ຂ່າວດີເດືອນນີ້! ລາຄານໍ້າມັນລົງ ເລີ່ມປະຕິບັດມື້ອື່ນ

228

ໃນວັນທີ 16 ພຶດສະພາ 2019 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ເລກທີ0510/ອຄ.ກຄພນ ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບໍລິສັດນໍ້າມັນເຊື້ອໄຟແລະປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງປັບລົງລາຄາຂາຍຍ່ອຍນໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາໃນຂອບເຂດທົ່ວປະເທດ.

ການລົງລາຄາໃນຄັ້ງນີ້ ແມ່ນໄດ້ປັບຫຼຸດລາຄານໍ້າມັນແອັດຊັງພິເສດ 130 ກີບ/ລິດ, ແອັດຊັງທຳມະດາ 110 ກີບ/ລິດ. ສ່ວນລາຄານໍ້າມັນກາຊວນແມ່ນຍັງຮັກສາໄວ້ຄືເກົ່າ(ແຕ່ຫຼຸດຄັງແຮນໍ້າມັນກາຊວນລົງ50ກີບ/ລິດ). ເລີ່ມຈັດຕັ້ງປະຕິບັດແຕ່6:00 ໂມງເຊົ້າວັນທີ 17/05/2019 ໃນຂອບເຂດທົ່ວປະເທດ.

ຈາກການປັບລາຄາຄັ້ງນີ້ເຮັດໃຫ້ນໍ້າມັນແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນລົງມາຢູ່ທີ່10.690ກີບຕໍ່ລິດ ແລະ ນໍ້າມັນແອັດຊັງທຳມະດາລົງມາຢູ່ທີ່ 9.430 ກີບຕໍ່ລິດ.ສ່ວນແຂວງຄຳມ່ວນ ແອັດຊັງພິເສດມາຢູ່ທີ 10.720 ກີບ/ລິດ, ແອັດຊັງທໍາມະດາ 9.460 ກີບ/ລິດ, ກາຊວນ 8.740 ກີບ/ລິດ; ແຂວງຊຽງຂວາງ ແອັດຊັງທໍາມະດາ 9.620 ກີບ/ລິດ, ກາຊວນ 8.900 ກີບ/ລິດ.


 

ສະນັ້ນ, ຈຶ່ງໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຊີ້ນຳ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ລົງຕິດຕາມການຈັດຕັ້ງປະຕິບັດລາຄາໃໝ່ນີ້ ຂອງປໍ້າມັນມັນເຊື້ອໄຟ ໃນຂອບເຂດຄວາມຮັບຜິດຊອບຂອງຕົນເປັນປົກກະຕິ. ໃນກໍລະນີຫາກພົບເຫັນປໍ້າໃດ ບໍ່ປະຕິບັດຕາມລາຄາໃໝ່ນີ້ ໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ນຳໃຊ້ມາດຕະການຕ່າງໆ ຕາມລະບຽບການໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

 

ລາຄານໍ້າມັນຕາມປໍ້າໃນເຂດເທດສະບານແຂວງ, ເມືອງ ຕ່າງໆ