່າກີບ,  ເງິນບາດ 37 ພັນກວ່າບາດ ໄດ້ມອບໃຫ້ຫ້ອງການຊັບສິນແລ້ວ, ໄດ້ແກ້ໄຂການກວດສອບລາຍຮັບບໍ່ລວມສູນຈຳນວນ 0,53 ຕື້ກີບ ແລະ ແກ້ໄຂບັນຫາໂຄງການສຳປະທານທີ່ດິນ 1 ໂຄງການ ໂດຍໄດ້ລົງກວດກາ ແລະ ມີການປັບໃໝທັງແນະນຳ ແລະ ປະຕິບັດຕາມສັນຍາ. ສຳລັບອີກ 4 ບັນຫາແມ່ນເລັ່ງສືບຕໍ່ໃຫ້ໄດ້ຮັບການແກ້ໄຂໃນຕໍ່ໜ້າ.

ຈາກນັ້ນ, ໃນກອງປະຊຸມກໍໄດ້ຜ່ານບົດລາຍງານໃນການຈັດຕັ້ງປະຕິບັດຄຳແນະນຳຜົນການກວດສອບປີຜ່ານມາ ແລະ ແຜນການເຄື່ອນໄຫວກວດສອບ ປະຈຳປີ 2019 ຂອງແຂວງ ແລະ ຜ່ານຂໍ້ຕົກລົງຂອງທ່ານປະທານອົງການກວດສອບແຫ່ງລັດ ວ່າດ້ວຍການແຕ່ງຕັ້ງຜູ້ຊີ້ນຳ ແລະ ຄະນະກວດສອບ.

( ຂ່າວ – ຮູບ: ທິດລານີ ໂຄດໂຍທາ )