ນັກທຸລະກິດ ລາວ – ຫວຽດນາມ ລົງນາມການຮ່ວມມື 6 ສະບັບ

142

ກອງປະຊົມພົບປະລະຫວ່າງສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ແລະ ສະມາຄົມນັກທຸລະກິດຫວຽດນາມ ມີຂຶ້ນໃນວັນທີ 14 ພຶດສະພາຜ່ານມາ. ໃນນັ້ນ, ນັກທຸລະກິດທັງສອງປະເທດໄດ້ລົງນາມເອກະສານວ່າດ້ວຍການຮ່ວມມືດ້ານທຸລະກິດຈຳນວນ 6 ສະບັບ.

ກອງປະຊຸມຄັ້ງດັ່ງກ່າວມີ ທ່ານ ນາງ  ວິໄລວອນ ພັນທະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ຄຳແສນ ສີສະວົງ ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ສທໜຊ, ທ່ານ ຫວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ, ທ່ານ ຫງວຽນ      ເທ້ ຫ່ຽນ ປະທານສະມາຄົມ ນັກທຸລະກິດຫວຽດນາມ ຮ່ວມມື ແລະ ລົງທຶນປະຈຳລາວ, ພ້ອມດ້ວຍຮອງສະມາຄົມ, ຫົວໜ້າຫ້ອງການ ແລະ ນັກທຸລະກິດ ສະມາຊິກທັງ 2 ສະມາຄົມເຂົ້າຮ່ວມ.

ທ່ານ ວິໄລສານ ພົມມີໄຊ ຮອງປະທານສະມາຄົມນັກທຸລະກິດໜຸ່ມ ກ່າວບາງຕອນວ່າ: ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ( ສທໜຊ ) ສ້າງຕັ້ງຂຶ້ນໃນວັນທີ 28 ມັງກອນ 2002; ໄດ້ສ້າງ ແລະ ສົ່ງເສີມຈຸນລະວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ( MSME ), ທຸລະກິດຂະໜາດໃຫຍ່ ( Large Enterprise ) ພາຍໃນ ແລະ ຕ່າງປະເທດ; ສົ່ງເສີມການດໍາເນີນທຸລະກິດໃຫ້ແກ່ສະມາຊິກຢູ່ພາຍໃນ ແລະ ຕ່າງປະເທດ, ສົ່ງເສີມໃຫ້ມີການຮ່ວມມື ແລະ ການເປັນຄູ່ຮ່ວມທຸລະກິດ ປະກອບມີ 3 ຂັ້ນ ຄື:  ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ, ສະມາຄົມນັກທຸລະກິດໜຸ່ມ ນະຄອນຫຼວງ, ສະມາຄົມນັກທຸລະກິດໜຸ່ມແຂວງ, ສະມາຄົມນັກທຸລະກິດໜຸ່ມເມືອງ. ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ມີ 17 ແຂວງ 1 ນະຄອນຫຼວງ ຈາກທົ່ວປະເທດ. ໃນນັ້ນ, ມີສະມາຊິກທັງໝົດ 800 ກວ່າບໍລິສັດ.

ທ່ານ ໂດ໋ ດັງ ກາງ ( Do dang khang ) ຫົວໜ້າຫ້ອງການສະມາຄົມນັກທຸລະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນ ປະຈຳລາວ ກ່າວວ່າ: ປັດຈຸບັນມີນັກທຸລະກິດ ຫວຽດນາມ ມາລົງທຶນຢູ່ ສປປ ລາວ ຈໍານວນ 400 ກວ່າຫົວໜ່ວຍທຸລະກິດ. ໃນນັ້ນ, ມີຫົວໜ່ວຍທຸລະກິດທີ່ເປັນສະມາຊິກຂອງສະມາຄົມພວກເຮົາ ຈໍານວນ 107 ຫົວໜ່ວຍ​ ບັນດານັກທຸລະກິດ ຫວຽດນາມ ມາລົງທຶນມີຂະແໜງການ ດັ່ງນີ້: ສຶກສາ, ກໍ່ສ້າງ, ຈໍາໜ່າຍວັດສະດຸກໍ່ສ້າງ, ໂຮງແຮມ, ຮ້ານອາຫານ, ການເງິນການ – ທະນາຄານ, ການຜະລິດອາຍແກ໊ສ, ເຊື້ອໄຟ, ໂຄສະນາຂໍ້ມູນ – ຂ່າວສານ, ຂຸດຄົ້ນແຮ່ທາດ ແລະ ອື່ນໆ ສ້າງວຽກເຮັດງານທໍາໃຫ້ບັນດາແຮງງານທັງ ລາວ ແລະ ຫວຽດນາມ ຈໍານວນ 6.000 ກວ່າຄົນ ໃນບັນດາໂຄງການທັງໝົດ ແລະ ມີມູນຄ່າການລົງທຶນທັງໝົດ 700 ລ້ານໂດລາ. ດັ່ງນັ້ນ, ການປະຊຸມ ແລະ ເຊັນສັນຍາໃນມື້ນີ້ແມ່ນເປັນການເປີດໂອກາດ, ການຮ່ວມມືໃນທຸລະກິດ ແລະ ຊ່ວຍເຫຼືອດ້ານທຸລະກິດເຊິ່ງກັນ ແລະ ກັນ.

ໃນຕອນທ້າຍກອງປະຊຸມໄດ້ມີການລົງນາມເຊັນສັນຍາຮ່ວມມື 6 ສະບັບ ຄື: ລະ ຫວ່າງ 2 ປະທານສະມາຄົມ; ກຸ່ມບໍລິສັດ ແສງສະຫວ່າງ ກັບ ທະນາຄານ ຊາຄອມແບັງ; ບໍລິສັດ ລາວ ຈະເລີນຮຸ່ງເຮືອງ ຈໍາກັດຜູ້ດຽວ ກັບ ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນ; ບໍລິສັດ ອໍາມະຕະລາວ ກັບ ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນ; ບໍລິສັດ ພີບີອອຍລາວ ກັບ ບໍລິສັດ ລ້ອງແຈ້ງ ພັດທະນາ ຈໍາກັດ; ແມັກມີເດຍ ກັບ ສິລະປະກໍາລາວ ຈໍາກັດຜູ້ດຽວ.

( ຂ່າວ: ຄຳນ້ອຍ; ຮູບ: ວິໄລສັກ )