ທະນາຄານ ເຟີດ ຄອມເມີໂຊ ແບັງ ຈຳກັດ ເດີນທາງມາມອບການຊ່ວຍເຫຼືອແກ່ເດັກນ້ອຍດ້ອຍໂອກາດທີ່ ສປປ ລາວ

125

ທະນາຄານ ເຟີດ ຄອມເມີໂຊ ແບັງ ຈຳກັດ ໄດ້ມີການເຮັດໜ້າທີ່ໃນການຊ່ວຍເຫຼືອສັງຄົມຢ່າງກະຕືລືລົ້ນເປັນເວລາຍາວນານ ນັບຕັ້ງແຕ່ປີ 2010 ເປັນຕົ້ນມາ ໄດ້ມີການປຸກລະດົມອາສາສະໝັກຈຳນວນຫຼາຍອອກມາຊ່ວຍເຫຼືອສັງຄົມ, ເດັກນ້ອຍທີ່ດ້ອຍໂອກາດ ລວມທັງຜູ້ສູງອາຍຸ ແລະ ອື່ນໆ.

ຄຽງຄູ່ກັບການຂະຫຍາຍຕາໜ່າງການບໍລິການຢູ່ຕ່າງປະເທດ, ໜ່ວຍງານອາສາສະໝັກຂອງ ທະນາຄານ ເຟີດ ຄອມເມີໂຊ ແບັງ ຈຳກັດ ກໍໄດ້ມີການເດີນທາງຈາກໄຕ້ຫວັນ ໄປຍັງປະເທດຕ່າງໆ. ສຳລັບກິດຈະກຳຄັ້ງນີ້ຖືເປັນການກັບມາຊ່ວຍເຫຼືອ ສປປ ລາວ ເປັນຄັ້ງທີ 2 ໃນການຈັດກິດຈະກຳຊ່ວຍເຫຼືອສັງຄົມພາຍໃຕ້ຫົວຂໍ້: “ ທະນາຄານ ເຟີດ ຄອມເມີໂຊ ແບັງ ແບ່ງປັນຄວາມຮັກ ສົ່ງມອບຄວາມອົບອຸ່ນ ” ເຊິ່ງກິດຈະກຳດັ່ງກ່າວແມ່ນຈັດຂຶ້ນໃນລະຫວ່າງວັນທີ 08 – 09 ພຶດສະພາ 2019.

ການຊ່ວຍເຫຼືອສັງຄົມໃນຄັ້ງນີ້ ທີມງານອາສາສະໝັກຈາກ ທະນາຄານ ເຟີດ ຄອມເມີໂຊ ແບັງ ໄດ້ເລືອກໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ( Vientiane Capital Education School ), ໂຮງຮຽນປະຖົມສົມບູນ ບ້ານໄຮ່ ແລະ ໂຮງຮຽນປະຖົມສົມບູນ ບ້ານໂພນໄຮຄຳ ເມືອງໄຊທານີ ເພື່ອສົ່ງມອບຄວາມສຸກ ຄວາມອົບອຸ່ນ, ການຊ່ວຍເຫຼືອແບ່ງປັນນໍ້າໃຈ ແລະ ສົ່ງມອບວັດຖຸອຸປະກອນການຊ່ວຍເຫຼືອຕ່າງໆໃຫ້ແກ່ໂຮງຮຽນ ແລະ ເດັກນ້ອຍ ເຊັ່ນ: ຢາຖູແຂ້ວ, ແປງຖູແຂ້ວ, ສະບູ, ເຂົ້າໜົມ ແລະ ເຄື່ອງໃຊ້ໃນຊີວິດປະຈຳວັນ ພ້ອມທັງໃຫ້ການແນະນຳ ຄວາມຮູ້ພື້ນຖານໃນການຮັກສາ ຄວາມສະອາດ, ແນະນຳວິທີການຖູແຂ້ວ, ລ້າງມືໃຫ້ຖືກຕ້ອງຕາມຫຼັກສຸຂະອະນາໄມໃຫ້ແກ່ເດັກນ້ອຍ. ພ້ອມດຽວກັນຍັງໄດ້ມີກິດຈະກຳສະກີນຮູບ ແລະ ຕັດຮູບຕິດໃສ່ຖົງຜ້າຫຼຸດໂລກຮ້ອນ ເພື່ອໃຫ້ເດັກນ້ອຍໄດ້ລົງມືເຮັດຜົນງານດ້ວຍຕົນເອງ ແລ້ວມອບເປັນທີ່ລະນຶກໃຫ້ພວກເຂົາເຈົ້າ.

ທະນາຄານ ເຟີດ ຄອມເມີໂຊ ແບັງ ຈຳກັດ ສາຂານະຄອນຫຼວງວຽງຈັນ ສ້າງຕັ້ງຂຶ້ນໃນປີ 2015 ໂດຍໃຫ້ການບໍລິການເງິນຝາກ, ສະໜອງທຶນໃຫ້ແກ່ການນຳເຂົ້າ – ສົ່ງອອກ, ແລກປ່ຽນເງິນຕາ, ສະໜອງສິນເຊື່ອເປັນເງິນຕາຕ່າງປະເທດ ແລະ ການບໍລິການອື່ນໆ, ສະໜອງການບໍລິການອັນເປັນເລີດໃຫ້ແກ່ລູກຄ້າ ພາຍໃນທ້ອງຖິ່ນ ແລະ ນັກລົງທຶນຕ່າງປະເທດ.

ຄຽງຄູ່ກັບການສ້າງລາຍຮັບຈາກການບໍລິການ, ທະນາຄານພວກເຮົາກໍບໍ່ໄດ້ລະລືມໃນການຄືນກຳໄລໃຫ້ກັບສັງຄົມ, ຕໍ່ກັບການຊ່ວຍເຫຼືອໃນຄັ້ງນີ້ມີຈຳນວນທັງໝົດ 3 ແຫ່ງ ປະກອບມີ: ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ( Vientiane Capital Education School ) ມີນັກຮຽນທັງໝົດ 130 ຄົນ, ໂຮງຮຽນປະຖົມສົມບູນ ບ້ານໄຮ່ ແລະ ໂຮງຮຽນປະຖົມສົມບູນ ບ້ານໂພນໄຮຄຳ ມີນັກຮຽນ 300 ກວ່າຄົນເນື່ອງຈາກພາຍໃນທ້ອງຖິ່ນຂາດແຄນທຶນຮອນ, ໂຮງຮຽນຂາດແຄນທາງດ້ານງົບປະມານ. ຄັ້ງນີ້ ທະນາຄານ ເຟີດ ຄອມເມີໂຊ ແບັງ ຈຳກັດ ຍັງໄດ້ມອບຈັກຊັກເຄື່ອງ, ຕູ້ໃສ່ເຄື່ອງ, ຊຸດເຕົາແກ໊ສ, ຕິດຕັ້ງລະບົບດອກໄຟ ແລະ ອື່ນໆ ເຮັດໃຫ້ນ້ອງນັກຮຽນ ໄດ້ມີການຮ່ຳຮຽນ ແລະ ເຕີບໃຫຍ່ພາຍໃຕ້ສະພາບແວດລ້ອມທີ່ອົບອຸ່ນ.

ປີນີ້ເປັນວາລະຄົບຮອບ 120 ປີ ຂອງການສ້າງຕັ້ງ ທະນາຄານ ເຟີດ ຄອມເມີໂຊ ແບັງ ຈຳກັດ ເຊິ່ງໄດ້ຢຶດຖືອຸດົມການ ທີ່ວ່າ: “ ບໍລິການໃນທ້ອງຖິ່ນໃດ ໃຫ້ຄວາມໃສ່ໃຈພາຍໃນທ້ອງຖິ່ນນັ້ນ ” ຕະຫຼອດມາ ໂດຍຈະສືບຕໍ່ຈັດກິດຈະກຳຊ່ວຍເຫຼືອສັງຄົມໃນຫຼາຍໆຮູບແບບ.

ເລີ່ມແຕ່ປີ 2015 ເປັນຕົ້ນມາ ທາງທະນາຄານໄດ້ມີການຈັດກິດຈະກຳກວດສຸຂະພາບໂດຍບໍ່ເສຍຄ່າຢູ່ແຂວງເປ້ຍຊາ ປະເທດກຳປູເຈຍ ຕໍ່ເນື່ອງກັນ 3 ປີຊ້ອນ ໂດຍສາມາດຊ່ວຍຫຼຸດຜ່ອນອາການເຈັບປ່ວຍໃຫ້ກັບປະຊາຊົນໃນທ້ອງຖິ່ນດັ່ງກ່າວຫຼາຍພັນຄົນ. ພ້ອມທັງໃຫ້ການຊ່ວຍເຫຼືອແກ່ບັນດາອົງກອນ ແລະ ໂຮງຮຽນຢູ່ ສປປ ລາວ ຕໍ່ເນື່ອງເປັນຄັ້ງທີ 2, ຖືເປັນການຊ່ວຍເຫຼືອເຍົາວະຊົນລາວທີ່ດ້ອຍໂອກາດໃຫ້ໄດ້ຮັບການຊ່ວຍເຫຼືອຢ່າງເໝາະສົມ.

ເລີ່ມແຕ່ປີ 2017 ຫາ ທ້າຍເດືອນມີນາ 2019 ທະນາຄານ ເຟີດ ຄອມເມີໂຊ ແບັງ ຈຳກັດ ໄດ້ຈັດກິດຈະກຳຊ່ວຍເຫຼືອສັງຄົມທັງໝົດ 158 ຄັ້ງ ໂດຍສຸມໃສ່ການປົກປັກຮັກສາສິ່ງແວດລ້ອມ, ຊ່ວຍເຫຼືອຜູ້ດ້ອຍໂອກາດ ແລະ ອື່ນໆ ເຊິ່ງມີຜູ້ໄດ້ຮັບການຊ່ວຍເຫຼືອທັງໝົດ 15.000 ເທື່ອຄົນ. ໃນອະນາຄົດຕໍ່ໜ້າ ທະນາຄານ ເຟີດ ຄອມເມີໂຊ ແບັງ ຈໍາກັດ ຍັງຈະສືບຕໍ່ສຸມໃສ່ການຈັດກິດຈະກຳປົກປັກຮັກສາສິ່ງແວດລ້ອມ ແລະ ຊ່ວຍເຫຼືອສັງຄົມໃຫ້ໄດ້ຫຼາຍຂຶ້ນ ກວ່າເກົ່າ ຫວັງວ່າກິດຈະກຳການຊ່ວຍເຫຼືອໃນຄັ້ງນີ້ຈະເປັນຂະບວນການອັນດີໃນການດຶງດູດການຊ່ວຍເຫຼືອຈາກບັນດາມວນຊົນໃນສັງຄົມ, ພ້ອມທັງປຸກລະດົມທຸກຂົງເຂດໃນສັງຄົມໃຫ້ຄວາມສຳຄັນຕໍ່ເດັກນ້ອຍທີ່ດ້ອຍໂອກາດໃນຊົນນະບົດ ແລະ ກິດຈະກຳຊ່ວຍເຫຼືອສັງຄົມ ເພື່ອສ້າງພະລັງງານດ້ານບວກໃຫ້ແກ່ສັງຄົມ.