ການອະນຸຍາດໃຫ້ຝາກລົດຕາມທາງຍ່າງ ແມ່ນໜຶ່ງໃນຫລາຍສາເຫດຂອງບັນຫາລົດຕິດຢູ່ນະຄອນຫລວງວຽງຈັນ

59

ອີງຕາມການລາຍງານຂອງວິທະຍຸກະຈາຍສຽງແຫ່ງຊາດໃຫ້ຮູ້ວ່າ: ຈາກສະພາບການເສດຖະກິດ-ສັງຄົມຂອງປະເທດເຮົາທີ່ນັບມື້ນັບໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ລະດັບຊີວິດການເປັນຢູ່ຂອງປະຊາຊົນກໍ່ນັບມື້ນັບດີຂຶ້ນ ແລະ ຈໍານວນຍວດຍານພາຫະນະກໍ່ເພີ່ມຂຶ້ນຫລາຍເຊັ່ນກັນ. ແຕ່ເມື່ອລົດລາງປະເພດຕ່າງໆມີຈໍານວນເພີ່ມຂຶ້ນຄືເຊັ່ນນີ້, ໃນຂະນະທີ່ການພັດທະນາ ແລະ ການຂະຫຍາຍຖະໜົນຫົນທາງຜັດມີຂໍ້ ຈໍາກັດ, ບັນຫາທີ່ຕາມມາກໍ່ຄື ສະພາບລົດຕິດແອອັດຕາມທ້ອງຖະໜົນຫລາຍເສັ້ນຫລາຍສາຍຢູ່ນະຄອນຫລວງວຽງຈັນ ໃນທຸກໆມື້້.

ທ່ານພັນໂທ ກົງສີ ສຸວັນນະຕຸ້ມ, ຫົວໜ້າກົມຕໍາຫລວດຈະລາຈອນ, ກະຊວງປ້ອງກັນຄວາມສະຫງົບ ໃຫ້ສໍາພາດວ່າ ການອະນຸຍາດໃຫ້ສ້າງຕະຫລາດໃນນະຄອນຫລວງວຽງຈັນ ບາງແຫ່ງ ແມ່ນບໍ່ຖືກຕ້ອງຕາມຫລັກການເທື່ອ ເພາະສະຖານທີ່ຈອດລົດຂອງຕະຫລາດບໍ່ມີພຽງພໍກັບຜູ້ມາໃຊ້ບໍລິການ ເຮັດໃຫ້ລົດລົ້ນຕະຫລາດ ແລ້ວກໍ່ພາກັນມານໍາໃຊ້ແຄມທາງເປັນບ່ອນຈອດລົດ, ໂດຍອະນຸຍາດໃຫ້ບຸກຄົນເປັນຜູ້ສໍາປະທານເຮັດບໍລິການຮັບຝາກລົດ.

ດ້ວຍເຫດນີ້ ຈຶ່ງເກີດບັນຫາລົດຕິດໃນໂມງຮີບດ່ວນຢູ່ບໍລິເວນໜ້າຕະຫລາດຫລາຍແຫ່ງໃນນະຄອນຫລວງວຽງຈັນ, ເຊິ່ງມາຮອດປະຈຸບັນ, ທາງເຈົ້າໜ້າທີ່ຕໍາຫລວດຈາລະຈອນກໍ່ຍັງບໍ່ສາມາດແກ້ໄຂໄດ້ເທື່ອ; ມີພຽງແຕ່ການແກ້ບັນຫາແບບສະເພາະໜ້າໄປກ່ອນດ້ວຍການອອກມາຊ່ວຍລະບາຍລົດເພື່ອອໍານວຍຄວາມສະດວກໃຫ້ບັນດານັກຂັບຂີ່ເທົ່ານັ້ນ.

ໃນໄລຍະຜ່ານມາ, ເຖິງວ່າ ທາງເຈົ້າໜ້າທີ່ຕໍາຫລວດຈາລະຈອນຈະລົງມາໂຄສະນາ ແລະ ຫາທາງແກ້ໄຂຫລາຍຄັ້ງແລ້ວກໍ່ຕາມ, ແຕ່ບັນຫາລົດຕິດກໍ່ບໍ່ມີທ່າທີຈະຫລຸດລົງ; ກົງກັນຂ້າມ ຜັດມີທ່າອ່ຽງທີ່ຈະເພີ່ມຂຶ້ນຢູ່ເລື້ອຍໆ, ໂດຍສະເພາະ ແມ່ນຢູ່ບໍລິເວນໜ້າຄິວລົດເມຕະຫລາດຂົວດິນ, ຕະຫລາດໂພນສະຫວ່າງ, ຕະຫລາດໂພນຕ້ອງຈອມມະນີ, ລວມທັງ ບໍລິເວນຫ້ອງການຕໍາຫລວດກວດຄົນເຂົ້າອອກເມືອງ, ຢູ່ໃກ້ຕະຫລາດເຊົ້າຊອບປິ້ງມໍ ແລະ ບ່ອນອື່ນໆອີກ, ເຊິ່ງໄດ້ກໍ່ໃຫ້ເກີດຄວາມຫຍຸ້ງຍາກຫລາຍໃນການສັນຈອນໄປ-ມາ, ເນື່ອງຈາກເຂດດັ່ງກ່າວເປັນເຂດຊຸມຊົນ, ແລະ ເປັນສູນລວມຂອງການຊື້ຂາຍ; ແຕ່ທາງອຳນາດການປົກຄອງຂອງຫລາຍເມືອງ ຢູ່ນະຄອນຫລວງວຽງຈັນ ຜັດອະນຸຍາດໃຫ້ບຸກຄົນສາມາດມາສຳປະທານຫັນເອົາເນື້ອທີ່ສາທາລະນະແຄມທາງມາປະກອບທຸລະກິດຮັບຝາກລົດ ເພື່ອສ້າງລາຍຮັບເຂົ້າງົບປະມານຂອງລັດ, ເຊິ່ງຕໍ່ກັບບັນຫານີ້, ປະເທດອື່ນໆໃນໂລກຈະບໍ່ອະນຸຍາດໃຫ້ກະທຳໄດ້ເຊັ່ນນີ້ ຄືດັ່ງຢູ່ປະເທດລາວເຮົາ, ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ, ແລະ ທັງຮັບປະກັນໃຫ້ມີຄວາມສະດວກຫລາຍຂືຶ້ນສຳລັບຜູ້ທີ່ຂັບຂີ່ຍວດຍານພາຫະນະບົນທ້ອງຖະໜົນ.

ມາຮອດປະຈຸບັນ, ເຖິງວ່າເຈົ້າ ທາງເຈົ້າໜ້າທີ່ກ່ຽວຂ້ອງ ຈະໄດ້ເອົາໃຈໃສ່ລົງມາຕິດຕາມ ແລະ ແກ້ໄຂລະບາຍລົດ ເພື່ອ ອໍານວຍຄວາມສະດວກໃຫ້ບັນດາຜູ້ໃຊ້ລົດໃຊ້ຖະໜົນໃນແຕ່ລະວັນແລ້ວກໍ່ຕາມ, ແຕ່ກໍ່ຍັງມີຜູ້ຄົນອີກຈຳນວນໜຶ່ງທີ່ມັກງ່າຍນໍາໃຊ້ແຄມທາງເປັນບ່ອນຈອດລົດ, ແລະ ຈອດຊ້ອນກັນຫລາຍຄັນກໍ່ມີ ເຮັດໃຫ້ເລນທາງບໍ່ເຫລືອ ຈົນກໍ່ໃຫ້ ເກີດບັນຫາລົດຕິດອັ່ງອໍຕາມມາ. ເມື່ອມາວິເຄາະເບິ່ງຕົ້ນເຫດຂອງບັນຫາຕ່າງໆທັງໝົດນີ້, ສາເຫດຫລັກໆ ກໍ່ແມ່ນຍ້ອນການຂາດນໍ້າໃຈຮັບຜິດຊອບຂອງຜູ້ປະກອບການຮັບຝາກລົດຢູ່ແຄມທາງ, ແລະ ຍ້ອນຄວາມຖືເບົາ-ມັກງ່າຍຂອງນັກຂັບຂີ່ຈຳນວນໜຶ່ງທີ່ຍັງຂາດສະຕິ-ຝ່າຝືນລະບຽບກົດໝາຍຂອງບ້ານເມືອງ, ແລະ ອີກສາເຫດໜຶ່ງກໍ່ແມ່ນຍ້ອນເຈົ້າໜ້າທີ່ຕຳຫລວດຈາລະຈອນເອງທີ່ຍັງບໍ່ມີຄວາມເຂັ້ມງວດພຽງພໍ, ບໍ່ເດັດຂາດກັບຜູ້ລະເມີດກົດລະບຽບຈາລະຈອນຢ່າງແທ້ຈິງ.