ຊົມເຊີຍ! ທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 15 ປີ ຍັງຜົນງານດີຕໍ່ເນື່ອງ ຊະນະ ທີມຊາດ ກຳປູເຈຍ 2-0 ຜ່ານເຂົ້າສູ່ຮອບຮອງຊະນະເລີດໄດ້ສຳເລັດ

84

ສະຫະພັນບານເຕະແຫ່ງຊາດລາວ ລາຍງານວ່າ:ທີມຊາດຍິງ ລາວ ຮຸ່ນອາຍຸບໍ່ເກີນ 15 ປີ ຍັງຜົນງານດີຕໍ່ເນື່ອງ ຊະນະ ທີມຊາດ ກຳປູເຈຍ ຮຸ່ນອາຍຸບໍ່ເກີນ 15 ປີ 2-0 ຜ່ານເຂົ້າສູ່ຮອບຮອງຊະນະເລີດໄດ້ສຳເລັດ

ວັນທີ 15 ພຶດສະພາ 2019 ຢູ່ທີ່ສະຫນາມ ຫນາມ Institute of Physical Education Chonburi Campus Stadium 1 ແຂວງຊົນບູຣີ ປະເທດໄທ ໄດ້ມີການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ເຊິ່ງ ທີມຊາດລາວ ທີມນຳຕາຕະລາງຄະແນນ ລົງສະຫນາມນັດທີ 3 ພົບກັບ ທີມຊາດກຳປູເຈຍ ລົງສະຫນາມນັດທີ 4 ເຊິ່ງເກມການແຂ່ງຂັນນັດດັ່ງກ່າວ ທີມຊາດລາວ ໄດ້ພັກນັກກິລາຕົວຫລັກຫລາຍຕຳແຫນ່ງ ຜ່ານການແຂ່ງຂັນຜົນປາກົດວ່າ ທີມຊາດລາວ ສາມາດເອົາຊະນະ ທີມຊາດກຳປູເຈຍ 2-0 ໂດຍ ທີມຊາດລາວ ໄດ້ປະຕູ ຈາກ ເບີ 9 ຈິນດາ ສີຫາລາດ ນາທີ 29 ແລະ ເບີ 10 ແສງເດືອນ ພົງໄພລັດ ນາທີ 49 .


ຈາກໄຊຊະນະດັ່ງກ່າວເຮັດໃຫ້ທີມຊາດລາວ ມີເພີ່ມເປັນ 9 ຄະແນນຜ່ານເຂົ້າສູ່ຮອບຮອງຊະນະເລີດ ຫລັງຈາກລົງສະຫນາມ 3 ນັດ ຊະນະ 3 ນັດ ມີ 9 ຄະແນນ ສ່ວນຜົນຄູ່ອື່ນໃນກຸ່ມດຽວກັນນັ້ນ ທີມຊາດໄທ​ ຊະນະ​ ທີມຊາດ ມາເລເຊຍ​ 11-0.
ທີມຊາດລາວ ຍັງເຫລືອການແຂ່ງຂັນ ນັດສຸດທ້າຍ ເພື່ອຍາດຊີງອັນດັບ 1 ຂອງກຸ່ມ ບີ ໂດຍຈະແຂ່ງຂັນ ວັນທີ 17/05/2019 ເວລາ 18:00 ທີມຊາດລາວ ພົບ ທີມຊາດໄທ ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1.


ສຳລັບການແຂ່ງບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ຈັດຂຶ້ນຢູ່ ແຂວງ ຊົນບູຣີ ປະເທດໄທ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 07 – 21 ພຶດສະພາ 2019 ເຊິ່ງມີ 9 ປະເທດເຂົ້າຮ່ວມແຂ່ງຂັນແບ່ງອອກເປັນ 2 ກຸ່ມຄື:ກຸ່ມ ເອ: ມຽນມາ, ຫວຽດນາມ, ຟີລິບປິນ ແລະ ຕີມໍ ເລສເຕ. ກຸ່ມ ບີ: ໄທ, ລາວ, ມາເລເຊຍ, ສິງກະໂປ ແລະ ກຳປູເຈຍ.