ຂຶງຂັງຈິງຈັງ ພະນັກງານ-ນັກຮົບກອງກວດກູ້ລະເບີດຮຽນຮູ້ເພີ່ມກຽມສະແດງໃນກອງປະຊຸມ

98

ວັນທີ 6 ພຶດສະພາ 2019 ນີ້, ກົມໃຫຍ່ເສນາທິການກອງ ທັບ (ກສນ) ໄດ້ເປີດການອົບຮົມ ຫັດແອບໃຫ້ພະນັກງານ-ນັກຮົບ ກອງກວດກູ້ລະເບິດ 58 ເພື່ອມະ ນຸດສະທຳກອງທັບ ກະກຽມໃຫ້ ແກ່ການເຂົ້າຮ່ວມເຝິກຊ້ອມພາກ ສະໜາມຂອງໜ່ວຍງານຜູ້ຊ່ຽວ ຊານດ້ານການແກ້ໄຂບັນຫາລະ ເບີດເພຶ່ອມະນຸດສະທຳໃນກອບ ກອງປະຊຸມລັດຖະມົນຕີປ້ອງກັນ ປະເທດອາຊຽນ-ບວກຢູ່ປະເທດ ອິນໂດເນເຊຍໃນທ້າຍປີ 2019 ນີ້ ໂດຍການເຂົ້າຮ່ວມເປັນປະ ທານຂອງ ສະຫາຍ ພົນຕີ ປະ ສິດ ທ່ຽງທຳ ຮອງຫົວໜ້າ ກສນ ມີຄະນະນຳກົມໃຫຍ່, ຫ້ອງວ່າ ການກະຊວງ, ກົມກອງ, ຫ້ອງ ການ, ຕະຫຼອດຮອດພະນັກງານ ນັກເຝິກອົບຮົມ ແລະ ແຂກທີ່ ຖຶກເຊີນເຂົ້າຮ່ວມ.

 

ໃນພີທີ ສະຫາຍ ພັນໂທ ປາຖະໜາ ບຸດທະຈັກ ຮອງຫົວໜ້າ ຫ້ອງການ ກສນ ຂຶ້ນອ່ານຂໍ້ຕົກລົງ ແລະ ແຜນການຫັດແອບກະ ກຽມເຂົ້າຮ່ວມການເຝິກຊ້ອມຮ່ວມພາກສະໜາມຂອງໜ່ວຍ ງານຜູ້ຊ່ຽວຊານດ້ານການກວດ ກູ້ ແລະ ທໍາລາຍລະເບີດເພຶ່ອມະນຸດສະທໍາໃນກອບກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາ ຊຽນ-ບວກຢູ່ປະເທດອິນໂດເນ ເຊຍໃນ ທ້າຍປີ 2019 ນີ້ວ່າ: ການອົບຮົມຫັດແອບໃນຄັ້ງນີ້ ແມ່ນເປັນການປະຕິບັດຕາມພາ ລະບົດບາດ ແລະ ໜ້າທີ່ຂອງ ກອງທັບປະຊາຊົນລາວໃນນາມ ເປັນປະທານຮ່ວມໜ່ວຍງານ ກວດກູ້ລະເບີດບໍ່ທັນແຕກເພຶ່ອ ມະນຸດສະທໍາໃນກອບກອງປະ ຊຸມລັດຖະມົນຕີປ້ອງກັນປະ ເທດອາຊຽນ-ບວກ, ເພື່ອຫັດ ແອບໃຫ້ນັກວິຊາການກອງກວດ- ກູ້ລະເບີດ 58 ໃຫ້ມີຄວາມຊໍາ ນິຊຳນານໃນດ້ານການກວດກູ້ ລະເບີດ ເພື່ອມະນຸດສະທຳ ກະກຽມເຂົ້າຮ່ວມການເຝິກຊ້ອມນໍາ ກອງທັບບັນດາປະເທດອາຊຽນ-ບວກ ໃຫ້ມີຜົນສຳເລັດດີ.

 

ເນື້ອ ໃນການອົບຮົມຫັດແອບໃນຄັ້ງ ນີ້ປະກອບມີດ້ານວຽກງານ ການເມືອງ, ດ້ານວິຊາສະເພາະ, ດ້ານລະບຽບຮູບແຖວ, ດ້ານ ຄວາມຮູ້ທົ່ວໄປ. ໃຊ້ເວລາອົບ ຮົມຫັດແອບທັງໝົດ 4 ເດືອນ ຈິງຈະສຳເລັດ. ພາຍຫຼັງໄດ້ຮັບການອົບຮົມ ຫັດແອບແລ້ວນັກວິຊາການ ກອງກວດກູ້ລະເບີດ 58 ໄດ້ຮັບ ການຍົກລະດັບຄວາມຮູ້, ຄວາມ ສາມາດດ້ານການເມືອງ, ດ້ານ ວິຊາລະບຽບຮູບແຖວ, ດ້ານ ວຽກງານວິທີການ, ພາສາຕ່າງ ປະເທດ ແລະ ດ້ານການກວດ ກູ້ລະເບິດ ເພື່ອມະນຸດສະທໍາ ໃນລະດັບທີ່ແນ່ນອນ ແລະ ມີ ຄວາມສາມາດໄປເຄື່ອນໄຫວ ວຽກງານໃນກອບອາຊຽນ ແລະ ສາກົນໄດ້. ສາມາດເປັນຕົວແທນ ໃຫ້ເຫຼົ່າຮົບຊ່າງແສງກອງທັບ ປະຊາຊົນລາວເຂົ້າຮ່ວມການ ເຝິກຊ້ອມກວດກູ້ ແລະ ທໍາລາຍ ລະເບີດ ເພື່ອມະນຸດສະທຳຮ່ວມ ກັບກອງທັບບັນດາປະເທດອາ ຊຽນ-ບວກທີ່ອິນໂດເນເຊຍໃນ ທ້າຍປີ 2019 ຢ່າງມີປະສິດທິ ຜົນຮັບປະກັນການປະຕິບັດລະ ບຽບ, ແບບແຜນຂອງກອງທັບ ແລະ ຮັບປະກັນຄວາມປອດໄພ ຮອບດ້ານ.

 

ສະຫາຍ ພົນຕີ ປະສິດ ທ່ຽງ ທຳ ຮອງຫົວໜ້າ ກສນ ໄດ້ ຮຽກຮ້ອງໃຫ້ແກ່ຄະນະຮັບຜິດ ຊອບຕ້ອງເອົາໃຈໃສ່ຊຸກຍູ້ຕິດ ຕາມຊຸດເຝິກອົບຮົມຢ່າງໃກ້ຊິດ ຕິດແທດ, ພະນັກງານຄູ-ອາຈານ ແລະ ນັກເຝິກອົບຮົມ ຈົ່ງພ້ອມ ກັນປະຕິບັດແຜນການ-ໂຄງ ການຫຼັກສູດການຮຽນ-ການ ສອນ ເພື່ອຮັບປະກັນໃຫ້ແກ່ ການສິດສອນ-ອົບຮົມກໍ່ສ້າງ ວຽກງານວິຊາສະເພາະ ຮັບປະ ກັນໃຫ້ຄູໄດ້ສອນດີ-ນັກຮຽນ ເກັ່ງ, ການສິດສອນຕ້ອງໄດ້ປະ ສານສົມທົບແໜ້ນລະຫວ່າງທິດ ສະດີກັບການປະຕິບັດຕົວຈິງໄປ ພ້ອມກັນ, ປະຕິບັດຂໍ້ກໍານົດ, ກົດ ລະບຽບ 7 ລະບອບ 18 ວຽກ ຢ່າງເຂັ້ມງວດ, ຍົກສູງຄວາມ ຮັບຜິດຊອບຕໍ່ໜ້າທີ່ທີ່ໄດ້ຮັບ ມອບໝາຍ ແລະ ຊຸ່ມກຳລັງວັງ ຊາຂອງຕົນປະກອບສ່ວນເຂົ້າໃນ ການເຝິກອົບຮົມໃນຄັ້ງນີ້ໃຫ້ສຳ ເລັດລົງດ້ວຍໝາກຜົນອັນຈົບ ງາມກໍາແໜ້ນທິດສະດີຫຼັກການ ເພື່ອນຳໄປນຳໃຊ້ໃຫ້ປາກົດຜົນ ເປັນຈິງ.

ໂດຍ: ເພັດ ສົມນໍວັນ