ປະກາດປັບນ້ຳມັນແອັດຊັງລົງ, ກາຊວນຄົງທີ່

83

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການປັບລາຄານ້ຳມັນແອັດຊັງພິເສດລົງ 130 ກີບຕໍ່ລິດ, ແອັດຊັງທໍາມະດາປັບລົງ 110 ກີບຕໍ່ລິດ, ສ່ວນກາຊວນຍັງຮັກສາລາຄາເກົ່າ ເລີ່ມຈັດຕັ້ງປະຕິບັດແຕ່ 6:00 ໂມງເຊົ້າ ຂອງວັນທີ 17/05/2019 ໃນຂອບເຂດທົ່ວປະເທດ.

ໃນວັນທີ16 ພຶດສະພາ 2019 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ເລກທີ0510/ອຄ.ກຄພນ ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງປັບລົງລາຄາຂາຍຍ່ອຍນໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາໃນຂອບເຂດທົ່ວປະເທດ.

ການລົງລາຄາໃນຄັ້ງນີ້ ແມ່ນໄດ້ປັບຫຼຸດລາຄານໍ້າມັນແອັດຊັງພິເສດ 130 ກີບຕໍ່ລິດ, ແອັດຊັງທຳມະດາ 110 ກີບຕໍ່ລິດ. ສ່ວນລາຄານໍ້າມັນກາຊວນແມ່ນຍັງຮັກສາໄວ້ຄືເກົ່າ ( ແຕ່ຫຼຸດຄັງແຮນໍ້າມັນກາຊວນລົງ 50 ກີບຕໍ່ລິດ ).

ຈາກການປັບລາຄາຄັ້ງນີ້ເຮັດໃຫ້ນໍ້າມັນແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນລົງມາຢູ່ທີ່ 10.690 ກີບຕໍ່ລິດ ແລະ ນໍ້າມັນແອັດຊັງທຳມະດາລົງມາຢູ່ທີ່ 9.430 ກີບຕໍ່ລິດ.