ຣັດເຊຍ ຕັ້ງເປົ້າເປັນປະເທດມີຂະໜາດເສດຖະກິດໃຫຍ່ ອັນດັບ 5 ຂອງໂລກ

80

ນາຍົກລັດຖະມົນຕີ ຣັດເຊຍ ເດິມິທຣີ ເມດເວເດບ ໄດ້ໃຫ້ສັດຕະຍາບັນແຜນການຄາດໝາຍແຫ່ງຊາດໃນການພັດທະນາປະເທດຊາດ ແຕ່ນີ້ຮອດປີ 2024 ເຊິ່ງຕາມແຜນການນັ້ນ ຣັດເຊຍ ຈະລ້ຳໜ້າ ເຢຍລະມັນ ຂອງຂະໜາດເສດຖະກິດ ຫຼື ຈີດີພີ ແລະ ກາຍເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ ອັນດັບ 5 ຂອງໂລກ.

ແຜນການດັ່ງກ່າວເພື່ອເປັນໄປຕາມລັດຖະດຳລັດຂອງປະທານາທິບໍດີ ຣັດເຊຍ ສະບັບວັນທີ 7 ພຶດສະພາ ປີ 2018 “ວ່າດ້ວຍຄາດໝາຍແຫ່ງຊາດ ແລະ ໜ້າທີ່ຍຸດທະສາດການພັດທະນາສະຫະພັນຣັດເຊຍ ໄລຍະຮອດປີ 2024 ” ໂດຍໜຶ່ງໃນໜ້າທີ່ດັ່ງກ່າວກໍແມ່ນການນຳເອົາ ຣັດເຊຍ ເຂົ້າໄປຢູ່ໃນກຸ່ມປະເທດທີ່ມີຂະໜາດທາງເສດຖະກິດໃຫຍ່ອັນດັບຕົ້ນໆຂອງໂລກ.

ນອກຈາກນີ້, ຣັດເຊຍ ຈະຮັກສາຈັງຫວະການຂະຫຍາຍຕົວທາງເສດຖະກິດສູງກວ່າຈັງຫວະການຂະຫຍາຍຕົວຂອງເສດຖະກິດໂລກ ໂດຍທີ່ຍັງຄົງຮັກສາຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ເງິນເຟີ້ບໍ່ເກີນ 4%.

ເພື່ອໃຫ້ບັນລຸເປົ້າ ຣັດເຊຍ ຕ້ອງຮັດແຄບຊ່ອງຫວ່າງໃນດ້ານ ຈີດີພີ ກັບ ເຢຍລະມັນ ທີ່ມີຂະໜາດເສດຖະກິດໃຫຍ່ ອັນດັບ 5 ຂອງໂລກໃນປັດຈຸບັນ, ຂະນະທີ່ ຈີດີພີ ໃນປີ 2019 ຣັດເຊຍ ຈະຕ້ອງເພີ່ມຂຶ້ນ 1,3%, ປີ 2020 ເພີ່ມຂຶ້ນ 2,0%, ປີ 2021 ເພີ່ມຂຶ້ນ 3,1%, ປີ 2022 ເພີ່ມຂຶ້ນ 3,2%, ປີ 2023 ເພີ່ມຂຶ້ນ 3,3% ແລະ ປີ 2024 ເພີ່ມຂຶ້ນ 3,3% ຕາມລໍາດັບ.
ຮູບ7