ຫັນເປັນດິຈິຕອລ ຈະຫຼຸດຜ່ອນການໃຊ້ເງິນສົດ

119

ໄລຍະຜ່ານມາ ລັດຖະບານກໍມີນະໂຍບາຍສົ່ງເສີມຢ່າງຕັ້ງໜ້າໃນການຫັນທຸກວຽກງານເປັນດິຈິຕອລ ເວົ້າລວມ, ເວົ້າສະເພາະໃນຂະແໜງທະນາຄານແມ່ນມີ ຄວາມພົ້ນເດັ່ນໃນການນຳໃຊ້ເຕັກໂນໂລຊີມາໃຫ້ບໍລິການດ້ານການເງິນ ຫຼື FinTech ໂດຍສະເພາະໄດ້ມີການລວມຕົວຂອງ 8 ທະນາຄານ ພາຍໃນ ແລະ ບໍລິສັດຕ່າງປະເທດ ຈັບມືກັນສ້າງຕັ້ງ ບໍລິສັດ ລາວເນເຊິນນໍ ເພເມັນ ເນັດເວີກ ( LAPNet ) ເຊິ່ງເຮັດໜ້າທີ່ເປັນຜູ້ຄວບຄຸມລະບົບການຊໍາລະທຸລະກໍາຍ່ອຍ. ດ້ານ ທຫລ ລະບຸການຫັນເປັນດິຈິຕອລໃນປັດຈຸບັນ ບໍ່ພຽງແຕ່ການຫັນເປັນທັນສະໄໝຂອງຍຸກ 4.0 ເທົ່ານັ້ນ ແຕ່ຍັງຈະຊ່ວຍໃຫ້ສັງຄົມຫຼຸດຜ່ອນການໃຊ້ຈ່າຍເງິນສົດລົງເທື່ອລະກ້າວ.

ທ່ານ ສຸລິສັກ ທໍານຸວົງ ວ່າການຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານ ແຫ່ງ ສປປ ລາວ ( ທຫລ ) ໃຫ້ຮູ້ຕື່ມວ່າ: ໄລຍະທີ່ຜ່ານມາການໂອນເງິນລະຫວ່າງທະນາຄານດ້ວຍກັນກໍຍັງມີ ຄວາມຫຍຸ້ງຍາກຢູ່ ເນື່ອງຈາກຍັງບໍ່ທັນມີສູນ Switching ທີ່ເປັນຕົວຄວບຄຸມລະບົບການຊໍາລະທຸລະກໍາຍ່ອຍ ເຊິ່ງການຮ່ວມມືກັນສ້າງຕັ້ງ ບໍລິສັດ LAPNet ທີ່ກໍາລັງດໍາເນີນການຢູ່ນີ້ ຫາກສໍາເລັດກໍຈະເຮັດໃຫ້ການໂອນເງິນ ແລະ ການຊຳລະຄ່າສິນຄ້າ ແລະ ບໍລິການຂອງລູກຄ້າຂ້າມທະນາຄານ ຫຼື ສະຖາບັນການເງິນອື່ນໆທີ່ເປັນສະມາຊິກມີຄວາມສະດວກຫຼາຍຂຶ້ນ ລວມທັງຈະເປັນຕົວສະໜັບສະໜູນໃນການຊື້ – ຂາຍອອນລາຍອີກດ້ວຍ ແລະ ຍັງຖືເປັນໂຄງລ່າງພື້ນຖານດ້ານການຊຳລະເງິນທັງໝົດຂອງປະເທດ ໃນໂອກາດຕໍ່ໄປສັງຄົມຈະຫັນມາໃຊ້ – ຈ່າຍຜ່ານລະບົບເອເລັກໂຕຣນິກ ເຊິ່ງຈະເຮັດໃຫ້ພາກລັດເຮົາມີຂໍ້ມູນການຊໍາລະຂອງບຸກຄົນ ຫຼື ນິຕິບຸກຄົນ ພ້ອມທັງເຮັດໃຫ້ການເກັບລາຍຮັບກໍຄືການປະຕິບັດພັນທະຕ່າງໆຕໍ່ລັດເປັນລະບົບ, ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້.

ທ່ານກ່າວຕື່ມວ່າ: ນັບແຕ່ໃດມາຄົນລາວເຮົານິຍົມໃຊ້ເງິນສົດໃນການຈັບຈ່າຍຊື້ – ຂາຍສິນຄ້າ ແຕ່ວ່າສັງຄົມໃນເມືອງປັດຈຸບັນກໍເລີ່ມປ່ຽນແນວຄວາມຄິດຈາກການພົກພາເງິນສົດ ຫັນມາໃຊ້ຈ່າຍຜ່ານແອັບພລິເຄຊັນ, ບັດຊຳລະ, ໂທລະສັບມືຖື ຫຼື ຜ່ານລະບົບຕ່າງໆຫຼາຍຂຶ້ນ ເພາະໃນເວລານີ້ພວກເຮົາກ້າວເຂົ້າສູ່ຍຸກດິຈິຕອລຫຼາຍຂຶ້ນ ແຕ່ຫາກຈະເວົ້າວ່າຈະໃຫ້ເປັນສັງຄົມທີ່ໄຮ້ເງິນສົດເລີຍແມ່ນເປັນໄປບໍ່ໄດ້ເທື່ອ ເນື່ອງຈາກໃນເຂດຊົນນະບົດຍັງຂາດສິ່ງອໍານວຍຄວາມສະດວກຫຼາຍຢ່າງ ເປັນຕົ້ນແມ່ນ: ສັນຍານອິນເຕີເນັດ ຫຼື ຄວາມຮູ້ດ້ານການນໍາໃຊ້ເຕັກໂນໂລຊີອື່ນໆ. ແນວໃດກໍດີ, ລະບົບເຕັກໂນໂລຊີທັນສະໄໝ, ຜະລິດຕະພັນຂອງບັນດາທະນາຄານ ຫຼື ສະຖາບັນການເງິນຕ່າງໆ ຈະເຮັດໃຫ້ຜູ້ຄົນທີ່ອາໄສຢູ່ໃນຕົວເມືອງໃຫຍ່ມີທ່າອ່ຽງຫັນມາໃຊ້ບໍລິການຜ່ານເຄື່ອງມືທັນສະໄໝເພີ່ມຂຶ້ນ ຫາກທຽບໃສ່ກັບຊົນນະບົດ ຫຼື ເຂດຫ່າງໄກສອກຫຼີກ.

ທ່ານວ່າການຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ຍັງອະທິບາຍຕື່ມອີກວ່າ: ສໍາລັບຜູ້ປະກອບການທີ່ເປັນທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ( SME ) ຖືເປັນໂອກາດອັນດີ    ໃນການນຳໃຊ້ບໍລິການດ້ານການເງິນ ( ລາຍຮັບ – ລາຍຈ່າຍ ) ໃນຍຸກດິຈິຕອລ ເຊິ່ງຈະເຮັດໃຫ້ຂໍ້ມູນການເຄື່ອນໄຫວດ້ານການເງິນຂອງທຸລະກິດຢູ່ໃນລະບົບ ສາມາດຕິດຕາມ ແລະ ກວດສອບໄດ້ງ່າຍ, ອີກປະການໜຶ່ງໃນເວລາທີ່ການເງິນຂອງບໍລິສັດບໍ່ຖ່ວງທັນ ແລະ ຕ້ອງການຂໍເງິນກູ້ ທະນາຄານແມ່ນສາມາດນຳໃຊ້ຂໍ້ມູນດັ່ງກ່າວເປັນບ່ອນອີງໃນການພິຈາລະນາປ່ອຍກູ້ໃຫ້ບໍລິສັດໄດ້ຢ່າງສະດວກ ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງທຸລະກິດໄດ້ຢ່າງແທ້ຈິງ.

[ ຂ່າວ – ຮູບ: ສົມສະຫວິນ ]