ແຂວງຄຳມ່ວນ ກວດພົບສິນຄ້າປອມແປງ ແລະ ລະເມີດລິຂະສິດຫຼາຍລາຍການ

131

ໃນວັນທີ 7 – 9 ພຶດສະພາ 2019 ທີ່ຜ່ານມາ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ ໄດ້ເປີດກອງປະຊຸມປຶກສາຫາລືວາງແຜນກະກຽມການລົງກວດກາ ແລະ ສະກັດກັ້ນການບໍລິການ, ຈຳໜ່າຍສິນຄ້າປອມແປງ ແລະ ສິນຄ້າທີ່ລະເມີດລິຂະສິດເຄື່ອງໝາຍການຄ້າປະເພດນ້ຳມັນເຄື່ອງ ແລະ ອາໄຫຼ່ລົດຍີ່ຫໍ້ ຮອນດ້າ ( HONDA ) ແລະ ຄູໂບຕ້າ ( KUBOTA ) ໂດຍສົມທົບກັບຄະນະກຳມະການທີ່ກ່ຽວຂ້ອງ ແລະ ບໍລິສັດ ທິວລິກິ ແອນກິບບີ້ນ.

ການລົງເຄື່ອນໄຫວກວດກາໄດ້ວາງແຜນເປົ້າໝາຍຢູ່ 3 ເມືອງ ຄື: ເມືອງທ່າແຂກ, ເມືອງໜອງບົກ ແລະ ເມືອງຫີນບູນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ແຕງອ່ອນ ລິນຊົມພູ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ.

ຫຼັງຈາກນັ້ນ, ຈຶ່ງໄດ້ລົງກວດກາຕົວຈິງຕາມຕະຫຼາດ ແລະ ຫ້າງຮ້ານຕ່າງໆໃນ 3 ຕົວເມືອງ ສາມາດກວດກາໄດ້ທັງໝົດ 23 ຮ້ານ, ມີຄົນຈີນ 18 ຮ້ານ, ຮ້ານຄົນຫວຽດ 3 ຮ້ານ ແລະ ຮ້ານຄົນລາວ 2 ຮ້ານ, ໄດ້ພົບເຫັນສິນຄ້າບໍ່ຖືກຕ້ອງຕາມລະບຽບກົດໜາຍມີ 22 ຮ້ານ ຢຶດສິນຄ້າໄດ້ 4 ລາຍການ ຄື: ນ້ຳມັນເຄື່ອງລົດຈັກຍີ່ຫໍ້ຮອນດ້າ ຂະໜາດ 0,8 ລິດ ຈຳນວນ 2.615 ຕຸກ, ນ້ຳມັນເຄື່ອງລົດໄຖນາຍີ່ຫໍ້ ຄູໂບຕ້າ ຂະໜາດ 3 ລິດ ຈໍານວນ 1.029 ຕຸກ, ອາໄຫຼ່ລົດຈັກ ຍີ່ຫໍ້ຮອນດ້າ ຈຳນວນ 6.691 ອັນ, ອາໄຫຼ່ລົດໄຖນາ ຍີ່ຫໍ້ຄູໂບຕ້າ ຈຳນວນ 1.971 ອັນ ລວມມູນຄ່າສິນຄ້າທີ່ຢຶດມາໄດ້ ປະມານ 226 ລ້ານກີບ.

ສິນຄ້າດັ່ງກ່າວໄດ້ອາຍັດໄວ້ເປັນຂອງກາງຢູ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ ເພື່ອລໍຖ້າດຳເນີນຕາມລະບຽບກົດໝາຍ.

[ ຂ່າວ: ຄູນປະເສີດ ]