ລາວ – ອາເມຣິກາ ຮ່ວມມືປັບປຸງການເປັນຢູ່ຂອງຄົນພິການ

101

ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ເວີລດ໌ເອດຢູເຄຊັນ ປະຈຳ ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ໂຄງການ “ ຢູເສດໂອກາດ ( USAID OKARD ) ” ເພື່ອປັບປຸງການເປັນຢູ່ທີ່ດີຂອງຄົນພິການຢູ່ ສປປ ລາວ ເຊິ່ງເປັນໂຄງການໄລຍະ 5 ປີ ທີ່ໄດ້ຮັບທຶນຊ່ວຍເຫຼືອສະໜັບສະໜູນຈາກລັດຖະບານສະຫະລັດອາເມຣິກາ ຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ແລະ ຈັດຕັ້ງປະຕິບັດໂດຍອົງການ ເວີລດ໌ເອດຢູເຄຊັນ.

ພິທີດັ່ງກ່າວ, ຈັດຂຶ້ນໃນວັນທີ 16 ພຶດສະພາຜ່ານມາ ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍເປັນກຽດລົງນາມລະຫວ່າງ ທ່ານ ຄໍາປິງ ແສງຕານນະລາດ ຫົວໜ້າກົມນະໂຍບາຍຕໍ່ຜູ້ທີ່ຜົນງານພິການ ແລະ ຜູ້ອາຍຸສູງ ແລະ ທ່ານ ນາງ ຊາຣ່າ ບຣູນາກີ ຫົວໜ້າອົງການດັ່ງກ່າວ, ມີຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ – ສັງຄົມ, ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການ “ ໂອກາດ ” ມີເປົ້າໝາຍໃນການປັບປຸງການເຂົ້າເຖິງການບໍລິການທີ່ມີສຸຂະພາບ ແລະ ການຟື້ນຟູໜ້າທີ່ທີ່ມີຄຸນນະພາບ, ເພີ່ມໂອກາດການມີວຽກເຮັດງານທໍາໃຫ້ແກ່ຄົນພິການ ແລະ ເສີມສ້າງ ຄວາມເຂັ້ມແຂງວຽກງານດ້ານສຸຂະພາບ ແລະ ເສດຖະກິດ ໂດຍຜ່ານການມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງ.

ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ໄດ້ກ່າວວ່າ: ການເຊັນບົດບັນທຶກຄວາມເຂົ້າໃຈສະບັບນີ້ ເປັນຂີດໝາຍຂອງການຮ່ວມມືທີ່ສໍາຄັນສໍາລັບສອງປະເທດ ລາວ – ສະຫະລັດອາເມຣິກາ ແນໃສ່ສົ່ງເສີມໃຫ້ຄົນພິການສາມາດຊ່ວຍຕົນເອງໄດ້ ແລະ ມີຄວາມສາມາດ ໂດຍເຂົ້າເຖິງການບໍລິການທາງດ້ານສຸຂະພາບ ແລະ ສັງຄົມເທົ່າທຽມກັນຢູ່ໃນລາວ. ສະຫະລັດອາເມຣິກາ ມີຄວາມມຸ່ງໝັ້ນທີ່ຈະໃຫ້ການສະໜັບສະໜູນລັດຖະບານລາວ ເພື່ອຊ່ວຍເຫຼືອໃຫ້ຄົນພິການສາມາດດໍາລົງຊີວິດໄດ້ຢ່າງເຕັມທີ່ ແລະ ມີປະສິດທິຜົນ.

ໂຄງການ USAID Okard ເປັນໂຄງການສືບເນື່ອງມາຈາກຜົນສໍາເລັດທີ່ຜ່ານມາຂອງໂຄງການ TEAM ( ຝຶກອົບຮົມ, ການສ້າງຄວາມເຂັ້ມແຂງດ້ານເສດຖະກິດ, ການສະໜອງເຄື່ອງອໍານວຍຄວາມສະດວກດ້ານເຕັກໂນໂລຊີ ແລະ ການຟື້ນຟູໜ້າທີ່ການງານທາງການແພດ ) ພາຍໃຕ້ການສະໜັບສະໜູນຂອງອົງການ USAID ເຊິ່ງໄດ້ຊ່ວຍເຫຼືອຄົນພິການ ຫຼື ຄວາມບົກຜ່ອງເກືອບ 6 ພັນຄົນ ພ້ອມທັງໄດ້ຝຶກອົບຮົມໃຫ້ພະນັກງານສາທາລະນະສຸກ ແລະ ຄູ່ຮ່ວມງານຂັ້ນທ້ອງຖິ່ນຫຼາຍກວ່າ 500 ຄົນ. ນອກຈາກໂຄງການ USAID Okard ລັດຖະບານອາເມຣິກາ ຍັງມີຫຼາຍແຜນງານທີ່ໄດ້ຖືກຈັດຕັ້ງປະຕິບັດຮ່ວມລັດຖະບານ ແລະ ປະຊາຊົນລາວ ເພື່ອປັບປຸງການສຶກສາ, ສົ່ງເສີມວຽກງານສາທາລະນະສຸກ ແລະ ໂພຊະນາການ, ອໍານວຍ ຄວາມສະດວກດ້ານການຄ້າ ແລະ ການລົງທຶນ ແລະ ເສີມສ້າງຄວາມເຂັ້ມແຂງດ້ານກົດໝາຍ.

ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ – ສັງຄົມ ກ່າວວ່າ: ຍ້ອນ ຄວາມພະຍາຍາມຂອງລັດຖະບານ, ອົງການຈັດຕັ້ງສັງຄົມ ແລະ ການສະໜັບສະໜູນຈາກຄູ່ຮ່ວມພັດທະນາ ເພື່ອຍົກສູງຊີວິດການເປັນຢູ່ຂອງຄົນພິການ ໃຫ້ໄດ້ຮັບການປັບປຸງນັບມື້ດີຂຶ້ນເທື່ອລະກ້າວ. ສະນັ້ນ, ໂຄງການ ໂອກາດ ທີ່ໄດ້ລົງນາມບົດບັນທຶກຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍທີ່ຈະປະກອບສ່ວນໃຫ້ຄົນພິການສ່ວນໜຶ່ງຢູ່ ແຂວງຊຽງຂວາງ ແລະ ສະຫວັນນະເຂດ ສາມາດຊ່ວຍຕົນເອງ, ເພິ່ງຕົນເອງ ແລະ ມີສ່ວນຮ່ວມເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງທ້ອງຖິ່ນເທື່ອລະກ້າວ.

ສຳລັບໄລຍະເວລາການຮ່ວມມືໂຄງການດັ່ງກ່າວ ແມ່ນເລີ່ມແຕ່ມື້ໄດ້ຮັບອະນຸມັດ ຈົນເຖິງ ວັນທີ 30 ກັນຍາ 2022 ແລະ ກິດຈະກຳຫຼັກຂອງໂຄງການນີ້ ປະກອບມີສາມອົງປະກອບຕົ້ນຕໍ ຄື: ສຸຂະພາບ; ການສົ່ງເສີມເສດຖະກິດ; ການມີສ່ວນຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ໃນການສຸມໃສ່ສາມອົງປະກອບດັ່ງກ່າວນີ້, ອົງການເວີລດ໌ເອດຢູເຄຊັນ ຈະນໍາໃຊ້ວິທີການແບບມີສອງລະດັບເຂົ້າໃນເປົ້າໝາຍໃນການປັບປຸງ ແລະ ສ້າງຄວາມຍືນຍົງໃຫ້ແກ່ການເພີ່ມ ຄວາມສາມາດດ້ານການເຮັດໜ້າທີ່ການງານຂອງອົງຄະນະ ແລະ ການດໍາລົງຊີວິດແບບອິດສະຫຼະຂອງຄົນພິການຢູ່ໃນ ສປປ ລາວ. ລະດັບທີ 1 ແມ່ນວິທີການເອົາລະບົບເປັນສູນກາງ ເຊິ່ງສຸມໃສ່ຄວາມຍືນຍົງໄລຍະຍາວ, ໃນຂະນະທີ່ລະດັບທີ 2 ພິຈາລະນາ ແລະ ສະໜັບສະໜູນຊ່ວຍເຫຼືອຄວາມຕ້ອງການຂອງຄົນພິການແຕ່ລະຄົນ ແລະ ຂອງຊຸມຊົນ ທີ່ສະໜັບສະໜູນພວກເຂົາ.

[ ຂ່າວ: ແກ້ວ; ຮູບ: ສອນໄຊ ]