ການຫັນປ່ຽນດ້ວຍຕົນເອງ

190

ການຫັນປ່ຽນດ້ວຍຕົນເອງ

 

 

ຜ່ານມາເຄີຍຂຽນເລື່ອງ: “ ຫັນປ່ຽນໂດຍສັນຕິ ” ສະບັບນີ້ຈະເວົ້າເລື່ອງ: “ ການຫັນປ່ຽນດ້ວຍຕົນເອງ ” ເຊິ່ງຜູ້ຂຽນໄດ້ຄົ້ນຄວ້າຈາກເອກະສານພາຍໃນ ແລະ ຈາກປະເທດເພື່ອນມິດຍຸດທະສາດ, ການທີ່ສະເໜີບົດນີ້ແມ່ນມີຈຸດປະສົງຢາກໃຫ້ກຳໄດ້ວ່າບັນດາປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍສະເພາະທາງດ້ານແນວຄິດນັ້ນມັນມາຈາກກະໂຕຂອງເຮົາເອງ.

ຫັນປ່ຽນດ້ວຍຕົນເອງແມ່ນກະໂຕເຈົ້າກຳເອງ ( ອົງການຈັດຕັ້ງ, ບຸກຄົນ ) ມີການປະພຶດ, ການກະທຳທີ່ສ້າງຂຶ້ນດ້ວຍຕົນເອງ ໂດຍໃຊ້ກຳລັງແຮງສົມທົບໃສ່ຄວາມສາມາດສະເພາະຕົວຂອງການຈັດຕັ້ງ ຫຼື ບຸກຄົນແລ້ວສ້າງໃຫ້ມີການປ່ຽນແປງເປັນຮູບແບບ; ຮູບລັກສະນະອື່ນ ທາງດ້ານແນວຄິດ – ການເມືອງ, ສິນລະທຳ, ຄຸນສົມບັດ, ແບບແຜນດຳລົງຊີວິດ ຫຼື ທາງດ້ານຈິດສຳນຶກ ແລະ ຄວາມຮັບຜິດຊອບ.

 

 

ການຫັນປ່ຽນດ້ວຍຕົນເອງແມ່ນດຳເນີນໄປເປັນຂະບວນວິວັດ ໝາຍຄວາມວ່າມັນເກີດຂຶ້ນກັບແຕ່ລະຄົນ, ແຕ່ລະອົງການຈັດຕັ້ງໃນໄລຍະໃດໜຶ່ງອາດຈະຍາວ ຫຼື ສັ້ນ ຫຼື ດົນປານໃດແມ່ນຂຶ້ນກັບຄວາມໜັກແໜ້ນດ້ານການເມືອງຂອງສະມາຊິກພັກກໍຄືທຸກຊັ້ນຄົນໃນສັງຄົມ ແລະ ລະດັບຄວາມຊື່ີສັດທາງດ້ານຄຸນສົມບັດ, ແບບແຜນດຳລົງຊີວິດຂອງແຕ່ລະຄົນ.

 

 

▶ ຂະບວນວິວັດການ “ ຫັນປ່ຽນດ້ວຍຕົນເອງ ” ສາມາດເກີດຂຶ້ນສາມໄລຍະ: ໂດຍໃນໄລຍະເບື້ອງຕົ້ນ, ເປົ້າໝາຍ ຈະສະແດງຄວາມຄອນແຄນ, ຫວັ່ນໄຫວທາງດ້ານການເມືອງແນວຄິດ, ເກີດຄວາມສົງໄສກ່ຽວກັບການນຳພາຂອງພັກ ແລະ ລັກສະນະວິທະຍາສາດຂອງລັດທິມາກ – ເລນິນ ການສະແດງອອກແບບນີ້ຖ້າບໍ່ມີການຕິດຕາມ, ສຳຫຼວດກວດກາ, ຕຳໜິຕິຊົມຈະບໍ່ສາມາດຜ່ານໄລຍະນີ້ໄປໄດ້.

ໄລຍະທີສອງ ເປົ້າໝາຍຈະເລີ່ມເປັນເຈົ້າການໃນການຮັບຂໍ້ມູນທີ່ຜິດພາດ, ບັນດາຖ້ອຍທຳນອງຕໍ່ຕ້ານ ຫຼື ທິດສະດີປໍລະປັກກ້າວໄປເຖິງການເກັບຂໍ້ມູນພາຍໃນສົ່ງອອກໄປຕ່າງປະເທດ ໂດຍຜ່ານສື່ສານອອນລາຍ ຫຼື ຜ່ານບັນດາການເຄື່ອນໄຫວສາກົນເປັນຂົວຕໍ່ໃຫ້ອິດທິກຳລັງປໍລະປັກຈາກທາງນອກ ບຸກໂຈມຕີເຂົ້າພາຍໃນພວກເຮົາ.

 

 

ໄລຍະສາມ ແມ່ນໄລຍະສູງຂອງການຫັນປ່ຽນດ້ວຍຕົນເອງ, ເປົ້າໝາຍເຕັມໄປດ້ວຍແນວຄິດປໍລະປັກ ແລະ ຕໍ່ຕ້ານ, ມັນຈະໄປຊອກຫາກຳລັງ ເພື່ອເຕົ້າໂຮມສ້າງຕັ້ງເປັນຫຼັກແຫຼ່ງແກ່ນສານເປັນການຈັດຕັ້ງເບື້ອງຕົ້ນ. ບາງຄົນກໍໄປຊອກທາງເຂົ້າໄປຫາອົງການພິເສດຢູ່ຕ່າງປະເທດ ເພື່ອສົມຮູ້ຮ່ວມຄິດ.

▶ ບັນດາປາກົດການທີ່ສະແດງອອກໃຫ້ເຫັນ ເຊິ່ງການຫັນປ່ຽນດ້ວຍຕົນເອງຂອງພະນັກງານ, ສະມາຊິກພັກຈຳນວນໜຶ່ງ ພໍສັງລວມໄດ້ດັ່ງນີ້:

  • ດຳລົງຊີວິດເຫັນແກ່ຕົວ, ເຫັນແກ່ຜົນປະໂຫຍດສ່ວນຕົວ, ສວຍໂອກາດຈາກຊ່ອງຫວ່າງເພື່ອສ້າງຮັ່ງຄູນມີ, ສໍ້ລາດບັງຫຼວງ, ຟຸມເຟືອຍໃນການດຳລົງຊີວິດ.

  • ມັກສ້າງຊື່ສຽງ, ພັກພວກ, ພາກສ່ວນຂາດຄວາມສາມັກຄີ.

  • ເປັນອາດຍາສິດ, ຫ່າງເຫີນປະຊາຊົນ, ຂາດຄວາມຮູ້ສຶກຕໍ່ຄວາມຫຍຸ້ງຍາກ, ຄວາມເດືອດຮ້ອນຂອງປະຊາຊົນ.

  • ມີແບບແຜນດຳລົງຊີວິດທີ່ຟຸມເຟືອຍ, ສະໜຸກສຸກສະບາຍ, ເສື່ອມຊາມ.

  • ຄຳເວົ້າບໍ່ໄປຄຽງຄູ່ກັບການກະທຳ, ເວົ້າຢ່າງໜຶ່ງເຮັດອີກຢ່າງອື່ນ, ບໍ່ເຂັ້ມງວດຕໍ່ຫຼັກສິນທຳ ແລະ ຈັນຍາບັນອາຊີບ, ບໍ່ເປັນແບບຢ່າງໃນການດຳລົງຊີວິດຂອງຄອບຄົວໃນສັງຄົມ.

ທັງໝົດນັ້ນຄືບາງຂໍ້ມູນທີ່ສຳຄັນຂອງການຫັນປ່ຽນດ້ວຍຕົນເອງທີ່ມັນເປັນຂົວຕໍ່ສຳຄັນຂອງການຫັນປ່ຽນໂດຍສັນຕິບຸກໂຈມຕີເຂົ້າພວກເຮົາ.

ຂໍສະເໜີເປັນການແລກປ່ຽນ.

 

[ ທິດດີ ]